

![]()
ສະຫຼຸບການເຂົ້າຮ່ວມການແຂ່ງຂັນກິລາ ຊີງຂັນຫົວໜ້າກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2023-02-02 08:38:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:
ໃນວັນທີ 30 ມັງກອນ 2023 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ສະຫຼຸບການຈັດຕັ້ງທີມນັກກິລາເຂົ້າຮ່ວມການແຂ່ງຂັນກິລາມວນຊົນ ຊີງຂັນຫົວໜ້າກົມໃຫຍ່ເສນາທິການກອງທັບ, ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ທີ່ຫາກໍສຳເລັດໄປໃນໄລຍະຜ່ານມານີ້, ໂດຍການປັນປະທານຂອງ ສະຫາຍ ພົນຕີ ຄຳເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະຊີ້ນຳລວມ ແລະ ອະນຸກຳມະການຮັບຜິດຊອບ ພ້ອມດ້ວຍນັກກິລາເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີທອງ ຖີ່ນສະຫວັນ ຫົວໜ້າກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ ຮອງຄະນະຊີ້ນຳລວມ ໄດ້ຜ່ານບົດສະຫຼຸບຫຍໍ້ ນັບແຕ່ໄລຍະກະກຽມເຂົ້າຮ່ວມການແຂ່ງຂັນຕົວຈິງຂອງນັກກິລາແຕ່ລະປະເພດ, ເຊິ່ງການຈັດຕັ້ງກົມໃຫຍ່ພະລາທິການກອງທັບ ໄດ້ສົ່ງທີມນັກກິລາຂອງຕົນເຂົ້າຮ່ວມການແຂ່ງຂັນມີຢູ່ 4 ປະເພດກິລາຄື, ກິລາເຕະບານ, ບານສົ່ງຊາຍ, ກະຕໍ້ ແລະ ກິລາເປຕັງປະສົມຍິງ-ຊາຍ, ຜ່ານການແຂ່ງຂັນຕົວຈິງເຫັນວ່າ ທີມນັກກິລາກົມໃຫຍ່ພະລາທິການກອງທັບ ສາມາດຍາດໄດ້ຮອງຊະນະເລີດທີ 2 ປະເພດກິລາກະຕໍ້ ແລະ ທີ 3 ກິລາເປຕັງປະສົມຍິງ-ຊາຍ, ສ່ວນກິລາເຕະບານ, ບານສົ່ງຊາຍແມ່ນຕົກຮອບ 8 ທີມ ແລະ 2 ປະເພດກິລາກະຕໍ້ ແລະ ເປຕັງປະສົມຍິງ-ຊາຍ ແມ່ນສາມາດເປັນຕົວແທນເຂດ 5 ນະຄອນຫຼວງເພື່ອສົ່ງເຂົ້າຮ່ວມງານແຂ່ງກິລາທົ່ວກອງທັບຄົບ ໃນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ ຄັ້ງທີ 3 ໃນປີ 2024.
ໂອກາດນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດທີ່ຄະນະຮັບຜິດຊອບທຸກພາກສ່ວນພ້ອມດ້ວຍທີມນັກກິລາຍາດມາໄດ້ ແລະ ໄດ້ເປັນຕົວແທນເຂດ 5 ນະຄອນຫຼວງ ເພື່ອເຂົ້າຮ່ວມງານແຂ່ງກິລາທົ່ວກອງທັບ ຄັ້ງທີ 3 ໃນປີ 2024 ທີ່ຈະມາເຖີງນີ້. ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳລວມ, ອະນຸກຳມະການຮັບຜິດຊອບວຽກງານກິລາທຸກພາກສ່ວນ ແລະ ທີມນັກກິລາແຕ່ລະປະເພດ ຕ້ອງສູ້ຊົນສ້າງໃຫ້ມີທີມນັກກິລາມວນຊົນ, ນັກກິລາການທະຫານຂອງກົມໃຫຍ່ພະລາທິການກອງທັບ ເພື່ອສົ່ງເຂົ້າຮ່ວມການແຂ່ງຂັນໃນວັນສຳຄັນຕ່າງໆຂອງກອງທັບ, ເພີ່ມທະວີຄວາມຮັບຜິດຊອບຂອງຕົນເອງເຂົ້າໃນໜ້າທີ່ວຽກງານການເມືອງຂອງກົມກອງ ກໍ່ຄືການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ຍົກສູງຄວາມສາມັກຄີ, ກຳແໜ້ນເນື້ອໃນຈິດໃຈບົນພື້ນຖານສ້າງຄວາມເຂັ້ມແຂງທາງດ້ານກຳລັງແຮງໃຈ, ແຮງກາຍ, ມີນ້ຳໃຈນັກກິລາທີ່ດີ ແລະ ກຽມພ້ອມສູ້ທຸກນັດຂອງການແຂ່ງຂັນ.
ໂດຍ: ຄຳປະສົງ ລາດຊະວົງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ