ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສໍາເລັດກອງປະຊຸມ ຄົບຄະນະບໍລິຫານງານພັກ ແຂວງໄຊຍະບູລີ ຄັ້ງທີ 8 ສະໄໝທີ VII
ເວລາອອກຂ່າວ: 2023-01-30 09:39:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 336 | ຄວາມນິຍົມ:



ພາຍຫຼັງ​ທີ່​ໄດ້​ດຳເນີນ​ກອງ​ ປະຊຸມ ຄົບ​ຄະນະ​ບໍລິຫານ​ງານ​ ພັກ​ແຂວງ​ໄຊ​ຍະ​ບູ​ລີ ເປີດ​ກວ້າງ ຄັ້ງ​ທີ 8 ສະໄໝ​ທີ VII ມາ​ເປັນ ​ເວລາ 4 ວັນ, ຈຶ່ງ​ໄດ້​ອັດ​ລົງ​ດ້ວຍ​ຜົນສຳເລັດ​ອັນ​ຈົບງາມ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 26 ມັງກອນ 2023, ທີ່​ສະໂມສອນ ຫ້ອງ​ວ່າ ການ​ແຂວງ, ໂດຍ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພົງ​ສະຫວັນ ສິດ​ທະ​ວົງ ກຳມະການ​ສູນ​ກາງ​ພັກ, ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ເຈົ້າແຂວງ ແຂວງ​ໄຊ ​ຍະ​ບູ​ລີ, ເຂົ້າ​ຮ່ວມ​ມີ​ຮອງ​ເລຂາ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ, ກຳມະການ​ປະຈຳ​ພັກ​ແຂວງ, ກຳມະການ​ພັກ​ແຂວງ, ມີ​ເລຂາ​ຄະນະ​ພັກ​ຮາກ​ຖານ, ເລຂາ​ໜ່ວຍ​ພັກ​ພະແນກການ, ກົມ​ກອງ, ລັດ​ວິ​ສາ​ຫະ​ກິດ​ອ້ອມ​ຂ້າງ​ແຂວງ, ມີ​ເລຂາ​ພັກ​ເມືອງ, ເຈົ້າເມືອງ 11 ເມືອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ຕະຫຼອດ​ໄລຍະ​ຂອງ​ການ​ດຳ ເນີນ​ກອງ​ປະຊຸມ ບັນດາ​ຜູ້​ແທນ​ແມ່ນ​ໄດ້​ສຸມ​ສະຕິ​ປັນຍາ​ເຂົ້າ​ໃນ​ການ​ຄົ້ນຄວ້າ, ປະກອບ​ຄຳ​ຄິດ​ຄຳ​ ເຫັນ​ເພື່ອ​ຊອກ​ໃຫ້​ເຫັນໄດ້​ດ້ານ​ດີ, ຜົນ​ໄດ້​ຮັບ, ດ້ານ​ອ່ອນ, ຂໍ້ຄົງຄ້າງ ແລະ ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ໃນ​ການ​ນຳພາ ຂອງ​ຄະນະ​ພັກ​ແຕ່​ລະ​ຂັ້ນ. ພ້ອມ​ນັ້ນ, ກໍ່ໄດ້​ລົງ​ເລິກ​ຕີ​ລາຄາ​ການ​ນຳພາ-ຊີ້​ນຳ​ວຽກ​ງານ​ກໍ່ ສ້າງ​ພັກ-ພະນັກງານ, ການ​ສ້າງ​ ແຜນ​ກຳນົດ​ພະນັກງານ​ນຳພາ- ຄຸ້ມ​ຄອງ​ຂັ້ນ​ຕ່າງໆ ທຽບໃສ່ນິຕິ ກຳ​ທີ່​ຂັ້ນ​ເທິງ​ວາງ​ອອກ, ຕີ​ລາຄາ ​ວຽກ​ງານ​ກວດກາ​ພັກ-ລັດ, ວຽກ ​ງານ​ອົງ​ການຈັດຕັ້ງ​ມະຫາຊົນ​ໃນ​ໄລຍະ​ຜ່ານ​ມາ, ຕີ​ລາຄາ​ການ​ນຳພາ-ຊີ້​ນຳ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະ ກິດ-ສັງຄົມ, ງົບປະມານ-ການ​ເງິນ​ປີ 2022 ແລະ ທິດ​ທາງ​ແຜນ ການ​ປີ 2023 ຕິດ​ພັນ​ກັບ 2 ວາ ລະ​ແຫ່ງ​ຊາດ. ໃນ​ໄລຍະ 1 ປີຜ່ານ ມາ ເສດຖະກິດ​ຂອງ​ແຂວງ​ຂະ ຫຍາຍຕົວ​ຢູ່​ໃນ​ລະດັບ 4,9% ແລະ ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປີ​ໃຫ້​ໄດ້​ປະມານ 12.339 ຕື້​ກີບ, ສະເລ່ຍ​ຕໍ່​ຫົວ​ຄົນ​ໃຫ້​ໄດ້ 29,47 ລ້ານ​ກີບ ຫຼື ເທົ່າ​ກັບ 1.734 ໂດ​ລາ​ສະຫະລັດ. ໃນ​ນີ້, ກະສິກຳ​ຄາດ​ວ່າ​ຈະ​ຂະຫຍາຍຕົວ 3,1% ກວມ 26%, ອຸດສາຫະກຳ​ຄາດ​ວ່າ​ຈະ​ຂະຫຍາຍຕົວ 8,3% ກວມ 38%, ການ​ບໍລິການ​ຄາດ​ວ່າ​ຈະ​ ຂະຫຍາຍຕົວ 3,8% ກວມ 36%, ສາມາດ​ເກັບ​ລາຍ​ຮັບ​ພາຍ​ໃນ​ແຂວງ ປະຕິບັດ​ໄດ້ 277,5 ຕື້​ກີບ, ລື່ນ​ແຜນການ 18,3%. ກອງ​ປະ ຊຸມ​ຄັ້ງ​ນີ້, ຍັງ​ໄດ້​ດຳເນີນ​ຊີວິດ​ການ ເມືອງ​ພາຍ​ໃນ​ຄະນະ​ບໍລິຫານ​ ງານ​ພັກ ແລະ ແບ່ງ​ໜ່ວຍ ດຳເນີນ​ຊີວິດ​ການເມືອງ ເພື່ອ​ສຳ​ຫຼວດ​ບຸກຄົນ​ພາຍ​ໃນ​ຄະນະ​ພັກ, ຕີ​ລາ ຄາ​ແບ່ງ​ປະເພດ ຂອງ​ຄະນະ​ບໍ ລິຫານ​ງານ​ພັກ​ແຂວງ. ໂດຍ: ອຸ່ນ​ເຮືອນ ໂພທິ​ລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ