

![]()
ກອງພົນທີ 5 ເຜີຍແຜ່ຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ- ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ
ເວລາອອກຂ່າວ: 2023-01-25 08:41:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 466 | ຄວາມນິຍົມ:
ໃນວັນທີ 24 ມັງກອນ 2023 ນີ້. ກອງພົນທີ 5 ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊືມຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ ແຕ່ປີ 2016-2021. ໂດຍການເຜີຍແຜ່ເອກະສານຂອງ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາສະຫາຍທີ່ມາຈາກກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ 4 ແຂວງພາກໃຕ້, ພະນັກງານຫຼັກແຫຼ່ງກອງພົນທີ 5 ເຂົ້າຮ່ວມ.
ໃນການເຜີຍແຜ່ຄັ້ງນີ້ ສະຫາຍ ພົນຈັດຕະວາ ບົວໄລ ໄດ້ຍົກໃຫ້ເຫັນ ເນື້ອໃນສຳຄັນຕົ້ນຕໍ ແລະ ວຽກງານຈຸດສຸມທີ່ຕ້ອງໄດ້ເອົາໃຈໃສ່ນຳພາຊີ້ນຳໃນແຕ່ລະຂົງເຂດວຽກງານຕາມຄວາມຮັບຜິດຊອບ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໃນຊຸມປີຕໍ່ໜ້າ ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການຂອງຕົນ. ທັງນີ້ກໍ່ເພື່ອແນ່ໃສ່ໃຫ້ບັນດາສະຫາຍທີ່ເຂົ້າຮ່ວມຮັບຟັງ ມີຄວາມຮັບຮູ້, ເຂົ້າໃຈແຈ້ງ ແລະ ກຳແໜ້ນຕໍ່ບັນຫາໃຫຍ່ ກໍ່ຄືເນື້ອໃນຈິດໃຈຂອງກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ. ພ້ອມທັງນຳໄປຈັດຕັ້ງຜັນຂະຫຍາຍເນື້ອໃນດັ່ງກ່າວໃຫ້ເປັນແຜນງານ, ແທດເໝາະກັບໜ້າທີ່ວຽກງານຂອງຕົນໃຫ້ເກີດຜົນເປັນຈິງ ສຳເລັດຕາມລະດັບຄາດໝາຍ, ສຳລັບຮາກຖານການເມືອງໃນກຳລັງ ປກຊ-ປກສ ໄປພ້ອມກັບວຽກງານສ້າງພັກ-ພະນັກງານ-ນັກຮົບ ຍັງຕ້ອງຕິດພັນກັບການສຶກສາອົບຮົມມູນເຊື້ອອັນສະຫງ່າອົງອາດກ້າແກ່ນຂອງພັກ ແລະ ກຳລັງປະກອບອາວຸດປະຊາຊົນ, ເພີ່ມທະວີການມີລະບຽບວິໄນ, ຮັບປະກັນການປະຕິບັດການສ້າງກົມກອງໃຫ້ເຂັ້ມແຂງກ້າວສູ່ຄວາມທັນສະໄໝ, ສືບຕໍ່ກວດກາ ແລະ ກຳນົດຈຸດສຸມພັດທະນາຊົນນະບົດຢູ່ແຕ່ລະບ່ອນຂອງສູນກາງ, ຂອງແຂວງ, ເມືອງໃຫ້ຈະແຈ້ງ, ຊັດເຈນ, ໂດຍຕ້ອງສຸມທືນຮອນ, ສຸມກຳລັງເຂົ້າໃສ່ຢ່າງມີຈຸດສຸມແທ້ໆ ເພື່ອໃຫ້ມີບ້ານຕົວແບບດ້ານຕ່າງໆ, ເອົາໃຈໃສ່ແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ, ສືບຕໍ່ຄົ້ນຄວ້າໃນແງ່ຂອງເນື້ອໃນ ແລະ ການຈັດຕັ້ງຂອງວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດກໍຄືວຽກງານ 3 ສ້າງ, ປັບປຸງຍົກລະດັບໃຫ້ເຂັ້ມແຂງ ແລະ ໜັກແໜ້ນເປັນຕົ້ນແມ່ນການຍົກສູງຄວາມສາມາດນຳພາຂອງການຈັດຕັ້ງພັກ, ການບູລະນະລະບົບການເມືອງປະຊາທິປະໄຕປະຊາຊົນ ຢູ່ຂັ້ນທ້ອງຖິ່ນ-ຮາກຖານໃຫ້ມີຄວາມເຂັ້ມແຂງ, ສາມາດປະຕິບັດພາລະບົດບາດ, ໜ້າທີ່ການປົກຄອງ ແລະ ຄຸ້ມຄອງບໍລິຫານຕາມກົດໝາຍໃຫ້ມີຄວາມສັກສິດ, ເປັນບ່ອນຮັບໃຊ້ສິດ ແລະ ຜົນປະໂຫຍດພື້ນຖານທີ່ສຸດຂອງປະຊາຊົນ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນໃນກົມກອງ ກຳລັງຫຼວງ-ກຳລັງທ້ອງຖິ່ນ ຈົ່ງພ້ອມກັນເຊີດຊູມານະຈິດປະຕິວັດ, ປັບປຸງຕົນເອງຢ່າງຮອບດ້ານ ແລະ ສູ້ຊົນບຸກບືນ, ເຮັດແທ້ທຳຈິງ, ກ້າປ່ຽນແປງ, ກ້າເສຍສະຫຼະ ແລະ ກ້າຮັບຜິດຊອບໃນວຽກງານຕົວຈິງ ໃນການປັບປຸງວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນແຂງແຮງ ແລະ ເກີດດອກອອກຜົນຢ່າງຈົບງາມ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອນຳເອົາຄວາມຮັ່ງມີເຂັ້ມແຂງ, ຄວາມສະຫງົບປອດໄພມາສູ່ປະຊາຊົນ ແລະ ປະເທດຊາດ.
ພາບ-ຂ່າວ: ທອງມາ ໄຊຍະເພັງສາ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ