ກອງປະຊຸມສ່ອງແສງວຽກງານ ພັດທະນາຈຸດສຸມຄັງວຽງ ປະຈຳເດືອນມັງກອນ 2023
ເວລາອອກຂ່າວ: 2023-02-02 08:35:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1407 | ຄວາມນິຍົມ:
ກອງປະຊຸມສ່ອງແສງວຽກງານພັດທະນາຈຸດສຸມຄັງວຽງ ປະຈຳເດືອນມັງກອນ 2023 ແລະ ທິດທາງແຜນການປະຈຳເດືອນກຸມພາ, ໄດ້ຈັດຂຶ້ນໃນວັນທີ 31 ມັງກອນ 2023 ນີ້, ທີ່ເມືອງໝອກ ແຂວງຊຽງຂວາງ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຊີ້ນຳພັດທະນາຈຸດສຸມຄັງວຽງ, ມີຄະນະນຳກະຊວງປ້ອງກັນປະເທດ, ບັນດາຄະນະຊີ້ນຳພັດທະນາຈຸດສຸມ ແລະ ອະນຸກຳມະການເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳມອນ ສອນພັນໄຊ ຫົວໜ້າຫ້ອງການພັດທະນາຈຸດສຸມຄັງວຽງ ໄດ້ສະຫຼຸບລາຍງານການເຄື່ອນໄຫວຈັດຕັ້ງ ປະຕິບັດວຽກງານແຜນພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ ຢູ່ຈຸດສຸມ ຄັງວຽງໃນ 1 ເດືອນຜ່ານມາ ເຫັນວ່າ: ຄະນະຊີ້ນຳໄດ້ເອົາໃຈໃສ່ໂຄສະນາສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວໄດ້ຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດໂດຍສະເພາະ ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຕ່າງໆຢ່າງທົ່ວເຖິງ ເປັນຕົ້ນແມ່ນແຜນພັດທະນາເສດຖະກິດ-ສັງຄົມໃນຂອບເຂດຮັບຜິດຊອບ ເຮັດໃຫ້ເຂົາເຈົ້າມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ຮັກບ້ານເກີດເມືອງນອນຂອງຕົນ, ມີຄວາມສາມັກຄີປອງດອງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງ ກໍຄືຄອບຄົວຂອງຕົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ສາມາດຈຳແນກໄດ້ມິດສັດຕູຢ່າງຈະແຈ້ງ, ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ປະສານສົມທົບກັບກຳລັງຫຼວງ-ກຳລັງທ້ອງຖິ່ນ ແລະ ອຳນາດການປົກຄອງບ້ານເຄື່ອນໄຫວຕິດຕາມກວດກາ, ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ຊີ້ນຳກຳລັງກອງຫຼອນ ສ້າງແຜນການເຄື່ອນໄຫວຕາມຂອບເຂດຮັບຜິດຊອບຂອງຕົນໃຫ້ມີຄວາມສະຫງົບ. ດ້ານວຽກງານເສດຖະກິດໄດ້ສົ່ງເສີມໃຫ້ປະຊາຊົນປູກຝັງ-ລ້ຽງສັດ ຊອກແຫຼ່ງລາຍຮັບ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ ແລະ ພື້ນຖານໂຄ່ງລ່າງ ສາທາລະນະສຸກ, ໂຮງຮຽນ, ໂຮງໝໍ ແລະ ທີ່ຢູ່ອາໄສຂອງປະຊາຊົນ ນັບມື້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.
ໂອກາດນີ້, ສະຫາຍ ພົນຕີ ວົງຄຳ ພົມມະກອນ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ເອົາໃຈໃສ່ ໂຄສະນາສຶກສາອົບຮົມການ ເມືອງນຳພາ-ແນວຄິດ, ນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດລົງເຜີຍແຜ່ ໃຫ້ປະຊາຊົນໄດ້ຮັບຮູ້ ເຂົ້າໃຈ ຕໍ່ແນວທາງປ່ຽນແປງໃໝ່ ຂອງພັກຢ່າງແຂງແຮງ ຍົກສູງສະຕິລະວັງຕົວ, ກຽມພ້ອມປົກປັກຮັກສາບ້ານຊ່ອງຂອງຕົນ, ສະກັັດກັ້ນທຸກກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບປອດໄພ100%, ຫັນເອົາການລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ເປັນບັນຫາສຳຄັນ, ພັດທະນາເສດຖະກິດ- ສັງຄົມເປັນໃຈກາງ ແລະ ເອົາວຽກງານກໍ່ສ້າງພັກ-ພະນັກງານເປັນຂອດຕັດສິນ, ສົມທົບກັບຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດແຜນງານໂຄງການໃຫ້ສຳເລັດ. ພ້ອມນີ້, ກໍຕ້ອງເພີ່ມທະວີຄວາມສາມັກຄີຮັກແພງກັບປະຊາຊົນໃຫ້ແໜ້ນແຟ້ນເລິກເຊິ່ງກວ່າເກົ່າ.
ໂດຍ: ຄຳສິງ ລິດວິໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ