

![]()
ຫ້ອງເສນາທິການ ກອງພົນທີ 3 ສຸມໃສ່ວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ
ເວລາອອກຂ່າວ: 2023-01-27 09:32:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 265 | ຄວາມນິຍົມ:
ອີງຕາມບົດສະຫຼຸບວຽກງານຮອບດ້ານ ປະຈຳປີ 2022 ຂອງຫ້ອງເສນາທິການ ກອງພົນທີ 3 ໃນການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ເຊິ່ງໄລຍະຜ່ານມາມີຜົນສຳເລັດຫຼາຍດ້ານແລະມີຄວາມຮັບປະກັນດີ, ຄະນະພັກ-ຄະນະບັນຊາຫ້ອງເສນາທິການ ກອງພົນທີ 3 ໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດສອດຫ້ອຍເຂົ້າທຸກຂົງເຂດວຽກງານລວມຂອງກົມກອງ, ໄປຄວບຄູ່ກັບການຊີ້ນຳກົມກອງຮາກຖານ ແລະ ພະ
ນັກງານ-ນັກຮົບ ຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ເຮັດໃຫ້ສະພາບພາຍໃນກົມກອງ ແລະ ຂອບເຂດ
ບໍລິເວນຮັບຜິດຊອບມີຄວາມສະຫງົບປອດໄພ 100%, ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ເຂັ້ມແຂງທັງ 4 ດ້ານຄື: ດ້ານການເມືອງ, ແນວຄິດ, ແບບແຜນການນຳພາແລະວິທີເຮັດວຽກໄປສົມຄູ່ກັບການກໍ່ສ້າງພັກ-ພະນັກງານ ໂດຍຖືເອົາ 5 ຫຼັກການ 3 ທິດນຳຂອງພັກເປັນໄມ້ຫຼາວັດແທກຄຸນທາດການເມືອງຂອງພະນັກງານສະມາຊິກພັກ, ຍົກລະດັບຄວາມຮູ້ຄວາມສາມາດວິຊາສະເພາະເຫຼົ່າຮົບຕ່າງໆ.
ສະຫາຍ ພັນເອກ ສາຍທອງ ປີຊາຈັນ ກຳມະການຄະນະພັກກອງພົນ, ຫົວໜ້າຫ້ອງເສນາທິການ ກອງພົນທີ 3 ໃຫ້ຮູ້ວ່າ: ເພື່ອຮັບປະກັນເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບມີ ຄວາມສະຫງົບ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບ
ດ້ານເປັນສຳຄັນເອົາໃຈໃສ່ແກ້ໄຂບໍລິເວນກົມກອງຮັບຜິດຊອບ ແລະ ຕາມຊາຍແດນຕ່າງໆໃຫ້ມີຄວາມສະຫງົບ. ຊີ້ນຳກຳລັງຫັນລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອ ແລະ ແຮກສ່ຽວປະສານສົມທົບກັບກຳລັງທ້ອງຖິ່ນ, ກຳລັງ ປກສ, ອຳນາດການປົກຄອງທຸກຂັ້ນ ເປັນເຈົ້າການແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ຂາດຕົວເປັນຕົ້ນແມ່ນຊ່ວຍໜູນບັນດາແຂວງພາກເໜືອແກ້ໄຂບັນຫາສະພາບກໍ່ຄວາມບໍ່ສະ
ຫງົບ, ການຍົກຍ້າຍຖິ່ນຖານຕັ້ງພູມລຳເນົາທີ່ຜິດກົດໝາຍບ້ານເມືອງຢູ່ບໍລິເວນຊາຍແດນ, ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ການຄ້າຂາຍເຖື່ອນ, ບັນຫາຢາເສບຕິດ ແລະ ອື່ນໆ ໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ. ຂົງເຂດວຽກງານຮັບປະກັນກຽມພ້ອມສູ້ຮົບແລະສູ້ຮົບມີໄຊ. ເຊິ່ງຍາມໃດຄະນະພັກ-ຄະ
ນະບັນຊາ ກໍຖືເປັນບູລິມະສິດແຖວໜ້າຈັດຕັ້ງກຳລັງອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກແລະ ເຫຼົ່າຮົບວິຊາສະເພາະເປັນປະຈຳ ເປັນການເຝິກກຳລັງແຮງກາຍໃຫ້ນາຍ ແລະ ພົນທະຫານມີຄວາມແຂງແຮງ. ໃນປີ 2022 ຜ່ານມາ, ມີເຫດການທາງທຳມະຊາດເກີດຂຶ້ນຢູ່ຫຼາຍແຫ່ງທາງພາກເໜືອ ແລະ ຢູ່ແຂວງອຸດົມໄຊ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນກໍໄດ້ຊີ້ນຳພະນັກ
ງານ-ນັກຮົບຊ່ວຍປະຊາຊົນໃນການກອບກູ້ເອົາຊີວິດ ແລະ ຊັບສິນ, ສັດລ້ຽງ ແລະ ອື່ນໆຈາກຜົນກະທົບໄພພິບັດທາງທຳມະຊາດໄດ້ຢ່າງທັນກັບເຫດການ.
ນອກນັ້ນ, ຍັງໄດ້ສຸມໃສ່ອົບຮົມ-ຫັດແອບແຕ່ລະເຫຼົ່າຮົບວິຊາສະເພາະໃຫ້ມີຄວາມຊຳນິຊຳນານຄ່ອງແຄ້ວທາງດ້ານສິລະປະຍຸດ-ຍຸດທະວິທີຂັ້ນພື້ນຖານຂອງທະ
ຫານຮາບ. ຈັດຕັ້ງກຳລັງປ້ອງກັນເວນຍາມສະຖານທີ່ສຳຄັນ, ປ້ອງກັນການນຳຂັ້ນສູງຈາກສູນກາງແລະ ຄະນະນຳກະຊວງປ້ອງກັນປະເທດທີ່ມາເຮັດວຽກງານຢູ່ກົມກອງຮັບປະກັນໄດ້ຄວາມປອດໄພ 100%, ປະສານສົມທົບກັບກຳລັງທ້ອງຖິ່ນ-ປກສ ໃນການປ້ອງກັນວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ເຫັນວ່າສະພາບໂດຍລວມມີຄວາມສະຫງົບໂດຍພື້ນຖານ. ຊີ້ນຳກົມກອງຮາກຖານເຄື່ອນໄຫວເກັບກຳສະພາບໃນຂອບເຂດທີ່ຕົນຕັ້ງທັບໃຫ້ມີຄວາມປອດໄພດ້ວຍການຈັດຕັ້ງລະບົບປະຈຳການ 3 ຂັ້ນຕະຫຼອດ 24 ຊົ່ວໂມງ, ຕິດຕາມສະພາບຮາກຖານປະຊາຊົນເຂດອ້ອມຂ້າງ, ກໍລະນີບັນຫາເກີດຂຶ້ນຢູ່ໃສ່ຕ້ອງເດັດຂາດແກ້ໄຂໃຫ້ທັນເວລາແລ້ວລາຍງານໃຫ້ຂັ້ນເທິງຮັບຊາບ, ຊີ້ນຳຂະແໜງການທີ່ກ່ຽວຂ້ອງຈັດຕັ້ງກວດກາລະບຽບການນຸ່ງຖືບຸກຄົນ, ລະບຽບຮູບແຖວເຄົາລົບທຸງທຸກວັນຈັນຂັ້ນກອງຮ້ອຍ, ກອງພັນ ແລະ ກອງພັນໃຫຍ່ ໃຫ້ເປັນລະບຽບວິໄນເຂັ້ມແຂງ, ຕິດຕາມການເຂົ້າ-ອອກຄ້າຍຂອງພະນັກງານ-ນັກຮົບ ແລະ ບຸກຄົນທາງນອກທີ່ມາພົວພັນວຽກໃນໂມງລັດຖະການໃຫ້ເຂັ້ມງວດ.
ສະຫາຍ ຫົວໜ້າຫ້ອງເສນາທິການ ກອງພົນທີ 3 ຍັງໃຫ້ຮູ້ຕື່ມອີກວ່າ: ການຈັດຕັ້ງວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄລຍະຜ່ານມາມີຄວາມຮັບປະກັນດີ ຮາກຖານປະຊາຊົນມີຄວາມສະຫງົບປອດໄພໂດຍພື້ນຖານຕານ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນຮາກຖານປະຊາຊົນນັບມີເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ. ການສ້າງບ້ານປ້ອງກັນຊາດເຂັ້ມແຂງ-ບ້ານປ້ອງ
ກັນຄວາມສະຫງົບດີ ກວມເອົາອັດຕາສວນສູງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆມາ, ໃນຊຸມປີຕໍ່ໜ້າແມ່ນຈະໄດ້ສືບຕໍ່ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ແບບທາງເລິກ ແລະ ທາງກວ້າງ. ໄປສົມຄູ່ກັບການສ້າງທ່າສະໜາມສົງຄາມປະຊາຊົນ, ເຄື່ອນໄຫວແກ້ໜໍ່ແໜງທີ່ກໍ່ໃຫ້ເກີດບໍ່ມີຄວາມສະຫງົບ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ແລະ ເຂົ້າຮ່ວມກອບກູ້ໄພພິບັດ, ກໍ່ສ້າງແນວຫຼັງຍຸດທະສາດ, ປ້ອງກັນເປົາໝາຍຍຸດທະສາດທີ່ສຳຄັນໃຫ້ມີຄວາມສະຫງົບໂດຍພື້ນຖານ. ເພີ່ມທະວີວຽກງານປັບ
ປຸງກໍ່ສ້າງກຳລັງໃຫ້ມີຄວາມໜັກແໜ້ນ ແລະ ຍົກສູງການອົບຮົມ-ຫັດແອບໃຫ້ນາຍ ແລະ ພົນທະ ຫານເປັນປະຈຳ, ປັບປຸງລະບຽບ ແບບແຜນໃຫ້ເຂັ້ມງວດປະກອບ
ສ່ວນສຳຄັນເຂົ້າໃນການສ້າງກອງທັບ ກໍຄືກອງພົນທີ 3 ໃຫ້ມີແບບແຜນ ແລະ ທັນສະໄໝຂຶ້ນເປັນກ້າວໆ.
ໂດຍ: ວັນໄຊ ໄຊສະຫວັດ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ