

![]()
ສໍາເລັດກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊຍະບູລີ ຄັ້ງທີ 8 ສະໄໝທີ VII
ເວລາອອກຂ່າວ: 2023-01-30 09:39:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 397 | ຄວາມນິຍົມ:
ພາຍຫຼັງທີ່ໄດ້ດຳເນີນກອງ
ປະຊຸມ ຄົບຄະນະບໍລິຫານງານ
ພັກແຂວງໄຊຍະບູລີ ເປີດກວ້າງ
ຄັ້ງທີ 8 ສະໄໝທີ VII ມາເປັນ
ເວລາ 4 ວັນ, ຈຶ່ງໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມໃນຕອນບ່າຍຂອງວັນທີ 26 ມັງກອນ
2023, ທີ່ສະໂມສອນ ຫ້ອງວ່າ
ການແຂວງ, ໂດຍການເປັນປະ
ທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງໄຊ
ຍະບູລີ, ເຂົ້າຮ່ວມມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ມີເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຕະຫຼອດໄລຍະຂອງການດຳ
ເນີນກອງປະຊຸມ ບັນດາຜູ້ແທນແມ່ນໄດ້ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄຳຄິດຄຳ
ເຫັນເພື່ອຊອກໃຫ້ເຫັນໄດ້ດ້ານດີ, ຜົນໄດ້ຮັບ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຂໍ້ຂາດຕົກບົກຜ່ອງໃນການນຳພາ ຂອງຄະນະພັກແຕ່ລະຂັ້ນ.
ພ້ອມນັ້ນ, ກໍ່ໄດ້ລົງເລິກຕີລາຄາການນຳພາ-ຊີ້ນຳວຽກງານກໍ່
ສ້າງພັກ-ພະນັກງານ, ການສ້າງ
ແຜນກຳນົດພະນັກງານນຳພາ-
ຄຸ້ມຄອງຂັ້ນຕ່າງໆ ທຽບໃສ່ນິຕິ
ກຳທີ່ຂັ້ນເທິງວາງອອກ, ຕີລາຄາ
ວຽກງານກວດກາພັກ-ລັດ, ວຽກ
ງານອົງການຈັດຕັ້ງມະຫາຊົນໃນໄລຍະຜ່ານມາ, ຕີລາຄາການນຳພາ-ຊີ້ນຳ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ
ກິດ-ສັງຄົມ, ງົບປະມານ-ການເງິນປີ 2022 ແລະ ທິດທາງແຜນ
ການປີ 2023 ຕິດພັນກັບ 2 ວາ
ລະແຫ່ງຊາດ. ໃນໄລຍະ 1 ປີຜ່ານ
ມາ ເສດຖະກິດຂອງແຂວງຂະ
ຫຍາຍຕົວຢູ່ໃນລະດັບ 4,9% ແລະ ລວມຍອດຜະລິດຕະພັນພາຍໃນປີໃຫ້ໄດ້ປະມານ 12.339 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 29,47 ລ້ານກີບ ຫຼື ເທົ່າກັບ 1.734 ໂດລາສະຫະລັດ. ໃນນີ້, ກະສິກຳຄາດວ່າຈະຂະຫຍາຍຕົວ 3,1% ກວມ 26%, ອຸດສາຫະກຳຄາດວ່າຈະຂະຫຍາຍຕົວ 8,3% ກວມ 38%, ການບໍລິການຄາດວ່າຈະ
ຂະຫຍາຍຕົວ 3,8% ກວມ 36%,
ສາມາດເກັບລາຍຮັບພາຍໃນແຂວງ ປະຕິບັດໄດ້ 277,5 ຕື້ກີບ,
ລື່ນແຜນການ 18,3%. ກອງປະ
ຊຸມຄັ້ງນີ້, ຍັງໄດ້ດຳເນີນຊີວິດການ
ເມືອງພາຍໃນຄະນະບໍລິຫານ
ງານພັກ ແລະ ແບ່ງໜ່ວຍ ດຳເນີນຊີວິດການເມືອງ ເພື່ອສຳຫຼວດບຸກຄົນພາຍໃນຄະນະພັກ, ຕີລາ
ຄາແບ່ງປະເພດ ຂອງຄະນະບໍ
ລິຫານງານພັກແຂວງ.
ໂດຍ: ອຸ່ນເຮືອນ ໂພທິລັກ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ