

![]()
ສະຫາຍ ນາງ ປານີ ຢາທໍ່ຕູ້ ລົງຢ້ຽມຢາມ ຢູ່ວິທະຍາຄານພະລາທິການກອງທັບ
ເວລາອອກຂ່າວ: 2023-01-25 09:33:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3 | ຄວາມນິຍົມ:
ວັນທີ 24 ມັງກອນ 2023 ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງຢູ່ວິທະຍາຄານພະລາທິການກອງທັບເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023), ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ປອ ບົວເຮືອງ ສົມຟອງ ບຸດຕາຂັນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ວິທະຍາຄານພະລາທິການກອງທັບ, ມີສະຫາຍ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ສະຫາຍ ພົນຕີ ສອນທອງ ພົມລາວົງ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະນັກງານຫຼັກແຫຼ່ງວິທະຍາຄານ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ປອ ບົວເຮືອງ ສົມຟອງ ບຸດຕາຂວັນ ໄດ້ຂຶ້ນລາຍງານໂດຍສັງເຂບກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງຂອງວິທະຍາຄານ, ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ເປັນຕົ້ນ ແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານ ຫັນເປັນແຜນລະອຽດເຂົ້າສູ່ຊີວິດຕົວຈິງຂອງກົມກອງດ້ວຍຈິດໃຈບຸກທະລຸ ແລະ ມີຜົນສຳເລັດຫຼາຍດ້ານ ເຊິ່ງສະແດງອອກຄື: ໜ້າທີ່ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ເປັນເຈົ້າການປະສານງານກັບອຳນາດການປົກຄອງທ້ອງຖິ່ນ ແລະ ກຸ່ມ 4 ເມືອງນາຊາຍທອງຕິດຕາມ, ກຳແໜ້ນສະພາບການເຄື່ອນໄຫວຂອງພວກອິດທິກຳລັງປໍລະປັກ ເພື່ອຕ້ານ ແລະ ສະກັດກັ້ນໃຫ້ທັນເວລາ, ໄດ້ຈັດຕັ້ງສ່ອງແສງລາຍງານສະພາບປະຈຳອາທິດ, ປະຈຳເດືອນ ເປັນປົກກະຕິກັບທ້ອງຖິ່ນ, ເປັນເຈົ້າການນຳພາ-ບັນຊາຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ ແລະ ຂໍ້ກຳນົດຂອງວິທະຍາຄານວາງອອກຢ່າງເຂັ້ມງວດ, ພ້ອມກັນນັ້ນ, ກໍໄດ້ຈັດຕັ້ງຄະນະປະຈຳການບັນຊາ, ປະຈຳການແຕ່ລະຂັ້ນ, ຄຸ້ມຄອງຈຳນວນພົນ, ພາຫະນະເຕັກນິກກຽມພ້ອມສູ້ຮົບເປັນຢ່າງດີ, ໜ້າທີ່ຮັບປະກັນປັບປຸງກໍ່ສ້າງກຳລັງ ໄດ້ຍົກສູງຄວາມຮັບຜິດຊອບຕໍ່ການບຳລຸງ ແລະ ກໍ່ສ້າງພະນັກງານວິຊາການເຫຼົ່າຮົບພະລາທິການ-ເຕັກນິກ ຖືເອົາວຽກງານອົບຮົມ-ຫັດແອບເປັນວຽກງານໃຈ ກາງຂອງວິທະຍາຄານ ແຕ່ລະປີກໍ່ສ້າງໄດ້ 240-250 ສະຫາຍ. ສັງລວມແລ້ວຕະຫຼອດໄລຍະ 20 ກວ່າປີ ໄດ້ກໍ່ສ້າງນາຍທະຫານ ໃຫ້ບັນດາຂະແໜງການພະລາທິການຮຸ່ນສືບທອດ ຮຽນຈົບຈາກວິທະຍາຄານ ປະກອບໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໃນທົ່ວກອງທັບຈຳນວນ 4.464 ສະຫາຍ. ສົ່ງພະນັກງານໄປຮຽນພາຍໃນ ແລະ ຕ່າງປະເທດ ແຕ່ລະປີ 35-40 ສະຫາຍ. ໜ້າທີ່ຮັບປະກັນພະລາທິການ- ເຕັກນິກ: ໄດ້ຈັດຕັ້ງຮັບປະກັນ ຕາມລະບອບອັດຕາທີ່ຂັ້ນເທິງໄດ້ກຳນົດເຫັນວ່າ: ຮັບປະກັນ ຊີ້ນ-ປາ, ພືດຜັກເຂົ້າເຮືອນຄົວລວມທີ່ກົມກອງຜະລິດເອົາ ເອງໄດ້ໂດຍສະເລ່ຍ 80% ຂຶ້ນໄປ, ເອົາໃຈໃສ່ໃນລະບອບຄຸ້ມຄອງພາຫະນະເຕັກນິກ-ອາວຸດກະສູນຕາມລະບົບບັນຊີສະຖິຕິ ແລະ ຕິດພັນແໜ້ນກັບການບົວລະບັດ ຜັດເຊັດເປັນປະຈຳຮັບປະກັນໄດ້ຄຸນນະພາບດີ ແລະ ການພົວພັນ ຮ່ວມມືກັບຕ່າງປະເທດ: ໄດ້ປະ ຕິບັດ ໂຄງ ການຮ່ວມມືກັບບັນ ດາປະເທດທີ່ກະຊວງປ້ອງກັນປະເທດໄດ້ກຳນົດເວົ້າລວມ,ເວົ້າ ສະເພາະແມ່ນວິທະຍາຄານພະລາທິການໄດ້ພົວພັນຮ່ວມມືແຮກ ສ່ຽວກັບ ວິທະຍາຄານພະລາທິ ການກອງທັບປະຊາຊົນ ຫວຽດ ນາມ ແຕ່ປີ 2016 ເປັນ ຕົ້ນມາ.
ໂອກາດນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາໝາກຜົນສຳເລັດທີ່ກອງທັບປະຊາຊົນລາວຍາດມາໄດ້ໃນໄລຍະຜ່ານມາເວົ້າລວມ, ເວົ້າສະເພາະ ແມ່ນ ວິທະຍາຄານພະລາທິການກອງທັບຍາດມາ
ໄດ້ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະອຳນວຍການເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດປວງຊົນຮອບດ້ານໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ສົມທົບແໜ້ນລະຫວ່າງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການພັດທະນາເສດຖະກິດ-ສັງຄົມ ໂດຍຖືເອົາວຽກງານ ປ້ອງກັນຊາດປ້ອງກັນຄວາມສະຫງົບ ເປັນໜ້າທີ່ພື້ນຖານ ແລະ ປະຕິບັດຢ່າງເປັນປະຈຳ, ຖືເອົາວຽກງານພັດທະນາເສດຖະກິດເປັນໜ້າທີ່ໃຈກາງ, ຖືເອົາການພັດທະນາຊັບພະຍາກອນມະນຸດ ແລະ ສະໜອງສີມືແຮງງານເປັນແຖວໜ້າ ແລະ ຖືເອົາການປັບປຸງຄຸນນະພາບວຽກງານພັກ-ພະນັກງານ ເປັນອັນຕັດສິນໃນການປະຕິບັດໜ້າທີ່ຍຸດທະສາດພັດທະນາປະ ເທດຊາດ, ຄຽງຄູ່ກັນນັ້ນຈະຕ້ອງໄດ້ເອົາໃຈໃສ່ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງພວກອິດທິກຳລັງປໍລະປັກຕໍ່ລະບອບປະຊາທິປະໄຕປະຊາຊົນລາວຂອງພວກເຮົາ. ຖືສຳຄັນວຽກງານຫັນລົງກໍ່ສ້າງຮາກຖານການເມືອງເພື່ອສືບຕໍ່ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ມີຄວາມໜັກແໜ້ນຕິດພັນກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງ, ອອກແຮງໂຄສະນາໃຫ້ປະຊາຊົນເຊີດຊູນ້ຳໃຈຮັກຊາດ, ຮັກລະບອບໃໝ່, ມີສະຕິຕໍ່ ການປະຕິບັດລະບຽບກົດໝາຍ, ມີຄວາມສາມັກຄີລະຫວ່າງປະຊາຊົນບັນດາເຜົ່າ, ເພີ່ມທະວີການນຳພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກຕໍ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສືບຕໍ່ປັບປຸງ ແລະ ກໍ່ສ້າງກຳລັງປະກອບອາວຸດໃຫ້ກາຍເປັນກຳລັງຫຼັກແຫຼ່ງທີ່ມີຄວາມ ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ແທດກັບຕົວຈິງ, ໂປ່ງໃສ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ ໂດຍມີການປະສານງານລະຫວ່າງການນຳພາເປັນໝູ່ ຄະນະກັບການນຳພາສ່ວນບຸກຄົນທີ່ເປັນຄະນະ, ເສີມຂະຫຍາຍຫົວຄິດປະດິດສ້າງ, ກ້າຄິດ, ກ້າຮັບຜິດຊອບຕໍ່ຜົນການຈັດຕັ້ງ ປະຕິບັດໜ້າທີ່ການເມືອງທີ່ ນອນໃນຄວາມຮັບຜິດຊອບຂອງຕົນ ໂດຍຖືເອົາຜົນປະໂຫຍດຂອງຊາດ ແລະ ປະຊາຊົນເປັນບ່ອນອີງ, ຕັ້ງໜ້າປັບປຸງກຳລັງປະກອບອາວຸດໃຫ້ເຕີບໃຫຍ່ເຂັ້ມແຂງ, ສ້າງ 3 ປະເພດກຳລັງໄປພ້ອມໆກັນ, ຕິດພັນກັບການເພີ່ມທະວີການປະກອບອາວຸດຍຸດໂທປະກອນອັນຈຳເປັນ ແລະ ທັນສະໄໝຕາມຄວາມສາມາດຕົວຈິງທາງດ້ານງົບປະມານ. ເອົາໃຈໃສ່ເຝິກແອບສິລະປະຍຸດ- ຍຸດທະວິທີການທະຫານໃຫ້ມີຄວາມຊຳນານເພື່ອຍົກລະດັບຄວາມສາມາດບັນຊາ-ສູ້ຮົບໃຫ້ກ້າວສູ່ແບບແຜນທັນສະໄໝເປັນກ້າວໆ. ເອົາໃຈໃສ່ປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆໂດຍຖືເອົາຄຸນນະພາບເປັນຕົ້ນຕໍ. ສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງ ຢ່າງຮອບດ້ານ, ໃຫ້ຖືເອົາວຽກງານຄຸ້ມຄອງລ້ຽງດູທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກຝືດເຄືອງດ້ານຊີວິດການເປັນຢູ່ ໂດຍສຸມໃສ່ການຜະລິດກະສິກຳເປັນຕົ້ນຕໍ ແລະ ສ້າງໃຫ້ເປັນຂະບວນໄປຄຽງຄູ່ກັບການ, ຂະຫຍາຍດ້ານການບໍລິການທີ່ຕິດພັນກັບຂົງເຂດປ້ອງກັນຊາດ ໃຫ້ເພີ່ມຂຶ້ນຕາມເງື່ອນໄຂ, ພ້ອມກັນນັ້ນ, ກໍ່ຕ້ອງເຂົ້າຮ່ວມຢ່າງຕັ້ງໜ້າໃນການກໍ່ສ້າງກິດຈະການດ້ານເສດຖະກິດ-ສັງຄົມຕ່າງໆຢູ່ທ້ອງຖິ່ນ; ອອກແຮງຊ່ວຍເຫຼືອປະຊາຊົນ ໃນການປັບປຸງຊີວິດການເປັນຢູ່ດ້ານວັດຖຸ ແລະ ວັດທະນະທຳ ໃຫ້ນັບມື້ນັບດີຂຶ້ນ. ເອົາໃຈໃສ່ປະຕິບັດນະໂຍບາຍປະຫຍັດໃນການນຳໃຊ້ງົບປະມານ ແລະ ຊັບສິນຂອງລັດໃຫ້ດີ, ສ້າງແບບແຜນດຳລົງຊີວິດແບບງ່າຍ, ໃຊ້ຈ່າຍມີແຜນການຕ້ານການຟຸມເຟືອຍ ແລະ ເຮັດໃຫ້ສິ່ງດັ່ງກ່າວກາຍເປັນຂະບວນການອັນກວ້າງຂວາງ, ເປັນລະບຽບແບບແຜນ ອັນໜຶ່ງໃນທົ່ວກອງທັບ ແລະ ປະຕິບັດແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບ ເພື່ອນມິດຍຸດທະສາດ (ສສ. ຫວຽດນາມ ແລະ ສປ.ຈີນ) ກໍຄື ເພື່ອນມິດທີ່ກ້າວໜ້າ, ເພື່ອຍາດແຍ່ງການຊ່ວຍເຫຼືອຈາກສາກົນ ມາປັບປຸງກໍ່ສ້າງກອງທັບພວກເຮົາໃຫ້ ກ້າວໜ້າສູ່ຄຸນນະພາບໃໝ່ ແລະ ທັນສະໄໝກ່ວາເກົ່າ.
ໃນໂອກາດເຄື່ອນໄຫວຢ້ຽມຢາມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ຄັ້ງນີ້ ຍັງໄດ້ລົງຢ້ຽມຢາມເຮືອນຄົວກອງພັນທີ 2 , ຫໍສະໝຸດ ແລະ ຫໍພັກນັກສຶກສາກອງພັນທີ 1 ແລະ ມອບວັດຖຸປັດໄຈຈຳນວນໜຶ່ງໃຫ້ວິທະຍາຄານພະລາທິການກອງທັບ ເພື່ອປະກອບສ່ວນເຂົ້າໃນການປັບປຸງພັດທະນາກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ.
ໂດຍ: ນາງ ຈ່ອຍ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ