ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມ​ກົດ​ລັບ ກົມ​ໃຫຍ່​ເສນາ​ທິ​ການກອງທັບ ສະຫຼຸບ​ວຽກ​ງານ​ຮອບດ້ານ    
ເວລາອອກຂ່າວ: 2023-01-27 08:43:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 295 | ຄວາມນິຍົມ:



ວັນ​ທີ 25 ມັງກອນ 2023 ນີ້, ກົມ​ກົດ​ລັບ ກົມ​ໃຫຍ່​ເສນາ​ທິ​ການກອງທັບ ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານ​ປະຈຳ ປີ 2022 ແລະ ວາງ​ທິດ​ທາງ​ແຜນການ ປີ 2023, ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ ສະຫາຍ ພັນ​ເອກ ອຳພອນ ທະວີ​ໄຊ ຫົວໜ້າ​ກົມ​ກົດ​ລັບ ກົມ​ໃຫຍ່​ເສນາ​ທິ​ການກອງທັບ, ພ້ອມ​ດ້ວຍ ຄະນະ​ກົມ, ພະແນກການ, ຄະນະ​ພັກ-ຄະນະ​ບັນຊາ ກົມ​ກອງ, ກົມ​ກົດ​ລັບ ​ປກສ ບັນດາ​ພະ​ແນກ​ກົດ​ລັບ​ເຂດ​ໃຈກາງ, ພະນັກງານ​ວິຊາ​ການ ເຂົ້າ​ຮ່ວມ.   ສະຫາຍ ພັນ​ໂທ ລຳ​ພັນ ບຸນ​ພັນ ຫົວໜ້າ​ພະ​ແນກ​ແຜນການ-ສັງ​ລວມ ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2022 ແລະ ທິດ​ທາງ​ແຜນການ ປີ 2023 ໂດຍ​ປະຕິບັດ​ຕາມ​ແນວທາງ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ, ບັນດາ​ໜ້າ​ວຽກ​ທີ່​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ນຳພາ-ຊີ້​ນຳ ກົມ​ກອງ​ເຫຼົ່າ​ຮົບ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ​ແຕ່​ລະ​ຂົງເຂດ​ວຽກ​ງານມີ​ຜົນສຳເລັດ​ຫຼາຍ​ດ້ານ​ເປັນຕົ້ນປະຕິບັດ​ໜ້າທີ່​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ຊີ້​ນຳ​ບັນດາ​ກົມ​ກອງ​ປະຕິບັດ​ລະບອບ​ປະຈຳການ 3 ຂັ້ນ ຢ່າງ​ເປັນ​ປົກກະຕິ, ຈັດ​ຕັ້ງ​ກຳລັງ​ປະຈຳການ​ກຽມພ້ອມ​ສູ້​ຮົບ​ຕະຫຼອດ 24 ຊົ່ວໂມງ, ຍົກ​ສູງ​ສະຕິ​ກຽມພ້ອມ​ສູ້​ຮົບ ແລະ ການ​ປ້ອງ​ກັນ​ທີ່​ຕັ້ງ​ສຳນັກງານ-ອົງການ ກົມ​ກອງ​ມີ​ຄວາມ​ສະຫງົບ​ປອດ​ໄພ 100%, ຄະນະ​ພັກ​ແຕ່​ລະ​ຂັ້ນໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດນຳ​ເອົາ​ບັນດາ​ແນວທາງມະຕິ, ຄຳ​ສັ່ງກົດໝາຍ​ຂອງ​ລັດຂໍ້​ກຳນົດ​, ກົດ​ລະບຽບ​ຂອງ​ກອງທັບ, ມູນເຊື້ອ​ວັນ​ສຳຄັນ​ປະຫວັດສາດ​ຕ່າງໆ​ມາ​ເຜີຍແຜ່-ເຊື່ອມ​ຊຶມ​ໃຫ້​ພະນັກງານ, ສະມາຊິກ​ພັກ-ນັກຮົບມີ​ທັດສະນະ​ຄຸນ​ທາດ​ການເມືອງໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ບຸກ​ບື່ນ​ຫ້າວຫັນ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ, ຈັດ​ຕັ້ງ​ພະນັກງານ​ລົງ​ເຄື່ອນ​ໄຫວ​ຮາກ​ຖານ​ກົມ​ກອງ​ຊີ້​ນຳ​ການ​ສ້າງ​ແຜນ​ຮັບປະກັນ​ວຽກ​ງານ​ເຕັກນິກ​ກົດ​ລັບ​ໃນ​ທຸກ​ສະພາບ​ການ​ໃຫ້​ພະ​ແນກ​ກົດ​ລັບ​ບັນດາ​ກົມ​ກອງ​ຢູ່​ເຂດ​ພາກ​ກາງ ແລະ ພາກ​ໃຕ້, ເກັບ​ກຳ​ເນື້ອ​ໃນ, ຂໍ້​ມູນ​ວັດຖຸ​ພັນອຸປະກອນ-ເອກະສານ​ເຕັກນິກ​ກົດ​ລັບ​ແຕ່​ລະ​ປະເພດ​ແຕ່​ລະ​ໄລຍະ​ ເພື່ອ​ກະກຽມ​ເຂົ້າ​ຮ່ວມ​ວາງສະແດງ​ຢູ່​ຫໍ​ພິ​ພິ​ທະ​ພັນ​ກອງທັບ, ຄັດ​ເລືອກ​ເອົາ​ພະນັກງານ-ນັກຮົບ​ໄປ​ຮຽນ​ກໍ່ສ້າງ ແລະ ບຳລຸງຢູ່​ຕ່າງປະເທດ​ຕາມ​ຕົວ​ເລກ​ທຶນ​ທີ່​ຂັ້ນ​ເທີງ​ອະນຸມັດ ໃນ​ນັ້ນ​ໄປ​ກໍ່ສ້າງ​ປະລິນຍາ​ຕີ ຢູ່ ​ສສ ຫວຽດນາມ 8 ສະຫາຍ, ໄປ​ກໍ່ສ້າງ​ໄອ​ທີຢູ່ ສ ຣັດ​ເຊຍ ຈຳນວນ 5 ສະຫາຍ, ໄປ​ບຳລຸງ​ໄລຍະ​ສັ້ນ​ຢູ່ ​ສສ ຫວຽດນາມ 30 ສະຫາຍ, ວຽກ​ງານ​ນິຕິ​ກຳ​ສຳເລັດ​ການ​ສ້າງ​ຂໍ້​ກຳນົດ ​ວ່າ​ດ້ວຍ ​ການຈັດ ຕັ້ງ ແລະ ການເຄື່ອນໄຫວ, ໂຄງ​ປະກອບ​ການຈັດຕັ້ງ​ຂອງ​ກົມ ແລະ ​ບັນດາ​ກົມ​ກອງ, ສຳເລັດ​ການ​ປັບປຸງ​ເນື້ອ​ໃນ​ປະຫວັດ​ມູນເຊື້ອ​ຂອງ​ເຫຼົ່າ​ຮົບ​ກົດ​ລັບ, ວຽກ​ງານ​ວິຊາ​ສະເພາະ​ເຕັກນິກ-ວິຊາ​ການ​ຮັບປະກັນ​ວຽກ​ງານ​ວິຊາ​ສະເພາະ​ເຂົ້າ-ແກ້​ລະຫັດ, ຮັບ-ສົ່ງ​ຄຳ​ສັ່ງ, ໂທລະເລກ​ຂອງ​ຂັ້ນ​ເທິງ 20.438 ສະບັບ, ຄົ້ນຄວ້າ​ສ້າງລະບົບ​ເມວ​ເສີບ​ເວີ ສຳເລັດ​ປະມານ 85%, ຄົ້ນຄວ້າ​ສ້າງ​ໂປຣມ​ແກມ​ຄຸ້ມ​ຄອງ​ນັກ​ວິຊາ​ສະເພາະ​ກົດ​ລັບ ຍົກ​ລະດັບ​ຈັກ​ວິຊາ​ສະເພາະສາມາດ​ນຳ​ໃຊ້​ໃນ​ລະບົບ​ປະຕິບັດ​ການ ສຳເລັດ 100%, ປະກອບ​ຕິດ​ຕັ້ງຈັກ​ລະຫັດ​ໃໝ່​ໃຫ້ 6 ກົມ​ກອງ ຈຳນວນ 6 ຊຸດ, ຈັກ​ລະຫັດ​ທັນ​ສະໄໝ ຈຳນວນ 6 ຊຸດ, ປ່ຽນ​ຖ່າຍ​ຈັກ​ລະຫັດ​ໃໝ່​ໃຫ້​ກົມ​ກອງ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ ຈຳນວນ 18 ກົມ​ກອງ, ກວດ​ເຊັກ, ສ້ອມແປງ​ຈັກ​ລະຫັດ​ປະເພດ​ຕ່າງໆ​ຈຳນວນ 42 ຊຸດ, ແລະ​ອັບ​ເດດ​ຈັກ​ລະຫັດ​ປະເພດ​ຕ່າງໆ​ໄດ້​ ຈຳນວນ 42 ຊຸດ, ມອບ​ເຄື່ອງ​ຄອມ​ພິວ​ເຕີ້​ໃຫ້​ຫ້ອງ​ການເມືອງ​ກົມ​ໃຫຍ່​ເສນາ​ທິ​ການ 1 ຊຸດ, ມອບ​ຈັກ​ວິຊາ​ສະເພາະ​ກົດ​ລັບ ໃຫ້​ສູນ 32 ກົມ 213 ຈຳນວນ 4 ຊຸດ, ມອບ​ເຄື່ອງ​ຈັກ​ກົດ​ລັບ ຈຳນວນ 25 ເຄື່ອງ​ໃຫ້​ກົມ​ກົດ​ລັບ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ແລະ ມອບ​ອຸປະກອນ​ບັນທຶກ​ຂໍ້​ມູນ ໃຫ້​ພະ​ແນກ​ກົດ​ລັບ​ກະຊວງ​ການ​ຕ່າງປະເທດ ຈຳນວນ 50 ເຄື່ອງ, ສຳເລັດ​ການ​ເຝິກອົບຮົມ​ນັກ​ວິຊາ​ສະເພາະ​ເຕັກນິກ​ກົດ​ລັບ​ບັນຊາ​ຂອງ​ພະ​ແນກ​ກົດ​ລັບແຂວງ​ບໍ່​ແກ້ວ, ອັດ​ຕະ​ປື, ຈຳປາ​ສັກ, ບໍ​ລິ​ຄຳ​ໄຊ ແລະ ຫົວພັນ ຮັບ​ເອົາ​ການ​ຊ່ວຍເຫຼືອ​ຈາກ​ຄະນະ​ຊ່ຽວຊານ​ກົດ​ລັບ ຈາກລັດຖະບານ ​ສສ ຫວຽດນາມ ເຝິກອົບຮົມ​ດ້ານ​ເຕັກນິກ​ວິຊາ​ການ​ສ້ອມແປງ​ຈັກ​ລະຫັດ​ກົດ​ລັບ​ໃຫ້​ວິຊາ​ການ​ຝ່າຍ​ລາວ ແລະ​ ການ​ຊ່ວຍເຫຼືອ​ຈາກ​ຄະນະ​ວິຊາ​ການ ສ ຣັດ​ເຊຍ ເຝິກອົບຮົມ​ໃຫ້​ວິຊາ​ການ​ຝ່າຍ​ລາວ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້, ອັບ​ເດດຈັກ​ລະຫັດ​ກົດ​ລັບ ແລະ ເຄື່ອງ​ຈັກ​ຜະລິດ​ກະແຈທີ່​ ໄດ້​ນຳ​ເຂົ້າ​ຈາກ ສ ຣັດ​ເຊຍ. ໂອກາດ​ນີ້ , ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ໄດ້​ໂອ້​ລົມ ແລະ ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ຄະນະ​ນຳ​ກົມ​ກົດ​ລັບ​ຍາດ​ມາ​ໄດ້​ໃນ​ໄລຍະ 1 ປີຜ່ານມາ, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ, ກຳ​ແໜ້ນ​ບັນດາ​ແນວທາງ​ຂອງ​ພັກ ນະໂຍບາຍ-ກົດໝາຍ​ຂອງ​ລັດ, ເສີມ​ຂະຫຍາຍ​ມູນເຊື້ອ​ການ​ນຳພາ​ຂອງ​ພັກ, ເອົາໃຈໃສ່​ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້​ສອດຄ່ອງ​ກັບ​ເງື່ອນໄຂ​ຈຸດ​ພິເສດ​ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນ, ປະຕິບັດ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ ແບ່ງ​ບຸກຄົນ​ຮັບຜິດຊອບ, ເສີມ​ຂະຫຍາຍ​ຫົວຄິດ​ປະດິດ​ສ້າງ, ສ້າງ​ໃຫ້​ກົມ​ກອງ​ເຫຼົ່າ​ຮົບ​ວິຊາ​ສະເພາະ​ກົດ​ລັບ ມີ​ການ​ຫັນປ່ຽນ​ຈາກ​ອັນ​ເກົ່າ​ໄປ​ສູ່​ອັນ​ໃໝ່​ທີ່​ມີ​ລັກສະນະ​ວິທະ ຍາສາດ ແລະ ທັນ​ສະໄໝ​ຂຶ້ນ​ເປັນ​ກ້າວໆ. ໂດຍ: ເກດ​ຕະ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ