ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ສະຫຼຸບວຽກງານຮອບດ້ານ
ເວລາອອກຂ່າວ: 2023-01-27 08:43:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 306 | ຄວາມນິຍົມ:
ວັນທີ 25 ມັງກອນ 2023 ນີ້, ກົມກົດລັບ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳ ປີ 2022 ແລະ ວາງທິດທາງແຜນການ ປີ 2023, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພັນເອກ ອຳພອນ ທະວີໄຊ ຫົວໜ້າກົມກົດລັບ ກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍ ຄະນະກົມ, ພະແນກການ, ຄະນະພັກ-ຄະນະບັນຊາ ກົມກອງ, ກົມກົດລັບ ປກສ ບັນດາພະແນກກົດລັບເຂດໃຈກາງ, ພະນັກງານວິຊາການ ເຂົ້າຮ່ວມ.
ສະຫາຍ ພັນໂທ ລຳພັນ ບຸນພັນ ຫົວໜ້າພະແນກແຜນການ-ສັງລວມ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023 ໂດຍປະຕິບັດຕາມແນວທາງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ບັນດາໜ້າວຽກທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ນຳພາ-ຊີ້ນຳ ກົມກອງເຫຼົ່າຮົບເຄື່ອນໄຫວຈັດຕັ້ງປະຕິບັດແຕ່ລະຂົງເຂດວຽກງານມີຜົນສຳເລັດຫຼາຍດ້ານເປັນຕົ້ນປະຕິບັດໜ້າທີ່ເຮັດໃຫ້ສະພາບມີຄວາມສະຫງົບ ຊີ້ນຳບັນດາກົມກອງປະຕິບັດລະບອບປະຈຳການ 3 ຂັ້ນ ຢ່າງເປັນປົກກະຕິ, ຈັດຕັ້ງກຳລັງປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ຍົກສູງສະຕິກຽມພ້ອມສູ້ຮົບ ແລະ ການປ້ອງກັນທີ່ຕັ້ງສຳນັກງານ-ອົງການ ກົມກອງມີຄວາມສະຫງົບປອດໄພ 100%, ຄະນະພັກແຕ່ລະຂັ້ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດນຳເອົາບັນດາແນວທາງມະຕິ, ຄຳສັ່ງກົດໝາຍຂອງລັດຂໍ້ກຳນົດ, ກົດລະບຽບຂອງກອງທັບ, ມູນເຊື້ອວັນສຳຄັນປະຫວັດສາດຕ່າງໆມາເຜີຍແຜ່-ເຊື່ອມຊຶມໃຫ້ພະນັກງານ, ສະມາຊິກພັກ-ນັກຮົບມີທັດສະນະຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ບຸກບື່ນຫ້າວຫັນເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຈັດຕັ້ງພະນັກງານລົງເຄື່ອນໄຫວຮາກຖານກົມກອງຊີ້ນຳການສ້າງແຜນຮັບປະກັນວຽກງານເຕັກນິກກົດລັບໃນທຸກສະພາບການໃຫ້ພະແນກກົດລັບບັນດາກົມກອງຢູ່ເຂດພາກກາງ ແລະ ພາກໃຕ້, ເກັບກຳເນື້ອໃນ, ຂໍ້ມູນວັດຖຸພັນອຸປະກອນ-ເອກະສານເຕັກນິກກົດລັບແຕ່ລະປະເພດແຕ່ລະໄລຍະ ເພື່ອກະກຽມເຂົ້າຮ່ວມວາງສະແດງຢູ່ຫໍພິພິທະພັນກອງທັບ, ຄັດເລືອກເອົາພະນັກງານ-ນັກຮົບໄປຮຽນກໍ່ສ້າງ ແລະ ບຳລຸງຢູ່ຕ່າງປະເທດຕາມຕົວເລກທຶນທີ່ຂັ້ນເທີງອະນຸມັດ ໃນນັ້ນໄປກໍ່ສ້າງປະລິນຍາຕີ ຢູ່ ສສ ຫວຽດນາມ 8 ສະຫາຍ, ໄປກໍ່ສ້າງໄອທີຢູ່ ສ ຣັດເຊຍ ຈຳນວນ 5 ສະຫາຍ, ໄປບຳລຸງໄລຍະສັ້ນຢູ່ ສສ ຫວຽດນາມ 30 ສະຫາຍ, ວຽກງານນິຕິກຳສຳເລັດການສ້າງຂໍ້ກຳນົດ ວ່າດ້ວຍ ການຈັດ ຕັ້ງ ແລະ ການເຄື່ອນໄຫວ, ໂຄງປະກອບການຈັດຕັ້ງຂອງກົມ ແລະ ບັນດາກົມກອງ, ສຳເລັດການປັບປຸງເນື້ອໃນປະຫວັດມູນເຊື້ອຂອງເຫຼົ່າຮົບກົດລັບ, ວຽກງານວິຊາສະເພາະເຕັກນິກ-ວິຊາການຮັບປະກັນວຽກງານວິຊາສະເພາະເຂົ້າ-ແກ້ລະຫັດ, ຮັບ-ສົ່ງຄຳສັ່ງ, ໂທລະເລກຂອງຂັ້ນເທິງ 20.438 ສະບັບ, ຄົ້ນຄວ້າສ້າງລະບົບເມວເສີບເວີ ສຳເລັດປະມານ 85%, ຄົ້ນຄວ້າສ້າງໂປຣມແກມຄຸ້ມຄອງນັກວິຊາສະເພາະກົດລັບ ຍົກລະດັບຈັກວິຊາສະເພາະສາມາດນຳໃຊ້ໃນລະບົບປະຕິບັດການ ສຳເລັດ 100%, ປະກອບຕິດຕັ້ງຈັກລະຫັດໃໝ່ໃຫ້ 6 ກົມກອງ ຈຳນວນ 6 ຊຸດ, ຈັກລະຫັດທັນສະໄໝ ຈຳນວນ 6 ຊຸດ, ປ່ຽນຖ່າຍຈັກລະຫັດໃໝ່ໃຫ້ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ຈຳນວນ 18 ກົມກອງ, ກວດເຊັກ, ສ້ອມແປງຈັກລະຫັດປະເພດຕ່າງໆຈຳນວນ 42 ຊຸດ, ແລະອັບເດດຈັກລະຫັດປະເພດຕ່າງໆໄດ້ ຈຳນວນ 42 ຊຸດ, ມອບເຄື່ອງຄອມພິວເຕີ້ໃຫ້ຫ້ອງການເມືອງກົມໃຫຍ່ເສນາທິການ 1 ຊຸດ, ມອບຈັກວິຊາສະເພາະກົດລັບ ໃຫ້ສູນ 32 ກົມ 213 ຈຳນວນ 4 ຊຸດ, ມອບເຄື່ອງຈັກກົດລັບ ຈຳນວນ 25 ເຄື່ອງໃຫ້ກົມກົດລັບກະຊວງປ້ອງກັນຄວາມສະຫງົບ ແລະ ມອບອຸປະກອນບັນທຶກຂໍ້ມູນ ໃຫ້ພະແນກກົດລັບກະຊວງການຕ່າງປະເທດ ຈຳນວນ 50 ເຄື່ອງ, ສຳເລັດການເຝິກອົບຮົມນັກວິຊາສະເພາະເຕັກນິກກົດລັບບັນຊາຂອງພະແນກກົດລັບແຂວງບໍ່ແກ້ວ, ອັດຕະປື, ຈຳປາສັກ, ບໍລິຄຳໄຊ ແລະ ຫົວພັນ ຮັບເອົາການຊ່ວຍເຫຼືອຈາກຄະນະຊ່ຽວຊານກົດລັບ ຈາກລັດຖະບານ ສສ ຫວຽດນາມ ເຝິກອົບຮົມດ້ານເຕັກນິກວິຊາການສ້ອມແປງຈັກລະຫັດກົດລັບໃຫ້ວິຊາການຝ່າຍລາວ ແລະ ການຊ່ວຍເຫຼືອຈາກຄະນະວິຊາການ ສ ຣັດເຊຍ ເຝິກອົບຮົມໃຫ້ວິຊາການຝ່າຍລາວໃນການຄຸ້ມຄອງ, ນຳໃຊ້, ອັບເດດຈັກລະຫັດກົດລັບ ແລະ ເຄື່ອງຈັກຜະລິດກະແຈທີ່ ໄດ້ນຳເຂົ້າຈາກ ສ ຣັດເຊຍ.
ໂອກາດນີ້ , ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະນຳກົມກົດລັບຍາດມາໄດ້ໃນໄລຍະ 1 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ກຳແໜ້ນບັນດາແນວທາງຂອງພັກ ນະໂຍບາຍ-ກົດໝາຍຂອງລັດ, ເສີມຂະຫຍາຍມູນເຊື້ອການນຳພາຂອງພັກ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບເງື່ອນໄຂຈຸດພິເສດໜ້າທີ່ວິຊາສະເພາະຂອງຕົນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ແບ່ງບຸກຄົນຮັບຜິດຊອບ, ເສີມຂະຫຍາຍຫົວຄິດປະດິດສ້າງ, ສ້າງໃຫ້ກົມກອງເຫຼົ່າຮົບວິຊາສະເພາະກົດລັບ ມີການຫັນປ່ຽນຈາກອັນເກົ່າໄປສູ່ອັນໃໝ່ທີ່ມີລັກສະນະວິທະ
ຍາສາດ ແລະ ທັນສະໄໝຂຶ້ນເປັນກ້າວໆ.
ໂດຍ: ເກດຕະວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ