ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ ປະຈຳປີ 2022
ເວລາອອກຂ່າວ: 2023-01-27 08:46:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 273 | ຄວາມນິຍົມ:
ໃນວັນທີ 26 ມັງກອນ 2023 ນີ້, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ແປ້ນຄຳ ບຸດຈັນແພງ ຫົວໜ້າກົມໂຄສະນາອົບຮົບ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະພັກ-ຄະນະບັນຊາກົມ, ພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ວິລະໄຊ ສົມສັກ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກງານຮອບດ້ານປະຈຳປີ 2022, ໃນໄລຍະ 1 ປີຜ່ານມາ, ຄະນະກົມໂຄສະນາອົບຮົມໄດ້ເອົາໃຈໃສ່ນຳພາ-ຊີ້ນຳພະນັກງານ-ນັກຮົບ ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນໃນການເປັນເສນາທິການໃຫ້ແກ່ກົມໃຫຍ່ການເມືອງກອງທັບ ກໍຄື ກະຊວງປ້ອງກັນປະເທດ ເຮັດໜ້າທີ່ຕິດຕາມ-ຊຸກຍູ້ວຽກງານ ໂຄສະນາອົບຮົມໃນທົ່ວກອງທັບ, ຊຸກຍູ້ບັນດາອົງການ, ກົມກອງທ້ອງຖິ່ນ ຈັດຕັ້ງໂຄສະນາປາຖະກະຖາມູນເຊື້ອວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ລວມທັງ ຄຳສັ່ງແນະນຳຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການເປີດຂະບວນການແຂ່ງຂັນວຽກງານຕ່າງໆ, ໄດ້ເປັນເຈົ້າການຄົ້ນຄວ້າສ້າງແຜນການ, ຂໍ້ຕົກລົງ ທັງເປັນຜູ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນ ການຈັດພິທີສະເຫຼີມສະຫຼອງວັນປະຫວັດສາດສຳຄັນຕ່າງໆຂອງ, ຂອງຊາດ, ຂອງກອງທັບ ຢູ່ຂັ້ນກະຊວງປ້ອງກັນປະເທດ, ພ້ອມກັນນັ້ນ, ກໍໄດ້ຊີ້ນຳດ້ານວິຊາສະເພາະ 8 ຫົວໜ່ວຍກົມກອງທີ່ເຮັດໜ້າທີ່ຮັບໃຊ້ໃຫ້ແກ່ວຽກງານໂຄສະນາອົບຮົມໃນກອງທັບ, ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງເປັນຕົ້ນແມ່ນການຊ້ອມຮົບໃນບັ້ນຕ່າງໆ ແລະ ວຽກງານອື່ນໆອີກທີ່ຕິດພັນກັບວຽກງານໂຄສະນາສຶກສາອົບຮົບການເມືອງ-ນຳພາແນວຄິດ. ພ້ອມດຽວກັນນັ້ນກອງປະຊຸມ ຍັງພ້ອມກັນປະກອບຄຳເຫັນ ໃສ່ບົດສະຫຼຸບ ແລະ ທິດທາງແຜນການ ວຽກງານງານຈຸດສຸມ ປີ 2023 ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້.
ໂອກາດນີ້, ສະຫາຍ ປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງກົມໂຄສະນາອົບຮົມ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສືບຕໍ່ຊີ້ນຳຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໂດຍສະເພາະຂົງເຂດວຽກງານໂຄສະນາອົບຮົມ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ, ການເຄື່ອນໄຫວວຽກງານຕ້ອງປະຕິບັດຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດຈະແຈ້ງ ແລະ ສືບຕໍ່ ປັບປຸງພັດທະນາກົມໂຄສະນາອົບຮົມໃຫ້ມີບາດກ້າວຫັນປ່ຽນອັນໃໝ່ດີຂຶ້ນກວ່າເກົ່າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ