ໂຮງຮຽນທິດສະດີການເມືອງກອງທັບ ປິດຊຸດບຳລຸງ ທິດສະດີມາກ-ເລນິນ ຊຸດທີ III
ເວລາອອກຂ່າວ: 2023-02-01 09:02:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:
ວັນທີ 31 ມັງກອນ 2023 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີປິດຊຸດບຳລຸງທິດສະດີມາກ-ເລນິນ ລະບົບຊັ້ນສູງ 5 ເດືອນ ຊຸດທີ III ສົກຮຽນ 2022-2023, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີແຂກທີ່ຖືກເຊີນຈາກບັນດາກົມໃຫຍ່, ຊ່ຽວຊານຫວຽດນາມ, ຕາງໜ້າໂຮງຮຽນທິດສະດີການເມືອງ ປກສ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນທິດສະດີການເມືອງກອງທັບ ຕະຫຼອດຮອດພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນທັນ ຈັນທະລີມາ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງອົບຮົມກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ ໄດ້ສະຫຼຸບຜົນສຳເລັດຂອງການບຳລຸງທິດສະດີມາກ-ເລນິນ ລະບົບຊັ້ນສູງ 5 ເດືອນ ຊຸດທີ III ສົກຮຽນ 2022-2023 ວ່າ: ຜ່ານການອົບຮົມບຳລຸງມາເປັນເວລາ 5 ເດືອນເຫັນວ່ານັກສຶກສາແຕ່ລະສະຫາຍໄດ້ເອົາໃຈໃສ່ປະຕິບັດບັນດາຂໍ້ກຳນົດ, ກົດລະບຽບຂອງໂຮງຮຽນວາງອອກຢ່າງເຂັ້ມງວດ, ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ຍາດແຍ່ງເອົາຄວາມຮູ້ນຳຄູ-ອາຈານໂດຍສະເພາະທາງດ້ານພື້ນຖານທິດສະດີມາກ-ເລນິນ ເພື່ອເປັນພື້ນຖານໃຫ້ແກ່ການເຄື່ອນໄຫວນຳພາ, ຄຸ້ມຄອງ ແລະ ກຳແໜ້ນບາດກ້າວດຳເນີນວຽກງານພັກ, ວຽກງານການເມືອງຢູ່ໃນກອງທັບ ກໍຄືການປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງຮອບດ້ານ. ນອກນີ້, ນັກສຶກສາຍັງໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ ຂອງແຕ່ລະກົມກອງທ້ອງຖິ່ນໃນໄລຍະຜ່ານມາ ແລະ ໄປທັດສະນະສຶກສາຖອດຖອນບົດຮຽນການນຳພາ-ຊີ້ນຳກໍ່ສ້າງກົມກອງຢູ່ກອງພັນໃຫຍ່ 11 ເຊິ່ງແມ່ນກອງຕົວແບບຂອງກະຊວງປ້ອງກັນປະເທດ. ຜ່ານການອົບຮົມບຳລຸງໄລຍະ 5 ເດືອນ ສາມາດສັງລວມຄວາມຮັບຮູ້, ເຂົ້າໃຈດ້ານເນື້ອໃນພື້ນຖານທິດສະດີການເມືອງ ແລະ ການທະຫານ ໄດ້ຄະແນນສະເລ່ຍເກຼດ A ຈຳນວນ 11 ສະຫາຍ, ເກຼດ B+ ຈຳນວນ 18 ສະຫາຍ. ນອກຈາກການຄົ້ນຄວ້າຮ່ຳຮຽນແລ້ວ, ນັກສຶກສາຍັງໄດ້ເອົາໃຈໃສ່ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ ຕາມຄຳຂວັນທີ່ວ່າ: “ກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ ໃຫ້ກາຍເປັນເບົ້າຫຼໍ່ທາງດ້ານການເມືອງ-ແນວຄິດ ປອດໃສ ເຂັ້ມແຂງ ໜັກແໜ້ນ”. ໃນພິທີໄດ້ຜ່ານຂໍ້ຕົກລົງຂອງໂຮງຮຽນທິດສະດີການເມືອງກອງທັບ ວ່າດ້ວຍການມອບໃບຢັ້ງຢືນໃຫ້ນັກສຶກສາບຳລຸງທິດສະດີມາກ-ເລນິນ ລະບົບຊັ້ນສູງ 5 ເດືອນ ຊຸດທີ III ສົກຮຽນ 2022-2023 ຈຳນວນ 31 ສະຫາຍ ໂດຍການຂຶ້ນມອບຂອງ ສະຫາຍ ພົນຈັດຕະວາ ຄຳໄພ ຟອງດາລາ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ.
ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໃຫ້ໜັກໃຫ້ຄະນະພັກ-ຄະນະອຳນວຍການໂຮງຮຽນ ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານພາຍໃນກົມກອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ສືບຕໍ່ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດແຜນການອົບຮົມ-ກໍ່ສ້າງນັກຮຽນບຳລຸງໃນສົກຮຽນຜ່ານມາ ແລະ ສືບຕໍ່ກະກຽມແຜນການອົບຮົມ-ຫັດແອບ ໃຫ້ພະນັກງານທີ່ຈະມາບຳລຸງໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າເກົ່າ. ຄູ-ອາຈານກໍຕ້ອງສືບຕໍ່ປັບປຸງເນື້ອໃນໂຄງການຫຼັກສູດໃຫ້ແທດເໝາະ, ຮັບປະກັນໃຫ້ການສິດສອນສົກຮຽນຕໍ່ໄປໃຫ້ມີຄຸນນະພາບດີກວ່າເກົ່າ, ຕັ້ງໜ້າຄົ້ນຄວ້າ ແລະ ປັບປຸງບົດສອນຂອງຕົນໃຫ້ດີ ເພື່ອກຽມພ້ອມສົ່ງຄວາມຮູ້ໃຫ້ນັກຮຽນເຂົ້າໃຈງ່າຍ, ສາມາດກຳໄດ້ເນື້ອໃນທິດສະດີ-ຫຼັກການ ແລະ ພາກປະຕິບັດຕົວຈິງ, ສຳລັບນັກຮຽນ ພາຍຫຼັງກັບຄືນສູ່ກົມກອງໃຫ້ນຳເອົາທິດສະດີ-ຫຼັກການ ແລະ ບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້ນັ້ນ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃນວຽກງານຕົວຈິງຂອງກົມກອງໃຫ້ມີອັນໃໝ່, ສ້າງກົມກອງໃຫ້ເປັນກົມກອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ. ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ