ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຳເລັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດປະຈຳປີ 2018
ເວລາອອກຂ່າວ: 2019-03-01 09:46:40 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:



ກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານປ້ອງກັນ ຊາດປະຈໍາປີ 2018 ໄດ້ດໍາເນີນ ມາເປັນເວລາ 2 ວັນເຕັມ, ບົນຈິດ ໃຈເສີມຂະຫຍາຍປະຊາທິປະໄຕ, ສະຕິປັນຍາລວມໝູ່ ແລະ ເຊີດຊູ ຄວາມຮັບຜິດຊອບສູງຂອງບັນ ດາສະຫາຍທີ່ເຂົ້າຮ່ວມຕໍ່ເນື້ອໃນ ກອງປະຊຸມໄດ້ເຮັດໃຫ້ກອງປະ ຊຸມດັ່ງກ່າວສໍາເລັດຕາມຈຸດປະ ສົງຄາດໝາຍ ໃນວັນທີ 28 ກຸມ ພາ 2018 ນີ້. ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ກໍາມະການ ກົມການເມືອງສູນກາງພັກ, ລັດ ຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະຫຼຸບຄືນຜ່ານການດໍາເນີນ ກອງປະຊຸມໃນໄລຍະ 2 ວັນຜ່ານ ມາ ໂດຍວາລະດໍາເນີນກອງປະ ຊຸມຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນ ຄົ້ນຄວ້າຕີລາຄາຄືນສະພາບການທີ່ພົວພັນເຖິງຄວາມສະຫງົບປອດ ໄພຢູ່ປະເທດເຮົາ ແລະ ການຈັດ ຕັ້ງປະຕິບັດວຽກງານປ້ອງກັນ ຊາດໃນປີ 2018 ຜ່ານມາ ກໍຄື ການເຄື່ອນໄຫວປັບປຸງກໍ່ສ້າງກໍາ ລັງປະກອບອາວຸດທາງດ້ານການ ເມືອງ, ແນວຄິດ, ການຈັດຕັ້ງ, ການຍົກສູງບົດບາດການນໍາພາ ຂອງພັກ, ການປະຕິບັດໜ້າທີ່ຂອງ ບັນດາການຈັດຕັ້ງມະຫາຊົນ, ເວົ້າລວມແມ່ນການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະ ນະພັກກະຊວງປ້ອງກັນປະເທດ, ສຸມໃສ່ຄົ້ນຄວ້າປະກອບຄໍາຄິດ ເຫັນໃສ່ເນື້ອໃນຕ່າງໆຂອງກອງ ປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນດ້ານ ຕັ້ງໜ້າ, ຜົນງານທີ່ໄດ້ເຮັດສໍາ ເລັດ, ບັນດາຈຸດອ່ອນທີ່ຍັງຄົງ ຄ້າງ ພ້ອມທັງວິທີແກ້ໄຂ ແລະ ເປັນເອກະພາບຕໍ່ທິດທາງວຽກ ງານຈຸດສຸມໃນປີ 2019. ພ້ອມດຽວກັນນີ້ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ຍົກໃຫ້ເຫັນສະພາບການ ຂອງໂລກ ແລະ ພາກພື້ນ ກໍຄືປະ ເທດເຮົາທີ່ພວມຜັນແປໄປຢ່າງ ສັບສົນ, ຍົກໃຫ້ເຫັນບາງບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ໃນຕໍ່ໜ້າ ແລະ ມີຄໍາເຫັນຫຼາຍບັນຫາສໍາຄັນເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນປີ 2019 ເປັນຕົ້ນແມ່ນຕ້ອງ ເປັນເຈົ້າການສະກັດກັ້ນ ແລະ ຕ້ານທຸກກົນອຸບາຍເລ່ລ່ຽມຂອງ ສັດຕູ ທັບມ້າງຍຸດທະສາດຫັນ ປ່ຽນໂດຍສັນຕິຂອງອິດທິກຳລັງ ປໍລະປັກ, ສືບຕໍ່ເປັນກໍາລັງຫຼັກ ແຫລ່ງໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງ ພັກ ເພື່ອປົກປັກຮັກສາລະບອບ ປະຊາທິປະໄຕປະຊາຊົນໄວ້ໃຫ້ ໝັ້ນຄົງ, ຮັບປະກັນໃຫ້ທົ່ວປະເທດ ມີສະຖຽນລະພາບທາງງດ້ານ ການເມືອງ, ມີຄວາມສະຫງົບ ປອດໄພຢ່າງໜັກແໜ້ນດ້ວຍມາດ ຕະການຍຸດທະສາດ, ຈັດຕັ້ງກໍາ ລັງລົງກໍ່ສ້າງຮາກຖານການ ເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ໂດຍ ສຸມໃສ່ບໍລິເວນຊາຍແດນ, ເຂດ ຫ່າງໄກສອກຫຼີກ ແລະ ບັນດາ ຈຸດສຸມຂອງກະຊວງ, ສົມທົບ ແໜ້ນ 3 ດ້ານ ໄປພ້ອມໆກັນ (ດ້ານການເມືອງ, ເສດຖະກິດ, ການທະຫານ) ກັບການປັບປຸງ ລະບົບການຈັດຕັ້ງຢູ່ຮາກຖານ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກ ດ້ານ, ພ້ອມກັນຍົກສູງສະຕິລະ ວັງຕົວກຽມພ້ອມສູ້ຮົບ, ເດັດ ດ່ຽວຕອບຕ້ານທຸກການເຄື່ອນ ໄຫວຂອງສັດຕູຢ່າງທັນການ, ປະຕິບັດມາດຕະການຍຸດທະສາດ ຫັນລົງຮາກຖານຕາມ 4 ເນື້ອ ໃນ 4 ຄາດໝາຍ, ເກັບກຳສະ ພາບປະຊາຊົນ, ຈັດຕັ້ງກຳລັງປະ ຈໍາຢູ່ແຕ່ລະບ້ານ, ຕັ້ງໜ້າສຶກສາ ອົບຮົມການເມືອງແນວຄິດ, ອົບ ຮົມທາດແທ້ມູນເຊື້ອກອງທັບປະ ຕິວັດ, ກອງທັບປະຊາຊົນໃນ ເງື່ອນໄຂໃໝ່ໃຫ້ດີ ຕິດພັນກັບ ການເກັບກຳສະພາບການເມືອງ ແນວຄິດຂອງພະນັກງານ-ນັກ ຮົບໃນທົ່ວກອງທັບ, ການສຶກສາອົບຮົມການເມືອງແນວຄິດຕ້ອງ ແຫຼມຄົມ, ເຮັດດ້ວຍຫຼາຍຮູບການ ແລະ ມີເນື້ອໃນອຸດົມສົມບູນ ເພື່ອ ສ້າງຄວາມຮັບຮູ້ເຂົ້າໃຈຕໍ່ແນວ ທາງນະໂຍບາຍ, ລະບຽບກົດ ໝາຍຂອງພັກ-ລັດຢ່າງເລິກເຊິ່ງ ແທດເຖິງ ແລະ ສ້າງໃຫ້ມີການ ປ່ຽນແປງຢ່າງແທ້ຈິງ, ພ້ອມນັ້ນ ກໍຊຸກຍູ້ຂະບວນການຕ່າງໆເພື່ອ ຂໍ່ານັບຮັບຕ້ອນວັນບຸນສໍາຄັນ ຕ່າງໆຂອງພັກ, ຂອງຊາດໃຫ້ມີ ຂະບວນການກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນຕໍ່ເນື່ອງ, ຕັ້ງ ໜ້າປັບປຸງກໍ່ສ້າງກອງທັບໃຫ້ ເຂັ້ມແຂງຮອບດ້ານ, ເພີ່ມທະວີ ການນໍາພາຂອງພັກຕໍ່ກຳລັງປະ ກອບອາວຸດ, ຕິດພັນກັບການສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ, ສ້າງກົມກອງ 3 ປອດ, ກົມກອງ-ນັກຮົບວັດທະນະທໍາ ໃຫ້ມີຄຸນນະພາບ ແລະ ສ້າງພະ ນັກງານສືບທອດປ່ຽນໃຫ້ຕໍ່ ເນື່ອງ, ເອົາໃຈໃສ່ຄົ້ນຄວ້າໂຄງ ການ-ຫຼັກສູດການສິດສອນ, ໂຄງ ການກໍ່ສ້າງບໍາລຸງວຽກງານອົບ ຮົມ-ຫັດແອບປັບປຸງລະບຽບ ແບບແຜນຂອງກອງທັບໃຫ້ມີ ຄຸນນະພາບຕິດແທດກັບໜ້າ ທີ່ການເມືອງຂອງກອງທັບໃນ ໄລຍະໃໝ່, ການລະດົມພົນ ແລະ ການແກ້ໄຂຈໍານວນພົນແມ່ນໃຫ້ ປະຕິບັດຖືກຕ້ອງຕາມລະບຽບ ການ, ຄຽງຄູ່ກັນນັ້ນກໍເອົາໃຈໃສ່ ວຽກງານສ້າງພະລາທິການກັບ ທີ່ ຕົ້ນຕໍແມ່ນໃຫ້ຮັບປະກັນໄດ້ ດ້ານສະບຽງອາຫານ, ການຈັດ ຕັ້ງລ້ຽງດູທັບ, ຮັບປະກັນເງິນ ເດືອນ-ເງິນກິນ, ດ້ານເຄື່ອງນຸ່ງ ຫົ່ມ, ນໍ້າມັນເຊື້ອໄຟ, ຢາປົວພະ ຍາດ, ການຈັດຊື້-ຈັດຫາ, ວຽກ ງານຂົນສົ່ງ, ຍູ້ແຮງການຜະລິດ ແລະ ຂະຫຍາຍເຂດຜະລິດກະ ສິກໍາຂັ້ນກະຊວງ ແລະ ຂອງບັນ ດາກົມກອງເພື່ອຍົກລະດັບຊີວິດ ການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນ ທັງຜະລິດເປັນ ສິນຄ້າເພື່ອສ້າງລາຍຮັບໃຫ້ກະ ຊວງ ແລະ ກົມກອງ ຂອງຕົນ, ເປັນ ເຈົ້າການປົກປັກຮັກສາ ແລະ ບົວ ລະບັດຜັດເຊັດພາຫະນະ, ອາ ວຸດກະສູນໃຫ້ດີ, ປັບປຸງຄືນລະ ບົບສາງຄັງເກັບມ້ຽນເອກະສານ ນິຕິກຳໃນການຄຸ້ມຄອງ-ນໍາໃຊ້ ໃຫ້ເຂົ້າສູ່ລະບົບ, ຮັບປະກັນຄຸນ ນະພາບ ແລະ ຕິດຕາມແຜນ ການດັດແປງພາຫະນະ-ເຕັກ ນິກ, ຜະລິດເຄື່ອງອາໄຫຼ່, ຊ້ອມ ແປງພາຫະນະໃຫ້ສໍາເລັດຕາມ ແຜນການ, ຕ້ອງເຊື່ອມຊຶມກຳ ແໜ້ນ ແລະ ປະຕິບັດຖືກຕ້ອງ ແນວທາງການຕ່າງປະເທດຂອງ ພັກ, ເພີ່ມທະວີການພົວພັນຮ່ວມ ມືກັບກອງທັບບັນດາປະເທດ ອ້າຍນ້ອງ ແລະ ເພື່ອນມິດ, ປະ ກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືກັບສາກົນ. ທັງໝົດນີ້ກໍເພື່ອເປັນທິດທາງ ໃຫ້ແກ່ບັນດາຄະນະພັກ-ຄະນະ ບັນຊາກົມກອງຕ່າງໆໄດ້ນໍາໄປ ຈັດຕັ້ງປະຕິບັດໃຫ້ປາກົດຜົນສຳ ເລັດສູງກວ່າເກົ່າ ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດແຜນວຽກ ຈຸດສຸມໃນປີ 2019 ໃຫ້ສໍາເລັດ ຕາມແຜນການ, ເຮັດໃຫ້ຂົງເຂດ ວຽກງານປ້ອງກັນຊາດມີການຫັນປ່ຽນທີ່ກ້າວໜ້າເດັ່ນຊັດຂຶ້ນ ຢ່າງຈະແຈ້ງ. ໂດຍ: ນ. ຍ້ອມເພັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ