ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພິທີ​ມອບ-ຮັບ ໂຄງການ​ກໍ່ສ້າງ​ອະນຸສອນ​ສະຖານ ພູ​ກູດ​ຈອມ​ເຫຼັກ​ວິລະ​ຊົນ
ເວລາອອກຂ່າວ: 2023-02-02 08:42:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 306 | ຄວາມນິຍົມ:



ໃນວັນ​ທີ 30 ມັງກອນ 2023 ນີ້, ທີ່​ຫ້ອງ​ປະຊຸມ​ໂຮງແຮມ​ຊຽງ​ຂວາງ​ວີວ ກະຊວງ​ປ້ອງ​ກັນ​ປະເທດ ແລະ ແຂວງ​ຊຽງ​ຂວາງ ໄດ້​ຈັດ​ພິທີ​ມອບ-ຮັບ ໂຄງການ​ກໍ່ສ້າງ​ອະນຸສອນ​ສະຖານ ພູ​ກູດ​ຈອມ​ເຫຼັກ​ວິລະ​ຊົນ ແຂວງ​ຊຽງ​ຂວາງ ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພົນ​ຕີ ວົງ​ຄຳ ພົມ​ມະກອນ ກຳມະການ​ສູນ​ກາງ​ພັກ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ມີ​ສະຫາຍ ບຸນ​ຈັນ ສີ​ວົງ​ພັນ ກຳມະການ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ ເຈົ້າແຂວງ ແຂວງ​ຊຽງ​ຂວາງ, ມີ​ບັນດາ​ສະຫາຍ​ຄະນະ​ນຳ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງປ້ອງ​ກັນ​ປະເທດ, ຕາງໜ້າ​ຫ້ອງ​ວ່າການ​ປົກຄອງ​ແຂວງ, ກອງ​ບັນຊາ​ການ​ທະຫານ​ແຂວງ ແລະ ບໍລິສັດ ສຸ​ພັດ​ທອນ ທີ່​ປຶກສາ ແລະ ບໍລິການ​ຄົບ​ວົງ​ຈອນ (SCS) ຈຳກັດ ພ້ອມພະນັກງານ​ທີ່ກ່ຽວຂ້ອງ​ເຂົ້າຮ່ວມ. ສະຫາຍ ສົມ​ເພັດ ສຸ​ພັດ​ທອນ ອຳນວຍ​ການ ບໍລິສັດ ສຸພັດ​ທອນ ທີ່​ປຶກສາ ແລະ ບໍລິການ​ຄົບ​ວົງ​ຈອນ (SCS) ຈຳກັດ ແລະ ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ​ກົມ ວິທະຍາສາດ-ປະຫວັດສາດ​ການ​ທະຫານ ໄດ້​ລາຍ​ງານ​ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ອະນຸສອນ​ສະຖານ ພູ​ກູດ​ຈອມ​ເຫຼັກ​ວິລະ​ຊົນ ແຂວງ​ຊຽງຂວາງ​ ວ່າ: ອະນຸສອນ​ສະຖານ “ພູ​ກູດ​ຈອມ​ເຫຼັກ​ວີລະ​ຊົນ» ແຫ່ງ​ນີ້​ສ້າງ​ຂຶ້ນ​ເພື່ອ​ຈາລຶກ​ຄຸນງາມຄວາມດີ, ການ​ເສຍສະຫຼະ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ນັກຮົບ​ປະຕິວັດ​ລາວ. ໃນ​ຊຸມ​ປີ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ສົງຄາມ​ແປວໄຟ​ຂອງ​ພວກ​ຈັກກະພັດຜູ້​ຮຸກ​ຮານ ເພື່ອ​ປົດ​ປ່ອຍປະ​ເທດ​ຊາດ. ເລືອດ​ສີແດງ​ຂອງ​ນັກຮົບ​ພູ​ກູດ​ໄດ້​ໄຫຼ​ລິນໄປທົ່ວບົນ​ຟື້ນ​ແຜ່ນດິນ​ແຫ່ງ​ນີ້ ເປັນ​ຈຳນວນຫຼາຍ​ຮ້ອຍ​ສະຫາຍ, ວິລະ​ກຳ​ອັນ​ລ້ຳ​ເລີດ ແລະ ງົດ​ງາມ​ດັ່ງກ່າວ ພັກ-ລັດຖະບານ ຈຶ່ງ​ໄດ້​ສ້າງ​ອະນຸສອນ​ສະຖານ “ພູ​ກູດ​ຈອມ​ເຫຼັກ ວິລະ​ຊົນ” ນີ້​ໄວ້​ໃຫ້​ລູກ​ຫຼານ​ໄດ້​ເຄົາລົບ​ບູຊາ ແລະ ເປັນ​ແຫຼ່ງ​ທ່ຽວຊົມ​ທາງ​ດ້ານ​ປະຫວັດສາດ ຂອງ​ມວນ​ຊົນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ. ພາຍຫຼັງ​ໄດ້​ມີ​ຂໍ້​ຕົກລົງ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ປະເທດ ວ່າດ້ວຍການອະນຸມັດ​ເຊັນ​ສັນຍາ​ໂຄງການ​ກໍ່ສ້າງ ອະນຸສອນ​ສະຖານ​ພູ​ກູດ​ຈອມ​ເຫຼັກວິລະ​ຊົນ ແຂວງ​ຊຽງ​ຂວາງ ແລະ ສັນຍາ​ຮັບ​ເໝົາ​ກໍ່ສ້າງ ລະຫວ່າງ ກົມ​ວິທະຍາສາດ-ປະຫວັດສາດ ການທະຫານ ກັບ ບໍລິສັດ ສຸ​ພັດ​ທອນ ທີ່​ປຶກສາ ແລະ ບໍ​ລະ​ການ​ຄົບ​ວົງ​ຈອນ (SCS) ຈຳກັດ ແລະ ກົມ​ໃຫຍ່​ພະລາທິການ​ກອງທັບ​ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ໄດ້​ພ້ອມ​ກັນ​ລົງ​ເກັບ​ກຳ​ຂໍ້​ມູນ​ຕົວ​ຈິງ​ເພື່ອ​ສຳ​ຫຼວດ-ອອກ​ແບບ ເພື່ອ​ຮັບຮອງ​ຄວາມ​ເປັນ​ເອກະ​ພາບ ແລະ ຕົກລົງ​ໃຫ້ ເຊັນ​ສັນຍາ​ກ່ໍສ້າງ​ໂຄງການດັ່ງກ່າວ ເຊິ່ງ​ມີ​ອາຍຸ​ສັນຍາ ການ​ກໍ່ສ້າງ 18 ເດືອນ. ໃນ​ນີ້, ໄດ້​ມີ​ການປົວແປງ ແລະ ກໍ່ສ້າງ​ຄືນໃໝ່ ລວມ​ມີ 11 ໜ້າ​ວຽກຄືນ​ດັ່ງນີ້: ວຽກ​ກະກຽມ​ການ​ກໍ່ສ້າງ, ປູກ​ແຕ້ມ ແລະ ສາງ​ເກັບ​ມ້ຽນ​ວັດ​ສະ​ດຸ, ວຽກ​ເກັບ​ກູ້​ລະເບີດ​ໃນ​ຂອບ​ເຂດ​ພື້ນ​ທີ່​ການ​ກໍ່ສ້າງ, ກໍ່ສ້າງ​ແທ່ນ​ຕັ້ງ​ຮູບ​ລອຍ​ໂຕ​ຂະໜາດ 5,5 ແມັດ, ຫຼໍ່​ຮູບ​ລອຍ​ໂຕ​ດ້ວຍ​ທອງເຫຼືອງ ຈຳນວນ 3 ທ່ານ ສູງ 1,80 ແມັດ, ນໍ​້າໜັກ​ແຕ່​ລະ​ທ່ານ​ປະມານ 200 ກິ​ໂລກຣາມ, ກໍ່ສ້າງ​ຮູບ​ນູນ ຂະໜາດ​ກວ້າງ 2,50 ແມັດ, ຍາວ 11 ແມັດ, ກໍ່ສ້າງ​ຫ້ອງ​ນ້ຳ​ສາທາລະນະ​ຂະໜາດ 3 x 3 ແມັດ, ກໍ່ສ້າງ​ທີ່​ຊົມ​ວິວ 2 ຈຸດ ຂະ​ໜາດ​ກວ້າງ 4 x 5 ແມັດ, ກໍ່ສ້າງ​ທາງ​ຍ່າງ​ເບ​ຕົງ​ໄປ​ຫາ​ຂຸມ​ຄອງ ແລະ ຂຸມ​ຫຼົບໄພ ກວ້າງ 1,20 ແມັດ, ຍາວ 500 ກວ່າ​ແມັດ ພ້ອມດ້ວຍ ຮາວ​ເຫຼັກ, ຕົບແຕ່ງ​ປາກ​ຖ້ຳ 2 ຈຸດ, ກໍ່ສ້າງ​ເດີ່ນ​ຈອດ​ລົດ​ດ້ວຍ​ເບ​ຕົງ​ເສີມ​ເຫຼັກ ກວ້າງ 10 x 20 ແມັດ, ຕິດ​ຕັ້ງ​ປ້າຍ​ບອກ​ຈຸດ​ໃນ​ຂົງເຂດ​ການ​ກໍ່ສ້າງ​ຕ່າງໆ​ອີກ​ຈຳນວນ​ໜຶ່ງ ລວມ​ມູນ​ຄ່າ​ການ​ກໍ່ສ້າງ 5.112.855.000 ກີບ. ໂດຍ​ມອບ​ໃຫ້​ບໍລິສັດ ສຸ​ພັດ​ທອນ ທີ່​ປຶກສາ ແລະ ບໍ​ລະ​ການ​ຄົບ​ວົງ​ຈອນ (SCS) ຈຳກັດ ເປັນ​ຜູ້​ກໍ່ສ້າງ ແລະ ມາ​ຮອດ​ປະຈຸ​ບັນ​ໄດ້​ກໍ່ສ້າງ​ສຳເລັດ100% ພ້ອມ​ທັງ​ລົງ​ນາມ​ເຊັນ​ບົດ​ບັນທຶກ​ການ​ມອບ-ຮັບ ລະຫວ່າງ ບໍລິສັດ​ຮັບ​ເໝົາ​ກໍ່ສ້າງ ກັບ ເຈົ້າ​ຂອງ​ໂຄງການ. ຕາງໜ້າ​ມອບ​ໂດຍ ສະຫາຍ ສົມ​ເພັດ ສຸ​ພັດ​ທອນ ອຳນວຍ​ການ ບໍລິສັດ ສຸ​ພັດ​ທອນ ທີ່​ປຶກສາ ແລະ ບໍ​ລະ​ການ​ຄົບ​ລົງ​ຈອນ (SCS) ຈຳກັດ ແລະ ກ່າວ​ຮັບ​ໂດຍ ສະຫາຍ ພົນ​ຈັດຕະວາ ວຽງ​ໄຊ ສົມ​ວິຈິດ ຫົວໜ້າ​ກົມ ວິທະຍາ​ສາ-ປະຫວັດສາດ ການ​ທະຫານ ກະຊວງ​ປ້ອງ​ກັນ​ປະເທດ. ພ້ອມ​ດຽວ​ກັນ​ນີ້, ກະຊວງ​ປ້ອງ​ກັນ​ປະເທດ​ກໍ​ໄດ້​ລົງ​ນາມ​ເຊັນ​ບົດ​ບັນທຶກ​ມອບ​ໃຫ້​ແຂວງ​ຊຽງ​ຂວາງ ເປັນ​ຜູ້​ຊົມໃຊ້ ແລະ ດູ​ແລ​ຮັກສາ​ຕໍ່​ໄປ.ຕາງໜ້າ​ລົງ​ນາມ​ເຊັນ​ບົດ​ບັນທຶກ​ກະຊວງ​ປ້ອງ​ກັນ​ປະເ​​ທດ​ໂດຍ ສະຫາຍ ພົນ​ຈັດຕະວາ ຄຳ​ມ່ວນ ເລືອ​ງວັນ​ຫຼ້າ ຮອງ​ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ແຂວງ​ຊຽງ​ຂວາງ​ໂດຍ ສະຫາຍ ສົມ​ພອນ ສີ​ອາ​ໄພ ຫົວໜ້າ​ຫ້ອງ​ວ່າການ​ປົກຄອງ​ແຂວງ​ຊຽງ​ຂວາງ ແລະ ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ​ໂດຍ ສະຫາຍ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ສະຫາຍ ເຈົ້າແຂວງ​ຊຽງ​ຂວາງ​ພ້ອມ​ພະນັກງານ​ທີ່​ກ່ຽວຂ້ອງ​ແຕ່​ລະ​ຝ່າຍ​ເຂົ້າ​ຮ່ວມ. ໂດຍ: ຄຳ​ສິງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ