

![]()
ກອງປະຊຸມວ່າດ້ວຍ ການຮ່ວມມື ລະຫວ່າງ ແຂວງຈຳປາສັກ ກັບ ແຂວງເປຣະວິເຮຍ ຄັ້ງທີ IX
ເວລາອອກຂ່າວ: 2023-01-30 09:40:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 19 | ຄວາມນິຍົມ:
ກອງປະຊຸມ ວ່າດ້ວຍການຮ່ວມມື ຄັ້ງທີ IX ລະຫວ່າງ ແຂວງຈຳປາສັກ ແຫ່ງ ສປປ ລາວ
ກັບ ແຂວງ ເປຣະວີເຮຍ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ຈັດຂື້ນໃນ ວັນທີ 23 ມັງກອນ 2023 ທີ່ແຂວງຈຳປາສັກ. ໂດຍການ
ເປັນປະທານຮ່ວມຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ທ່ານ ກິມ ເຣີດທິ ເຈົ້າແຂວງເປຣະວິເຮຍ; ມີ ທ່ານ ກົງສຸນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ; ກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ; ບັນດາທ່ານຄະນະຜູ້ແທນ ຂອງສອງຝ່າຍເຂົ້າຮ່ວມ.
ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໄດ້ກ່າວໃນກອງປະຊຸມບາງຕອນສຳຄັນວ່າ: ກອງປະຊຸມວ່າດ້ວຍການຮ່ວມມື ລະຫວ່າງ ແຂວງຈຳປາສັກ ກັບ ແຂວງເປຣະວິເຮຍ ຄັ້ງທີ IX ແລະ ຄັ້ງຜ່ານໆມານັ້ນ ໄດ້ເປັນສັນຍາລັກແຫ່ງການພົວພັນຮ່ວມມືທີ່ມີມາແຕ່ດົນນານ ລະຫວ່າງສອງແຂວງໃຫ້ຄົງຢູ່ຕະຫຼອດໄປ ແລະ ໄດ້ຮັບການເສີມຂະຫຍາຍພັດທະນາໃຫ້ດີຂຶ້ນເປັນກ້າວໆ ແລະ ຍັງສະແດງໃຫ້ເຫັນເຖິງການຮ່ວມມືທີ່ເຂົ້າອົກ, ເຂົ້າໃຈເຊິ່ງກັນ ແລະ ກັນເພື່ອຮ່ວມແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຕາມຂອບເຂດຊາຍແດນ ເຮັດໃຫ້ບໍລິເວນຊາຍແດນສ່ວນໃຫຍ່ມີຄວາມສະຫງົບດີຂຶ້ນ, ເຊິ່ງປະກອບສ່ວນເຮັດໃຫ້ບັນຍາກາດການພົວພັນຮ່ວມມື ລະຫວ່າງສອງປະເທດເວົ້າລວມ, ເວົ້າສະເພາະ ລະຫວ່າງ ແຂວງຈຳປາສັກ ແລະ ແຂວງເປຣະວິເຮຍ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ ເນື່ອງ.ໃນກອງປະຊຸມໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນ ແລະ ທົບທວນຄືນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ວ່າດ້ວຍການຮ່ວມມື ຄັ້ງທີ VIII ໃນປີຜ່ານມາ ພ້ອມນັ້ນ ຄະນະຜູ້ແທນ ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນງານການຮ່ວມມື ແລະ ເຫັນວ່າກົນໄກການຮ່ວມມືໃນໄລຍະຜ່ານມາໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳຫຼາຍຂຶ້ນ ເຊິ່ງເຮັດໃຫ້ສອງຝ່າຍໄດ້ຮ່ວມກັນແກ້ໄຂບັນຫາຕາມບໍລິເວນຊາຍແດນ ໃຫ້ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ. ສອງຝ່າຍ ໄດ້ລົງນາມບົດບັນທຶກ ວ່າດ້ວຍການຮ່ວມມື ຄັ້ງທີ IX, ໂດຍເປັນເອກະພາບສືບຕໍ່ຈັດຕັ້ງປະຕິບັດການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຕາມຊາຍແດນ ສອງຝ່າຍເປັນເອກະພາບປະຕິບັດຕາມ ບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ກະຊວງພາຍ
ໃນ ແຫ່ງ ຣາຊະອານາຈັກກຳປູ ເຈຍ ປະຈຳປີ 2022, ສືບຕໍ່ຮ່ວມມືກັນ ໃນການປ້ອງກັນສະກັດກັ້ນທຸກການເຄື່ອນໄຫວ ການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາຍແດນ, ເປັນເອກະພາບໃນການສືບຕໍ່ອຳນວຍຄວາມສະດວກ ແລະ ປ້ອງກັນຄວາມປອດໄພໃຫ້ແກ່ຄະນະຜູ້ແທນ ແລະ ປະຊາຊົນຂອງສອງປະເທດ; ການຮ່ວມມືປ້ອງກັນ ແລະ ສະກັດກັ້ນຢາເສບຕິດ ຕາມຊາຍແດນ. ນອກຈາກນັ້ນ ສອງຝ່າຍ ຍັງເປັນເອກະພາບໃນ ການຮ່ວມມືດ້ານເສດຖະກິດ-ສັງຄົມ ເປັນຕົ້ນ: ວຽກງານໂຍທາທິການ ແລະ ຂົນສົ່ງ; ວຽກງານກະສິກຳ ສອງຝ່າຍເອກະພາບໃນການສະກັດກັ້ນ ແລະ ປາບປາມຕໍ່ຜູ້ລະເມີດທີ່ນຳໃຊ້ອຸປະກອນທີ່ຜິດກົດໝາຍໃນການຫາປາ ແລະ ສັດນ້ຳຕາມລຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາຕ່າງໆ, ຊຸກຍູ້ໃຫ້ ມີການແລກປ່ຽນລະບົບຂໍ້ມູນການຕະຫຼາດ ຜະລິດຕະພັນກະສິກຳ, ສະກັດກັ້ນການລັກລອບນຳສັດ ເຂົ້າ-ອອກ, ຜະລິດຕະພັນທີ່ມາ ຈາກສັດ ແລະ ຮ່ວມມືກັນອະນຸ ລັກສັດປ່າ, ສັດນ້ຳ ເພື່ອແລກ ປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ສັດປ່າ, ສັດນ້ຳ ທີ່ໃກ້ຈະສູນພັນ; ວຽກງານພະລັງງານ ແລະ ໄຟຟ້າ ສືບຕໍ່ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 500 KV ເພື່ອເຊື່ອມຕໍ່ແຂວງຊຽງແຕງ ແລະ ແຂວງເປຣະວີເຮຍ, ສະໜັບສະໜູນໃຫ້ ລັດວິສາຫະກິດໄຟຟ້າລາວ ແລະ ໄຟຟ້າກຳປູເຈຍ ຮ່ວມມືກັນໃນການສຶກສາເພີ່ມປະລິມານການສົ່ງພະລັງງານໄຟຟ້າ ແລະຍັງມີ ວຽກງານດ້ານອຸດສາຫະກຳ ແລະ ການຄ້າ; ວຽກງານຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ; ວຽກງານການສຶກສາ-ກິລາ, ສາທາລະນະສຸກ ແລະ ດ້ານມະນຸດສະທຳ ສອງຝ່າຍເຫັນດີໃຫ້ໜ່ວຍງານກູ້ໄພຂອງສອງຝ່າຍປະສານງານກັນໃນກໍລະນີເກີດອຸບັດຕິເຫດ ແລະ ເກີດໄພພິບັດທາງທຳມະຊາດ ເພື່ອຊ່ວຍເຫຼືອກັນ ແລະ ອື່ນໆ.
ໂດຍ: ດາວົງ ບຸດຕະວົງ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ