

![]()
ກົມຂົນສົ່ງ ສ້າງຂະບວນການແຂ່ງຂັນ ວຽກງານວິຊາສະເພາະຂົນສົ່ງ
ເວລາອອກຂ່າວ: 2023-01-30 09:40:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 184 | ຄວາມນິຍົມ:
ວັນທີ 18 ມັງກອນ 2023 ນີ້, ກົມຂົນສົ່ງກົມໃຫຍ່ພະລາທິ ການກອງທັບ ໄດ້ສ້າງຂະບວນການແຂ່ງຂັນວຽກງານວິຊາສະ ເພາະຂົນສົ່ງຂຶ້ນ ຢູ່ທີ່ເດີນກິລາກອງພັນຂົນສົ່ງ 401 ກອງທັບ ໂດຍການເປັນປະທານຂອງສະ ຫາຍ ພົນຈັດຕະວາ ບຸນຍົງ ວົງພົມ ຫົວໜ້າກົມຂົນສົ່ງ ກົມໃຫຍ່ພະລາທິການກອງທັບ ມີຄະນະກົມ, ພະນັກງານວິຊາການພາຍໃນກົມຂົນສົ່ງ, ບັນດາຄະນະພັກ, ຄະນະບັນຊາກອງພັນຂົນ ສົ່ງ 401, 402 ແລະ 403 ກອງທັບ ພ້ອມດ້ວຍ ນັກຂັບຂີ່ 3 ກອງພັນຂົນສົ່ງ ເຂົ້າຮ່ວມ.
ການສ້າງຂະບວນການແຂ່ງຂັນ
ຂັນວຽກງານວິຊາສະເພາະຂົນສົ່ງຄັ້ງນີ້ ແມ່ນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ໃຫ້
ເປັນຂະບວນການຟົດຟື້ນມ່ວນ ຊື່ນ. ທັງນີ້, ກໍເພື່ອເປັນການສ້າງຄວາມສາມັກຄີພາຍໃນເຫຼົ່າຮົບນັກຂັບຂີ່ໃຫ້ແໜ້ນແຟ້ນ, ມີປະສົບການ, ມີຄວາມຮູ້, ຄວາມສາມາດທາງດ້ານລະບຽບຫຼັກການ ແລະ ເຕັກນິກຂອງນັກຂັບຂີ່ທີ່ເກັ່ງ, ມີທັດສະໄຫວພິບ, ຄວາມຄ່ອງແຄ້ວ, ຄວາມຊານິຊຳນານໃນການນຳໃຊ້ພາຫະນະຂົນສົ່ງໃຫ້ຮັບປະກັນໄດ້ການຂົນສົ່ງເຖິງຈຸດໝາຍດ້ວຍຄວາມວ່ອງໄວ ແລະ ຄວາມປອດໄພ 100%. ເຊິ່ງການແຂ່ງຂັນວຽກງານວິຊາສະເພາະຂົນສົ່ງຄັ້ງນີ້ ມີນັກຂັບຂີ່ເຂົ້າຮ່ວມແຂ່ງຂັນທັງໝົດ 20 ສະຫາຍ ທີ່ມາຈາກ 3 ກອງພັນຂົນສົ່ງກອງທັບ ແລະ ມີ 2 ລາຍການແຂ່ງຂັນຄື: ການຂັບຂີ່ເກັ່ງ ແລະ ການມ້າງປະກອບເຕັກນິກເຄື່ອງລົດຂັ້ນພື້ນຖານເກັ່ງ, ຜ່ານການແຂ່ງຂັນຕົວຈິງສາມາດຈັດປະເພດນັກຂັບຂີ່ເກັ່ງ ແລະ ມ້າງປະກອບເຕັກນິກເຄື່ອງລົດຂັ້ນພື້ນຖານເກັ່ງປະເພດ1 ແມ່ນຂັບຂີ່ກອງພັນຂົນສົ່ງ 402 ກອງທັບ, ປະເພດ 3 ແມ່ນນັກຂີ່ກອງພັນຂົນສົ່ງ 403 ກອງທັບ ແລະ ປະເພດ 3 ແມ່ນນັກຂັບຂີ່ກອງພັນຂົນສົ່ງ 401 ກອງທັບ. ການແຂ່ງຂັນໄດ້ເນີນໄປຢ່າງເປັນຂະບວນການຟົດຟື້ນມ່ວນຊື່ນ.
ໂດຍ: ຄຳໄພວັນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ