ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

​ວຕກ ປິດ​ຊຸດ​ອົບຮົມ​ບຳລຸງ​ວຽກ​ງານ ​ເສນາ​ເຕັກນິກ ຊຸດ​ທີ V
ເວລາອອກຂ່າວ: 2023-02-01 09:00:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 243 | ຄວາມນິຍົມ:



ວັນ​ທີ 26 ມັງກອນ 2023 ນີ້, ວິທະຍາຄານ​ເຕັກນິກ​ການ​ທະຫານ (​ວຕກ) ໄດ້​ປິດ​ຊຸດ​ອົບຮົມ​ບຳລຸງ​ວຽກ​ງານ​ເສນາ​ເຕັກນິກ ລະບົບ 6 ເດືອນ ປະຈຳ​ສົກຮຽນ 2022-2023, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ຈອມ​ເພັດ ໄຊ​ຍະ​ສຸກ ກຳມະການ​ຄະນະ​ປະຈຳ​ພັກ​ກົມ​ໃຫຍ່ ຮອງ​ຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຄະນະ​ຫ້ອງ, ສູນ​ເຝິກ​ຫັດ​ທົດ​ລອງ, ກອງພັນ​ນັກ​ສຶກ​ສາ, ຄູ-ອາຈານ, ກົມ​ກອງ​ກ່ຽວຂ້ອງ ຕະຫຼອດ​ຮອດ​ພະນັກງານ​ບຳລຸງ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ຈັນ​ສະໝອນ ລັດ​ສະໄໝ ຮອງຫົວໜ້າ​ອຳ​ນວຍ​ການ ຫົວໜ້າ​ຫ້ອງ​ອົບຮົມ ວິທະຍາຄານ​ເຕັກນິກ​ການ​ທະຫານ ໄດ້​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ຜົນ​ສຳ​ເລັດກ​​ານ​ບຳລຸງ​ວຽກ​ງານ​ເສນາ​ເຕັກນິກ ຊຸດ​ທີ V ໂດຍ​ປະຕິບັດ​ຕາມ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ຊັບພະຍາກອນ​ມະນຸດ​ຂອງ​ພັກ-ລັດ ແລະ ຕິດ​ພັນ​ກັບ​ການ​ປະຕິ ບັດ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ກໍ​ຄື​ວິໄສ​ທັດ​ຮອດປີ 2030 ແຜນ​ພັດທະນາ​ວິທະຍາຄານ​ເຕັກນິກ​ການ​ທະຫານ 10 ປີ (2021-2030) ແລະ ແຜນ​ ພັດທະນາ​ວຽກ​ງານ​ອົບຮົມ-ກໍ່ສ້າງ 5 ປີ ( 2021-2025) ໃຫ້​ປະກົດ​ຜົນ​ເປັນ​ຈິງ, ປະກອບສ່ວນ​ປັບປຸງ​ກໍ່ສ້າງ​ກອງທັບ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມແຂງ ກາຍເປັນ​ກອງທັບ​ປະຕິວັດ​ທີ່​ມີແບບແຜນ​ທັນ​ສະໄໝ, ກຽມພ້ອມ​ເຮັດ​ໜ້າທີ່​ການເມືອງ​ໃນ​ໄລຍະ​ໃໝ່. ຜ່ານ​ການ​ຄົ້ນຄວ້າ​ຮໍ່າຮຽນ​ຕະຫຼອດ​ຊຸດ​ຮຽນ​ເຫັນ​ວ່າ​ຖືກຕ້ອງ​ຕາມ​ຂໍ້​ກຳນົດ, ກົດ​ລະບຽບ, ພາ ລະ​ບົດບາດ ແລະ ບັນລຸ​ໄດ້​ຕາມ​ຈຸດປະສົງ​ຄາດໝາຍ​ທີ່​ວາງ​ໄວ້, ມີ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ທິດ​ສະ​ດີ ແລະ ຫຼັກການ​ດຳເນີນ​ວຽກ​ງານ​ເສນາ​ເຕັກນິກ​ຂັ້ນ​ຕ່າງໆ​ໃຫ້​ເຂົ້າ​ສູ່​ລະບົບ​ລະບຽບ​ຫຼັກການ​ໂດຍ​ພື້ນຖານ. ໃນ​ນີ້, ພະ ນັກງານ​ບຳລຸງ​ເສນາ​ເຕັກນິກ​ມີ​ຈຳນວນ 30 ສະຫາຍ ເຊິ່ງ​ມາ​ຈາກ​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ​ທົ່ວ​ປະເທດ ສາມາດ​ຕີ​ລາຄາ​ແບ່ງ​ປະເພດ​ນັກຮຽນ​ຂັ້ນດີ​ຫຼາຍ 4 ສະຫາຍ, ຂັ້ນ​ດີ 26 ສະຫາຍ. ພ້ອມ​ດຽວ​ກັນ​ນີ້​ກໍ​ໄດ້​ມອບ​ໃບຢັ້ງຢືນ​ໃຫ້​ແຕ່​ລະ​ສະຫາຍ. ຂ່າວ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ກ່ອນ​ໜ້ານີ້​ບໍ່​ດົນ, ວິທະຍາຄານ​ເຕັກນິກ​ການ​ທະຫານ (​ວຕກ) ໄດ້ຈັດກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ ປະຈຳ​ປີ 2022 ແລະ ວາງ​ທິດ​ທາງ​ແຜນການ​ປະຈຳ​ປີ 2023 ເຊິ່ງ​ຜ່ານ​ການຈັດຕັ້ງນຳພາ-ຊີ້​ນຳ​ ໃນ​ໄລຍະ 1 ປີຜ່ານມາ ສາມາດ​ຍາດ​ໄດ້ຜົນ​ງານ​​ທີ່​ພົ້ນ​ເດັ່ນ​ຫຼາຍ​ດ້ານ. ພ້ອມ​ດຽວ​ກັນ​ນັ້ນ, ​ກໍ​ໄດ້​ຄົ້ນຄວ້າ​ເອກະ​ພາບ​ຕໍ່​ວຽກ​ງານ​ທີ່​ສຳຄັນ​ຈຳນວນ​ໜຶ່ງ​ເຊັ່ນ: ການ​ຜ່ານ​ບົດ​ແນະນຳ​ແຜນການ ແລະ ມະຕິ​ຕົກລົງ ວ່າ​ດ້ວຍ​ການ​ກຳນົດ​ເວລາ ແລະ ການ​ເຂົ້າ​ຮ່ວມ​ເປັນ​ປະທານ​ກອງ​ປະຊຸມ​ໃຫຍ່ສະມາຊິກ​ພັກ​ຂອງ​ບັນດາ​ໜ່ວຍ​ພັກ​ຮາກ​ຖານ ແລະ ການ​ຄາດກະ​ຊັບຊ້ອນ​ພະນັກງານ ພ້ອມ​ທັງ​ຄົ້ນຄວ້າ​ລາຍ​ຊື່​ພະນັກງານ​ຂໍ​ຍົກຍ້າຍ​ມາ​ຢູ່ ​ວຕກ ເຊິ່ງ​ໃນ​ກອງ​ປະຊຸມ​ບັນດາ​ຄະນະ​ບໍລິຫານ​ງານ​ພັກ ຍັງ​ໄດ້​ຮັບຮອງ​ເອົາ​ ທິດ​ທາງ​ແຜນການ ແລະ ເນື້ອ​ໃນ​ກອງ​ປະຊຸມ​ຢ່າງ​ເປັນ​ເອກະ ສັນ. ໂດຍ: ນາງ ໄຂ​ຄຳ ພົມ​ມະ​ສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ