

![]()
ຄະນະນຳເມືອງບາຈຽງຈະເລີນສຸກ ເຂົ້າອວຍພອນ ຄະນະນຳກອງພົນທີ 5
ເວລາອອກຂ່າວ: 2023-01-27 09:03:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 9 | ຄວາມນິຍົມ:
ວັນທີ 17 ມັງກອນ 2023 ນີ້, ຄະນະນຳເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໄດ້ເຂົ້າອວຍພອນ ຄະນະນຳກອງພົນ ທີ 5 ເຊິ່ງນຳໂດຍ ທ່ານ ປະ
ລິນຍາເອກ ອຳນວຍ ເຮືອງວົງສາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານແນວຄິດ, ພັກພະນັກງານ ພ້ອມດ້ວຍຄະນະ, ໂດຍການໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສີງ ຫົວໜ້າການເມືອງ ກອງພົນທີ 5 ພ້ອມຄະນະ ດ້ວຍຄວາມອົບອຸ່ນ.
ທ່ານ ປະລິນຍາເອກ ອຳນວຍ ເຮືອງວົງສາ ກໍໄດ້ຕາງໜ້າການນຳຂອງເມືອງ ໄດ້ກ່າວຄຳອວຍພອນໄຊອັນປະເສີດ ຕໍ່ຄະນະນຳ ກອງພົນທີ 5 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 74 ປີ ( 20 ມັງກອນ 1949-20 ມັງກອນ 2023 ) ເພື່ອເປັນການຊຸກຍູ້ກຳລັງໃຈໃຫ້ແກ່ນາຍ ແລະ
ພົນທະຫານ ທົ່ວກອງພົນ ທີ 5 ທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ກໍຄືໃນພາລະກິດປົກປັກຮັກສ້າງສາພັດທະນາປະເທດຊາດ ແລະ ເພື່ອເປັນການຮູ້ບຸນຄຸນ, ຄຸນງາມ
ຄວາມດີ ແລະ ຮັກສາໄດ້ທາດແທ້ຂອງມູນເຊື້ອຂອງກອງທັບປະຊາຊົນລາວ.
ໂອກາດດຽວກັນນັ້ນ, ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສີງ ໄດ້ກ່າວສະແດງຄວາມຂອບອົບຂອບໃຈທີ່ການນຳເມືອງບາຈຽງຈະເລີນສຸກ ເຂົ້າອວຍ ພອນໃນຄັ້ງນີ້ ເຊິ່ງຍາມໃດກອງ ທັບກັບປະຊາຊົນກໍປຽບເໝືອນດັ່ງປາກັບນ້ຳທີ່ບໍ່ປະສາຈາກກັນໄດ້ ເວົ້າສະເພາະ ຄະນະນຳເມືອງບາຈຽງຈະເລີນສຸກ ກັບ ຄະນະນຳກອງພົນທີ 5 ຍາມໃດກໍໄດ້ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຮັດໃຫ້ຂອບເຂດກົມກອງມີຄວາມສະຫງົບໂດຍພື້ນຖານປະຊາຊົນມີຄວາມສີວິໄລເທື່ອລະກ້າວ.
ໂດຍ: ທອງປານ ສີດາໄລ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ