ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ​ ສະເຫຼີມສະຫຼອງ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ
ເວລາອອກຂ່າວ: 2023-01-30 09:38:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 253 | ຄວາມນິຍົມ:



ວັນ​ທີ 20 ມັງກອນ ​ນີ້, ກອງ​ບັນຊາ​ການ​ທະຫານ ແຂວງ​ອຸດົມ​ໄຊ ໄດ້​ຈັດ​ພິທີ​ສະເຫຼີມສະຫຼອງ ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ( 20 ມັງ ກອນ 1949-20 ມັງກອນ 2023 ) ຂຶ້ນ​ຢ່າງ​ເປັນ​ທາງ​ການ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ພົນ​ຈັດຕະວາ ຈັນ​ຖະ​ວອນ ໄຊ​ຍະ ​ຜົງ ອະດີດ​ກຳມະການ​ປະຈຳ​ພັກ ​ແຂວງ ອະດີດ​ຫົວໜ້າ​ການ​ທະ ຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ມີ​ສະຫາຍ ພັນ​ເອກ ຄຳ​ເຜີຍ ໂສມ​ພັນ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ມີ​ຄະນະ​ພັກ-ຄະນະ​ກອງ​ບັນຊາ​ການ, ຄະນະ​ພັກ-ຄະນະ​ບັນຊາ​ອົງການ 5 ຫ້ອງ, ໂຮງຮຽນ, ໂຮງໝໍ, ແຂກ​ເຊີນ, ກອງຮ້ອຍ​ເອກະລາດ ແລະ​ ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພົນ​ຈັດຕະວາ ຄຳ​ຢີນ ແສງ​ສຸ​ລີ ກຳມະການ​ພັກ​ແຂວງ ຫົວໜ້າ​ການເມືອງ​ກອງ​ ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໄດ້​ເປັນ​ກຽດ​ຂຶ້ນ​ກ້າວ​ບົດ​ປາ​ ໄສ​ແຫ່ງ​ການ​ກຳເນີດ ແລະ ເຕີບ​ໃຫຍ່​ຂະຫຍາຍຕົວ ຂອງ​ກອງທັບ​ປະຊາຊົນ​ລາວ​ໃນ​ແຕ່​ລະ​ໄລຍະ ເຊິ່ງ​ກອງທັບ​ປະຊາຊົນ​ລາວ ຫຼື ກອງທັບ​ລາວ​ອິດສະຫຼະ​ໃນ​ເມື່ອ​ກ່ອນ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ຢ່າງ​ ເປັນ​ທາງ​ການ​ໃນ​ວັນ​ທີ 20 ມັງ ກອນ 1949 ຢູ່​ເຂດ​ລາວ​ຮຸ່ງ​ພຽງ ​ສາ, ເມືອງ​ຊຽງ​ຄໍ້, ແຂວງ​ຫົວພັນ ໂດຍ​ແມ່ນ ປະທານ ໄກສອນ ພົມວິຫານ ເປັນ​ຜູ້​ບັນຊາ​ການ​ໂດຍ​ກົງພາຍ​ໃຕ້​ການ​ຊີ້​ນຳ-ນຳພາ ​ຂອງ​ພັກ ທີ່​ມີ​ແນວທາງ​ການ ເມືອງ ແລະ ການ​ທະຫານ​ອັນ​ຖືກ ຕ້ອງ ແລະ ປະດິດ​ສ້າງ ກອງທັບ​ປະຊາຊົນ​ລາວ ໃຫ້ເຕີບ​ໃຫຍ່​ເຂັ້ມ ແຂງ ແລະ ເສີມ​ຂະຫຍາຍ​ນ້ຳໃຈ ຮັກ​ຊາດ​ອັນ​ສູງ​ສົ່ງ ແລະ​ ການ​ ສືບ​ຖອດ​ມູນເຊື້ອ​ຕໍ່ສູ້​ບໍ່​ຍອມຈຳ ນົນ​ຂອງ​ບັນພະບຸລຸດ ແລະ ປະ ຊາຊົນ​ບັນດາເຜົ່າ, ວິລະ​ກຳ​ອັນ​ລ້ຳ​ເລີດ​ຈາລຶກ​ໄວ້​ໃນປຶ້ມ​ໜ້າ​ຄຳ​ ປະຫວັດສາດ​ຂອງ​ຊາດ ແລະ ​ຂອງ ​ກອງທັບ​ໄດ້​ເຕີບ​ໃຫຍ່​ຂະ ຫຍາຍຕົວ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ, ກາຍເປັນ​ກອງທັບ​ປະຕິວັດ​ທີ່​ມີ​ບັນດາ​ກົມ​ກອງ​ເຫຼົ່າ​ຮົບ​ພ້ອມ​ກັບ​ປະຊາຊົນ​ລາວ​ຜູ້​ຮັກ​ຊາດ​ສູ້​ຮົບ​ເດັດດ່ຽວ​ອາດ​ຫານ, ຍິ່ງ​ສູ້​ຮົບ​ກໍ່​ຍິ່ງ​ເຕີບ​ໃຫຍ່​ເຂັ້ມແຂງ, ຍິ່ງ​ຕີ​ກໍ​ຍິ່ງ​ອົງ ອາດ​ກ້າແກ່ນ ແລະ ຍາດ​ໄດ້​ໄຊ ຊະນະ​ອັນ​ໃຫຍ່​ຫຼວງ​ຂຶ້ນ​ເລື່ອຍໆ, ຂົນຂວາຍ​ມະຫາຊົນ​ກໍ່ສ້າງ​ຮາກ​ຖານ​ການເມືອງ ແລະ ເພີ່ມ​ພູນ​ ຜະລິດຜົນ​ແກ້​ໄຂ​ຊີວິດ​ການ​ເປັນ ​ຢູ່, ພາຍ​ໃຕ້​ການ​ນຳພາ​ອັນ​ສະ ຫຼາດ​ສ່ອງ​ໃສ, ເດັດຂາດ, ໂດຍ​ກົງ, ຮອບດ້ານ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ກອງທັບ​ເຮົາ​ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ໄຊຊະນະ​ລວມ​ຂອງ​ພາລະກິດ ​ຕໍ່ສູ້​ເພື່ອ​ຄວາມ​ເປັນ​ເອກະລາດ​ຂອງ​ປະເທດ​ຊາດ, ເພື່ອ​ອິດສະ ຫຼະພາບ ແລະ ຄວາມ​ຢູ່​ເຢັນ​ເປັນ ​ສຸກ​ຂອງ​ປະຊາຊົນ​ລາວ​ບັນດາ ເຜົ່າ, ໄດ້​ເຮັດ​ສຳເລັດ​ພາລະ​ກຳ​ປະຫວັດສາດ​ທີ່​ພັກ-ລັດ ແລະ ​ປະຊາຊົນ​ມອບ​ໝາຍ​ໃຫ້, ນັ້ນ​ແມ່ນ​ການ​ເອົາ​ຊະນະ​ກັບ​ສັດຕູ​ຜູ້​ຮຸກ​ຮານ, ສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ຢ່າງ​ສົມບູນ ແລະ ສະ ຖາປະນາ ​ສປປ ລາວ ຂຶ້ນ​ໃນ​ວັນ​ທີ 2 ທັນວາ 1975 ຢ່າງ​ສະຫງ່າ​ຜ່າເຜີຍ. ໂດຍ: ສົມ​ພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ