

![]()
ໂທລະພາບກອງທັບ ປະດັບຫຼຽນກາມິດຕະພາບ ໃຫ້ຊ່ຽວຊານໂທລະພາບກອງທັບປົດປ່ອຍປະຊາຊົນຈີນ
ເວລາອອກຂ່າວ: 2023-01-27 09:25:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 226 | ຄວາມນິຍົມ:
ວັນທີ 25 ມັງກອນ 2023 ກອງໂທລະພາບກອງທັບ ຈັດພິທີປະດັບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ໃຫ້ຊ່ຽວຊານໂທລະພາບກອງທັບປົດປ່ອຍປະຊາຊົນຈີນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການກອງໂທລະພາບ ແລະ ແຂກທີ່ຖຶກເຊີນເຂົ້່າຮ່ວມ.
ສະຫາຍ ພັນເອກ ຈະເລີນສຸກ ວັງເວີນໂຂງ ຫົວໜ້າການທະຫານ ກອງໂທລະພາບກອງທັບໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະດັບຫຼຽນກາມິດຕະພາບກອງທັບປະຊາຊົນລາວ ເພື່ອຍ້ອງຍໍ ແລະ ສັນລະເສີນຜົນງານຂອງຄະນະ
ຊ່ຽວຊານ ກອງທັບປົດປ່ອຍປະຊາຊົນຈີນ ທີ່ມີຜົນງານດີເດັ່ນໃນການຊ່ວຍເຫຼືອອົບຮົມວິຊາການເຕັກນິກ, ການນຳໃຊ້ເຄື່ອງມືຕ່າງໆກ່ຽວກັບວຽກງານໂທລະ
ພາບ ໃຫ້ແກ່ນາຍ ແລະ ພົນທະຫານ ກອງໂທລະພາບ ກອງທັບປະຊາ
ຊົນລາວ ໃຫ້ມີຄວາມຊຳນິຊຳນານ ແລະ ຮັບປະກັນໃນການສົ່ງອອກອາກາດ, ໄດ້ເຮັດສຳເລັດໜ້າທີ່ຕາມແຜນການ, ຜົນງານດັ່ງກ່າວເປັນການປະກອບສ່ວນເສິມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອຍາວນານລະຫວ່າງ ລາວ-ຈີນ ກໍຄືການຮ່ວມມືຍຸດທະສາດຮອຍດ້ານໝັ້ນຄົງຍາວນານຕາມທິດ 4 ດີ ລະ ຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຈີນ. ດັ່ງນັ້ນ, ກະຊວງປ້ອງກັນປະເທດຈື່ງໄດ້ປະດັບ ຫຼຽນມິດຕະພາບໃຫ້ແກ່ຊ່ຽວຊານຈີນ ທັງ 4 ສະຫາຍຄື: ສະ ຫາຍ ພັນເອກ ພິເສດ ຢາງເທົາ; ສະຫາຍ ພັນເອກ ສີເສຕົງ; ສະ ຫາຍ ວາງເທົາ ແລະ ສະຫາຍ ຫຼົວຕ້າຈີງ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ