ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະຜູ້ແທນກົມ ວສ-ປສ ການທະຫານສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ
ເວລາອອກຂ່າວ: 2019-03-01 09:41:30 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 94 | ຄວາມນິຍົມ:



ວັນທີ 18-22 ກຸມພາ 2019 ນີ້, ຄະນະຜູ້ແທນກົມວິທະຍາ ສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ສປປ ລາວ ເຊິ່ງນຳໂດຍສະຫາຍ ພົນ ຈັດຕະວາ ວຽງໄຊ ສົມວິຈິດ ຫົວ ໜ້າກົມວິທະຍາສາດ-ປະຫວັດ ສາດການທະຫານ ພ້ອມດ້ວຍຄະ ນະ, ໄດ້ສຳເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໂດຍໄດ້ຮັບການຕ້ອນຮັບຢ່າງ ອົບອຸ່ນຈາກສະຫາຍ ພົນຈັດຕະ ວາ ດັ້ງກວ່າງມິ່ງ ວ່າການຫົວ ໜ້າສະຖາບັນຍຸດທະສາດປ້ອງ ກັນຊາດກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມດ້ວຍຄະ ນະ. ໃນການຢ້ຽມຢາມ ແລະ ເຮັດ ວຽກຢູ່ ສສ ຫວຽດນາມ ໃນຄັ້ງນີ້ ຄະນະຜູ້ແທນກົມ ວສ-ປສ ການ ທະຫານໄດ້ມີການພົບປະສອງ ຝ່າຍກັບສະຖາບັນຍຸດທະສາດ ປ້ອງກັນຊາດ ກະຊວງປ້ອງກັນ ປະເທດ ສສ ຫວຽດນາມ ໂດຍປະ ຕິບັດຕາມແຜນການຮ່ວມມືຂອງ ສອງກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມປະຈຳປີ 2019 ກ່ຽວກັບວຽກງານຄົ້ນ ຄວ້າຍຸດທະສາດປ້ອງກັນຊາດໃນ ໂຄງຮ່າງລະອຽດ ບົດນິພົນເພີ່ມ ທະວີການຮ່ວມມືລະຫວ່າງກອງ ທັບປະຊາຊົນລາວ ແລະ ກອງ ທັບປະຊາຊົນຫວຽດນາມ, ໃນ ການຕ້ານກົນອຸບາຍຫັນປ່ຽນ ໂດຍສັນຕິຂອງອິດທິກຳລັງປໍ ລະປັກໃນສະພາບການໃໝ່, ເຊິ່ງ ເນື້ອໃນປະກອບມີ 3 ພາກ ຕົ້ນ ຕໍຄືພື້ນຖານ, ທິດສະດີ ແລະ ພຶດ ຕິກຳຕົວຈິງໃນໜ້າທີ່ການຮ່ວມ ມືໃນສະພາບການໃໝ່, ວິທີການ ແກ້ໄຂກ່ຽວກັບການເພີ່ມທະວີ ການຮ່ວມມືລະຫວ່າງສອງກອງ ທັບ ເຊິ່ງສອງຝ່າຍໄດ້ປຶກສາຫາ ລືແລກປ່ຽນບົດຮຽນ ແລະ ຂໍ້ມູນ ບາງບັນຫາໃຫ້ຈະແຈ້ງຂຶ້ນເພື່ອ ໃຫ້ແທດເໝາະກັບສະພາບການ ປັດຈຸບັນເພື່ອລາຍງານຂັ້ນເທິງ ຂອງຕົນ, ນອກຈາກນີ້ຍັງໄດ້ປຶກ ສາຫາລືການພົວພັນແລກປ່ຽນ ບົດຮຽນໃນວຽກງານວິຊາສະ ເພາະຂອງຕົນສືບຕໍ່ພົວພັນຮ່ວມ ມືໃນປີ 2019, ສະຖາບັນຍຸດທະ ສາດປ້ອງກັນຊາດ ກະຊວງປ້ອງ ກັນປະເທດຫວຽດນາມຈະເປີດ ອົບຮົມວຽກງານຍຸດທະສາດ ໃຫ້ວິຊາການຈາກກົມວິທະຍາ ສາດ-ປະຫວັດສາດການທະ ຫານຂອງລາວ ຈຳນວນ 10 ສະ ຫາຍ ແລະ ກົມວິທະຍາສາດ-ປະ ຫວັດສາດການທະຫານກະຊວງ ປ້ອງກັນປະເທດລາວຈະໄດ້ຮັບ ວິຊາການຈາກສະຖາບັນຍຸດທະ ສາດປ້ອງກັນຊາດ ສສ ຫວຽດ ນາມ 2 ສະຫາຍ, ເຊິ່ງທັງໝົດນັ້ນ ເປັນການປັບປຸງ ແລະ ເພີ່ມທະວີ ວຽກງານຍຸດທະສາດໃຫ້ມີທ່າ ກ້າວຂະຫຍາຍຕົວດີຂຶ້ນຈາກນັ້ນ ຄະນະຜູ້ແທນຈາກກົມວິທະຍາ ສາດ- ປະຫວັດສາດການທະຫານ ພ້ອມດ້ວຍຄະນະສະຖາບັນຍຸດທະ ສາດປ້ອງກັນຊາດ ກະຊວງປ້ອງ ກັນປະເທດ ສສ ຫວຽດນາມ ຍັງ ໄດ້ລົງເຄື່ອນໄຫວຢ້ຽມຢາມກອງບັນຊາການທະຫານເຂດ 7 ແລະ ກອງບັນຊາການທະຫານແຂວງ ບິ້ງທວັນ ພ້ອມທ່ຽວຊົມສະຖານ ທີ່ທ່ອງທ່ຽວທາງປະຫວັດສາດ, ສະຖານທີ່ທ່ອງທ່ຽວທາງວັດທະ ນະທຳ ແລະ ສະຖານທີ່ທ່ອງທ່ຽວ ທາງທຳມະຊາດທີ່ສວຍງາມຂອງ ສສ ຫວຽດນາມ ຕື່ມອີກ. ໂດຍ: ສອນໄຊ ສຸກສິງຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ