ກອງທັບປະຊາຊົນລາວ

ວັນອາທິດ, ວັນທີ 02 ເມສາ 2023



ການ​ນຳ​ແຂວງ​ວຽງ​ຈັນ ອວຍພອນ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳນາດ​ເຕັມ ແຫ່ງ ​ສສ ຫວຽດນາມ ປະຈຳ​ລາວ
ເວລາອອກຂ່າວ: 2023-01-30 09:22:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ:



ວັນ​ທີ 17 ມັງກອນ 2023 ນີ້, ການ​ນຳ​ແຂວງ​ວຽງ​ຈັນ​ ນຳ​ໂດຍ ​ສະຫາຍ ທອງ​ສະຫວັນ ວົງ​ສຳພັນ ຮອງ​ເລຂາ​ຄະນະ​ບໍລິ ຫານ​ງານ​ພັກ​ແຂວງ​ວຽງ​ຈັນ, ປະທານ​ສະມາຄົມ​ມິດຕະພາບ ລາວ-ຫວຽດນາມ ຂັ້ນ​ແຂວງ ພ້ອມ​ດ້ວຍ​ຄະນະ, ໄດ້​ນຳ​ເອົາ​ກະ ຕ່າ​ດອກ​ໄມ້ ແລະ ກະຕ່າ​ຂອງ ຂວັນ​ໄປ​ອວຍພອນ​ສະຫາຍ ຫງວ​​ຽນ ບາ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳນາດ​ເຕັມ ແຫ່ງ ​ສສ ຫວຽດນາມ ປະຈຳ​ລາວ, ເນື່ອງໃນ​ໂອກາດ​ປີ​ໃໝ່ ຂອງ ​ສສ ຫວຽດນາມ. ສະຫາຍ ທອງ​ສະຫວັນ ວົງ​ ສຳພັນ ໄດ້​ຕາງໜ້າ​ໃຫ້ການ​ນຳ​ແຂວງ​ວຽງ​ຈັນ​ ກ່າວອວຍພອນ​ໄຊ​ອັນ​ປະເສີດ ມາ​ຍັງ​ສະຫາຍ ຫງວ​​ຽນ ບາ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ສສ ຫວຽດນາມ ປະຈຳ ​ສປປ ລາວ, ອວຍພອນ​ຜ່ານ​ສະ ຫາຍ​ໄປ​ຍັງ​ການ​ນຳ​ພັກ-ລັດ, ພະ ນັກງານ​ລັດຖະກອນ, ທະຫານ, ຕຳຫຼວດ, ຕະຫຼອດ​ຮອດ​ປະ ຊາຊົນ​ຊາວ​ຫວຽດນາມ ເນື່ອງ ​ໃນ​ໂອກາດ​ປີ​ໃໝ່​ຂອງ ​ສສ ຫວຽດ ນາມ ແລະ ອວຍພອນໄຊ​ໃຫ້ສາຍ ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານລະຫວ່າງ ​ ສອງ​ພັກ, ສອງ​ລັດ ແລະ ປະຊາ ຊົນ​ສອງ​ຊາດ ລາວ-ຫວຽດນາມ ໃຫ້​ນັບ​ມື້​ເຕີບ​ໃຫຍ່​ຂະຫຍາຍຕົວ ແລະ ໝັ້ນຄົງ​ຂະ​ນົງ​ແກ່ນ​ຊົ່ວ​ກາ ລະ​ນານ. ຈາກ​ນັ້ນ, ທັງ​ສອງ​ຝ່າຍ ຍັງ​ ໄດ້​ແລກປ່ຽນ​ບົດຮຽນ​ບາງ​ວຽກ​ງານ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມືລະຫວ່າງ​ສອງ​ພັກ, ສອງລັດ ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ໂດຍ​ສະເພາະ​ແມ່ນ​ການ​ພັດທະນາ​ເສດຖະກິດ-ສັງ ຄົມ​ຂອງ ​ສປປ ລາວ ເວົ້າ​ລວມ, ເວົ້າ​ສະເພາະ ກໍ​ຄືແຂວງ​ວຽງ​ຈັນ ຕື່ມ​ອີກ. ໂດຍ: ຈັນທະ​ຈອນ ສີສະ​ເກດ




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ