ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບລັດຖະມົນຕີກະຊວງຮ່ວມມື, ເສດຖະກິດ ແລະ ພັດທະນາ ສສ ເຢຍລະມັນ
ເວລາອອກຂ່າວ: 2019-03-01 09:24:47 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 176 | ຄວາມນິຍົມ:



ໃນວັນທີ 28 ກຸມພາ 2019 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດ ຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນໍເບີດ ບາດໂທ (Norbert Barthle), ຮອງລັດຖະມົນຕີກະ ຊວງຮ່ວມມື, ເສດຖະກິດ ແລະ ການພັດທະນາ ແຫ່ງ ສສ ເຢຍລະ ມັນ, ພ້ອມດ້ວຍຄະນະ ໃນໂອກາດ ເດີນທາງມາຢ້ຽມຢາມ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການ. ໃນໂອກາດນີ້, ທ່ານລັດຖະມົນ ຕີ ສະເຫຼີມໄຊ ກົມມະສິດ ໄດ້ສະ ແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນຕໍ່ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງ ມາຢ້ຽມຢາມ ສປປ ລາວ ໃນຄັ້ງ ນີ້, ພ້ອມທັງຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ມີມູນເຊື້ອອັນດີງາມ ມາແຕ່ດົນນານ ແລະ ມີການ ປຶກສາຫາລືກັນຢ່າງເປັນປະຈຳ ໂດຍຕ່າງຝ່າຍຕ່າງເຂົ້າໃຈເຊິ່ງ ກັນ ແລະ ກັນ ໃນຖານະຄູ່ຮ່ວມພັດທະນາ. ພ້ອມນີ້, ທ່ານ ສະເຫຼີມ ໄຊ ກົມມະສິດ ຍັງໄດ້ຕາງໜ້າ ໃຫ້ລັດຖະບານ ແລະ ປະຊາຊົນ ລາວສະແດງຄວາມຂອບໃຈເປັນ ຢ່າງສູງຕໍ່ການຊ່ວຍເຫຼືອອັນລໍ້າ ຄ່າຂອງເຢຍລະມັນ ແກ່ ສປປ ລາວ, ເຊິ່ງເຢຍລະມັນ ເປັນປະ ເທດລະດັບຕົ້ນໆທີ່ໃຫ້ການຊ່ວຍ ເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ ໂດຍສະເພາະ ແມ່ນການຊ່ວຍເຫຼືອປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພນໍ້າ ຖ້ວມຢູ່ເມືອງສະໜາມໄຊ, ແຂວງ ອັດຕະປື ແລະ ໃນຂົງເຂດທົ່ວປະ ເທດ. ນອກຈາກນີ້, ຍັງໄດ້ສະເໜີໃຫ້ສືບຕໍ່ຊຸກຍູ້ການຊ່ວຍເຫຼືອເພື່ອ ການພັດທະນາແກ່ ສປປ ລາວ ໃຫ້ນັບມື້ນັບເພີ່ມຂຶ້ນໃນຊຸມປີຕໍ່ ໜ້າເຊັ່ນ: ວຽກງານອາຊີວະສຶກ ສາ, ການສົ່ງເສີມທຸລະກິດຂະ ໜາດນ້ອຍ ແລະ ຂະໜາດກາງ (SME), ສະເໜີໃຫ້ສອງຝ່າຍ ຊຸກຍູ້ໃຫ້ມີການແລກປ່ຽນການ ຢ້ຽມຢາມຂອງຄະນະຜູ້ແທນທັງ ສອງປະເທດໃຫ້ຫຼາຍຂຶ້ນ ແລະ ຊ່ວຍຊຸກຍູ້ນັກທຸລະກິດ, ນັກລົງ ທຶນ ແລະ ເຊີນຊວນປະຊາຊົນ, ນັກທ່ອງທ່ຽວເຢຍລະມັນມາ ທ່ອງທ່ຽວ ແລະ ລົງທຶນຢູ່ລາວ ໃຫ້ຫຼາຍຂຶ້ນໃນຊຸມປີຕໍ່ໜ້າ. ທັງ ສອງຝ່າຍຍັງໄດ້ສະແດງຄວາມ ຊົມເຊີຍໃນປີ 2018 ທີ່ຜ່ານມາ, ເຊິ່ງເປັນປີແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ເຢຍ ລະມັນ ຄົບຮອບ 60 ປີ ແລະ ການ ຮ່ວມມື ລາວ-ເຢຍລະມັນ ຄົບຮອບ 55 ປີ ທີ່ໄດ້ຮ່ວມກັນຈັດກິດຈຳ ກຳສະເຫລີມສະຫລອງວັນສຳຄັນ ດັ່ງກ່າວອັນເປັນມິດໝາຍໃໝ່ໃຫ້ ແກ່ການຮັດແໜ້ນສາຍພົວພັນ ຮ່ວມມືຂອງສອງປະເທດໃຫ້ນັບ ມື້ນັບດີຂຶ້ນ. ພ້ອມທັງອວຍພອນ ໃຫ້ທ່ານ ນໍເບີດ ບາດໂທ ພ້ອມ ດ້ວຍຄະນະ ຈົ່ງປະສົບຜົນສໍາເລັດ ການຢ້ຽມຢາມ ສປປ ລາວ ໃນຄັ້ງ ນີ້ ແລະ ເດີນທາງກັບປະເທດ ໂດຍສະຫວັດດີພາບ. ໃນໂອກາດດຽວກັນ, ທ່ານ ຮອງລັດຖະມົນຕີ ນໍເບີດ ບາດໂທ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີກະຊວງການ ຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນ ຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືອັນດີງາມ ມີມູນເຊື້ອມາແຕ່ຍາວນານລະ ຫວ່າງສອງປະເທດໃນໄລຍະ ຜ່ານມາເຖິງປັດຈຸບັນ ແລະ ຈະສືບ ຕໍ່ຮັກສາມູນເຊື້ອ ພ້ອມທັງເສີມ ຂະຫຍາຍໃຫ້ນັບມື້ນັບດີຂຶ້ນ ເພື່ອເຮັດໃຫ້ການພົວພັນຮ່ວມມື ຂອງສອງຝ່າຍໃຫ້ໄດ້ຮັບການພັດ ທະນາ ແລະ ຂະຫຍາຍຕົວຍິ່ງໆ ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ