ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຜົນ​ການ​ຈັບ​ສະຫຼາກ ການ​ແຂ່ງຂັນ UEFA Nations League Finals
ເວລາອອກຂ່າວ: 2023-01-30 09:13:02 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 61 | ຄວາມນິຍົມ:



UEFA ໄດ້​ຈັບ​ສະຫຼາກ​ຮອບ ​ຮອງ​ຊະນະ​ເລີດ​ຂອງ UEFA Nations League 2022/2023. ທີມ​ຊາດ​ໂຮນ​ລັງ ຈະ​ພົບ​ກັບກົຼວຊີ ໂດຍ​ສອງ​ທິມ​ຈະ​ພົບ​ກັນ​ໃນ​ວັນ​ທີ 14 ມິຖຸນາ ທີ່​ສະໜາມ De Kuip ຂອງ​ສະໂມສອນ Feyenoord. ສ່ວນ​ອີກ​ຄູ່​ໜຶ່ງ ທີມ​ຊາດ​ແອັດ ​ສະ​ປາຍ​ຈະ​ພົບ​ກັບ ແຊັມ​ເອີ​ຣົບ ທີມ​ຊາດ ອີ​ຕາ​ລີ ເຊິ່ງ​ຈະ​ມີ​ກຳນົດ​ເຕະ​ ໃນ​ວັນ​ທີ 15 ເດືອນ​ມິຖຸນາ​ທີ່ສະໜາມ Enschede ທີ່​ສະໂມສອນ Twente. ນີ້​ຈະ​ເປັນ​ການ​ແຂ່ງຂັນ​ທີ່​ໜ້າ​ສົນໃຈ​ຍ້ອນ​ວ່າ, ໂຮນ​ລັງ ແລະ ກົຼວຊີ ທັງ​ ສອງ​ທີມ​ລ້ວນ​ແຕ່​ເຮັດ​ຜົນງານ​ໄດ້​ດີ​ໃນ​ບານ​ໂລກ 2022 ທີ່​ຜ່ານ​ມາ, ໃນ​ຂະນະ​ທີ່​ທີມ​ຊາດ​ແອັດ​ສະ​ປາຍ ແລະ ທີມ​ຊາດ​ອີ​ຕາ​ລີ​ເປັນ​ທີມ​ໃຫຍ່​ຂອງ​ເອີ​ຣົບ ແລະ ອະດີດ​ທີມ​ແຊັມ​ລະດັບ​ໂລກ​ເຊັ່ນ​ກັນ. ຫຼັງ​ຈາກ​ຜົນ​ການ​ແຂ່ງຂັນ​ຜ່ານ​ຮອບ​ຮອງ​ຊະນະ​ເລີດ, ຜູ້​ຊະນະ 2 ທີມ​ຈະ​ຜ່ານ​ເຂົ້າ​ຮອບ​ສຸດ​ທ້າຍ​ເພື່ອ​ຊີງ​ແຊັມ​ລາຍການ. ສ່ວນ 2 ທີມ​ທີ່​ເສຍ​ຈະ​ແຂ່ງຂັນ​ກັນ​ ເພື່ອ​ຍາດ​ເອົາ​ອັນ​ດັບ​ທີ 3.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ