

![]()
ຖະແຫຼງຂ່າວກ່ຽວກັບການແຕ່ງຕັ້ງ ສະມາຊິກລັດຖະບານ
ເວລາອອກຂ່າວ: 2023-01-31 09:17:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:
ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນຫາຟື້ນຖາສຳຄັນໃນກອງປະຊຸມສະໄໝສາມັນຂອງຄະນະປະຈຳສະພາແຫ່ງຊາດ ຊຸດທີ IX ປະຈຳເດືອນ ມັງກອນ 2023, ໃນວັນທີ 30 ມັງກອນ 2023 ນີ້.
ທ່ານຮອງປະທານສະພາແຫ່ງຊາດ ໄດ້ກ່າວວ່າ: ອີງຕາມຂໍ້ຕົກລົງຂອງກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ ວັນທີ 25 ມັງກອນ 2023; ອີງຕາມຄຳສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 26 ມັງກອນ 2023. ກອງປະຊຸມສະໄໝສາມັນຂອງຄະນະປະຈຳສະພາແຫ່ງຊາດ ຊຸດທີ IX ປະຈຳເດືອນ ມັງກອນ 2023 ໄດ້ດຳເນີນເປັນເວລາ 2 ວັນເຕັມ ໃນວັນທີ 30-31 ມັງກອນ 2023 ພາຍໃຕ້ການນຳພາຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ໂດຍມີບັນດາທ່ານຮອງປະທານສະພາແຫ່ງຊາດ, ບັນດາທ່ານກຳມະການຄະນະປະຈຳສະພາແຫ່ງຊາດ ເຂົ້າຮ່ວມ ຈຳນວນ 15 ທ່ານ; ຜ່ານການຄົ້ນຄວ້າພິຈາລະນາ, ປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງຖີ່ຖ້ວນຂອງບັນດາທ່ານຄະນະປະຈຳສະພາແຫ່ງຊາດ ຕໍ່ຄຳສະເໜີຂອງນາຍົກລັດຖະມົນຕີ ກ່ຽວກັບການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຢູ່ໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນ ມັງກອນ 2023 ໃນວາລະຕອນເຊົ້າຂອງວັນທີ 30 ມັງກອນ 2023 ໄດ້ຕົກລົງ ຄືດັ່ງນີ້:
1) ຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບ
ໜ້າທີ່ໃໝ່ ຢູ່ແຂວງຫຼວງນ້ຳທາ.
2) ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງສະຫວັນນະເຂດ.
3) ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ໃໝ່ຢູ່ແຂວງສາລະວັນ.
4) ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ມາຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງການເງິນ.
5) ແຕ່ງຕັ້ງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ມາຮັບໃໝ່ທີ່ໃໝ່ ເປັນລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່.
6) ແຕ່ງຕັ້ງ ທ່ານ ງາມປະສົງ ເມືອງມະນີ ເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.
ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດດັ່ງທີ່ກ່າວມາຂ້າງເທິງນັ້ນ, ໃນໄລຍະດຳເນີນກອງປະຊຸມ ຈະໄດ້ຄົ້ນຄວ້າພິຈາລະນາຮັບຟັງຜົນການຮຽບຮຽງກົດໝາຍ ຈຳນວນ 12 ສະບັບ ທີ່ໄດ້ຮັບຮອງເອົາການສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ຮັບຟັງການລາຍງານສະພາບການປັບປຸງແຜນການສ້າງກົດໝາຍ ປີ 2023- 2025, ຄົ້ນຄວ້າພິຈາລະນາບາງຄຳຮ້ອງຂໍຄວາມເປັນທຳ ແລະ ຄົ້ນຄວ້າພິຈາລະນາວຽກງານພາຍໃນສະພາແຫ່ງຊາດ ເຊັ່ນ: ພິຈາລະນາວຽກງານ ຂອງບັນດາກຳມາທິການ, ຄະນະເລຂາທິການ ແລະ ສະຖາບັນຄົ້ນ
ຄວ້ານິຕິກຳສະພາແຫ່ງຊາດ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ