ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະ​ນຳ ຫ້ອງ​ວ່າການ​ກະຊວງອວຍພອນ​ ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​​ປ​ະເທດ
ເວລາອອກຂ່າວ: 2023-01-27 08:51:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 329 | ຄວາມນິຍົມ:



ວັນ​ທີ 24 ມັງກອນ2023 ນີ້, ຄະນະ​ນຳ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ນຳ​ໂດຍ ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ກຳມະການ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ຫົວໜ້າ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ບັນຊາ​ບັນດາ​ກົມ, ຫ້ອງການອ້ອມ​ຂ້າງ​ຫ້ອງ​ວ່າການ​ກະຊວງ​ໄດ້ນຳ​ເອົາ​ກະຕ່າ​ຂອງ​ຂວັນເຂົ້າ​ອວຍພອນ ສະຫາຍ ພົນ​ຕີ ພູ​ວົງ ວົງ​ພົມ ແລະ ສະຫາຍ ພົນ​ຕີ ແອ​ສະໄໝ ເລືອ​ງວັນ​ໄຊ ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຢູ່​ທີ່​ເຮືອນ​ຂອງ​ເພິ່ນ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023). ໂອກາດ​ນີ້, ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ໄດ້​ລາຍ​ງານ​ໂດຍ​ຫຍໍ້ ສະພາບ​ການ​ນຳພາ-ຊີ້​ນຳ​ຂອງ ຄະນະ​ພັກ​ອົງການ​ຫ້ອງວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ໃນ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ທົ່ວ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ​ໃນ​ໄລຍະ​ຜ່ານ​ມາ, ຜ່ານ​ການຈັດຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ V ຂອງ​ຄະນະ​ພັກ​ອົງການ​ຫ້ອງ​ວ່າການ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ມີ​ຜົນສຳເລັດ​ອັນ​ຈົບງາມ, ພ້ອມ​ທັງ​ແຜນການ​ວຽກ​ງານ​ທີ່​ຈະ​ສຸ່ມ​ໃສ່​ໃນຕໍ່ຫນ້າ ແລະ ຍັງ ໄດ້​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ອະດີດ​ຮອງ​ລັດຖະມົນຕີ ທັງ​ສອງ​ສະຫາຍ​ຈົ່ງ​ມີ​ສຸຂະພາບ​ແຂງແຮງ, ມີ​ຄວາມ​ຜາ​ສຸກ​ສ່ວນ​ຕົວ​ແລະ​ຄອບຄົວ ແລະ ສືບຕໍ່​ຊຸກຍູ້​ຊ່ວຍ​ເຫຼືອ​ຂົງເຂດ​ວຽກ​ງານ​ຕ່າງໆ​ຂອງ​ກອງທັບ ເວົ້າ​ລວມ​ເວົ້າ​ສະເພາະ ຊຸກຍູ້​ຊ່ວຍເຫຼືອ​ວຽກ​ງານ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ​ຂຶ້ນ​ເປັນ​ກ້າວໆ . ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ອະດີດ​ຮອງ​ລັດຖະມົນຕີ​ທັງ​ສອງ​ສະຫາຍ ໄດ້​ຝາກ​ຄວາມ​ຢ້ຽມຢາມ​ຖາມ ຂ່າວ ແລະ ຄວາມ​ເປັນ​ຫ່ວງ​ເປັນ​ໃຍ​ມາ​ຍັງ​ຄະນະ​ນຳ, ພະນັກງານ-ນັກຮົບ ທົ່ວ​ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ກໍ​ຄື ທົ່ວ​ກຳລັງ​ປະກອບ​ອາວຸດທຸກ​ທົ່ວ​ໜ້າ ຈົ່ງ​ມີ​ສຸຂະພາບ​ແຂງແຮງ​ພ້ອມ​ກັນ​ສືບຕໍ່​ພາລະກິດ​ປະຕິວັດ​ຂອງ​ຊາດ ຂອງ​ກອງທັບ ໃຫ້​ມີ​ຄວາມ​ເຂັ້ມແຂງ ແລະ ມີ​ຜົນສຳເລັດ​​ຍິ່ງໃຫຍ່​ກວ່າ​ເກົ່າ. ໂດຍ: ບົວ​ເພັດ ສານ​ບຸນ​ລື​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ