ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ບໍລິສັດ​ເຊີນ​ຮວາ (ກາສີ) ບໍ່​ຄຳ​ຈຳກັດ ມອບ​ລົດ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ
ເວລາອອກຂ່າວ: 2023-01-31 09:19:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 217 | ຄວາມນິຍົມ:



ໃນ​ວັນ​ທີ 26 ມັງກອນ 2023 ນີ້, ຢູ່​ທີ່​ກົມ​ເສດຖະກິດ ບໍລິສັດ​ເຊິນ​ຮວາ (ກາສີ) ບໍ່​ຄຳ ຈຳກັດນຳ​ໂດຍ ທ່ານ ຢາວ​ຢົງ​ອຸຍ ປະທານ​ບໍລິສັດ​ເຊິນ​ຮວາ(ກາສີ) ບໍ່​ຄຳຈຳກັດ ພ້ອມ​ດ້ວຍ​ຄະນະໄດ້​ນຳ​ເອົາ​ລົດ ໄຟຟ້າ SUV (ເອັດ​ຍູ​ວີ) ຈຳນວນ 4 ຄັນ​ມູນ​ຄ່າ 89.200 ໂດ​ລາ​ສະຫະລັດ. ມາ​ມອບ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ການ​ກ່າວ​ຮັບ​ຂອງ ທ່ານ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ​ ພ້ອມ​ທັງ​ໄດ້​ສະແດງ​ຄວາມ​ຂອບໃຈ ມາ​ຍັງ​ບໍລິສັດ​ເຊິນ​ຮວາ (ກາສີ) ບໍ່​ຄຳ​ຈຳກັດ ທີ່​ໄດ້​ນຳ​ເອົາ​ລົດ​ດັ່ງກ່າວ​ມາ​ມອບ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ​ໃນ​ຄັ້ງ​ນີ້ ທັງ​ເປັນ​ການ​ປະກອບ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພົວພັນ​ຮ່ວມ​ມື​ຄວາມ​ສາ​ມັກ​ທີ່​ດີ​ຕໍ່​ກັນ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ເອົາ​ລົດ​ຈຳນວນ​ດັ່ງກ່າວ​ນັ້ນ​ໄປ​ປະກອບສ່ວນ​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂອກາດ​ນີ້​, ທ່ານ​ປະທານ​ບໍລິສັດ​ເຊິນ​ຮວາ (ກາສີ) ບໍ່​ຄຳ​ຈຳກັດ ກໍໄດ້​ສະແດງ​ຄວາມ​ຂອບ​ອົກ​ຂອບໃຈ​ຕໍ່​ກະຊວງ​ປ້ອງ​ກັນ​ປະເທດ​ທີ່​ໃຫ້ການ​ຊ່ວຍເຫຼືອ​ທາງ​ດ້ານ​ໜ້າທີ່​ວຽກ​ງານ ໂດຍ​ສະເພາະ​ແມ່ນ​ການ​ເອື້ອ​ອຳນວຍ​ຄວາມ​ສະດວກ​ສະບາຍ​ໃຫ້​ແກ່​ບໍລິສັດ ເຊິ່ງ​ໄລຍະ​ຜ່ານ​ມາ​ທັງ​ສອງ​ພາກສ່ວນ​ກໍ່​ຄື​ບໍລິສັດ​ເຊິນ​ຮວາ (ກາສີ) ບໍ່​ຄຳ​ຈຳກັດ ກັບ ກົມ​ເສດຖະກິດ ກະຊວງ​ປ້ອງ​ກັນ​ປະເທດ ແມ່ນ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື​ກັນ​ຕະຫຼອດ​ມາ​ສາມາດ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້. ໃນ​ວັນ​ດຽວ​ກັນ​ນັ້ນ ທ່ານ​ ພົນ​ຈັດຕະວາ ສີ​ພອນ​ໄຊ ຄຳ​ທອງ​ເຫວີນ ຫົວໜ້າ​ກົມ​ເສດຖະກິດ ກໍໄດ້​ມອບ​ກະຕ່າ​ຂອງຂວັນ​ໃຫ້​ອາ​ດີດ​ການ​ນຳ​ກົມ​ເສດຖະກິດ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບ 74 ປີ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ