ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບັ້ນຮົບປົດປ່ອຍ ສາລາພູຄູນ ກາສີວັງວຽງ
ເວລາອອກຂ່າວ: 2018-11-14 21:02:03 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 144 | ຄວາມນິຍົມ:



( ຕໍ່ຈາກສະບັບກ່ອນ ) 4 ໂມງເຊົ້າວັນທີ 5 ມັງກອນ 1973 ກອງຮ້ອຍ 3 ຂອງກອງ ພັນທີ 1 ໄດ້ຫຼອນຕີໜຶ່ງໝວດທະ ຫານຂອງວາງປາວຢູ່ຜາຕອງ ຈິງ ດັບສູນຄາທີ່ 2 ຄົນ ສ່ວນຍັງ ເຫຼືອປົບແລ່ນເຂົ້າປ່າ. ພາຍຫຼັງຍຶດໄດ້ຜາຕອງຈິງ ແລ້ວກໍຂະຫຍາຍກຳລັງລົງບ້ານ ໄກໂສ, ຜາແດງ, ຜາຮອມເພື່ອ ເຮັດໜ້າທີ່ສະກັດຕີສັດຕູ 3 ໂມງ ເຊົ້າຂອງວັນທີ 6 ມັງກອນ 1973 ໝວດລົດຕັງປືນໃຫຍ່ 122 ມມ ຂອງພວກເຮົາໄດ້ເຄື່ອນເຂົ້າຍຶດ ສະໜາມຢູ່ພູວຽງ. ມາເຖິງວັນທີ 1 ມັງກອນ 1973 ພວກເຮົາສາມາດຕີທັບ ມ້າງບັນດາປ້ອມຈັ້ງທ່າໄດ້ 16 ຈຸດໃນຈຳນວນ 32 ຈຸດທັງໝົດ ອັນໄດ້ເຮັດໃຫ້ຈັກກະພັດອາເມຣິ ກາ ແລະ ຫຸ່ນວຽງຈັນມີຄວາມ ກະວົນກະວາຍ ສະນັ້ນ, ພວກ ເຂົາຈຶ່ງສັ່ງໃຫ້ກຳລັງຈາກແນວ ຫຼັງມາຊ່ວຍໜູນການສູ້ຮົບຢ່າງ ຮີບດ່ວນ, ເພີ່ມຖ້ຽວບິນສືບຂ່າວ ແລະ ຖ້ຽວບິນຖິ້ມລະເບີດເຕ 28, ແອັຟ 105 ຈາກ 5-8 ຖ້ຽວຕໍ່ວັນ ມາເປັນ 10-20 ຖ້ຽວຕໍ່ວັນ ນອກ ນີ້ຍັງຮ້ອງຂໍຍົນຍຸດທະສາດ ເບ 52 ມາຊ່ວຍ. ໂດຍກຳແໜ້ນໂອກາດຍາດ ເອົາໄຊຊະນະບໍ່ໃຫ້ສັດຕູມີເວລາ ປັບປຸງກຳລັງ ຄະນະບັນຊາດ້ານ ຮົບອອກຄຳສັ່ງສູ້ຮົບຕາມບາດ ກ້າວທີ 2 ຕາມແຜນການໃຫ້ ກອງພັນທີ 2 ແຕກສຽງປືນຫຼອນ ຕີສັດຕູຈຸດຈັ້ງທ່າຢູ່ຫົວເດີ່ນບິນ ກາສີ ເປັນການເປີດສາກບາດ ກ້າວທີສອງ ຈາກນັ້ນ, ກອງພັນ 13 ແຕກສຽງປືນບຸກຕີພູຄູນ, ກອງພັນ 705 ຫຼອນຕີບັງກາໂລ ພາບດຽວ, ກອງພັນ 701 ຫຼອນ ຕີພູສູງ ມົກລັງຈັງ, ກອງພັນ 46 ເປັນກຳລັງສຳຮອງ. ການຫຼອນຕີເຂົ້າຫົວເດີ່ນບິນ ກາສີຖືກເສຍລັບ ຍ້ອນວ່າ 4 ໂມງເຊົ້າມື້ນັ້ນ ອ້າຍນ້ອງຈຸຫົວ ແຫຼມຂອງກອງຮ້ອຍ 15 ໄດ້ ເຕາະມິນແສງສະຫວ່າງຢູ່ນອກ ຮົ້ວ ເຮັດໃຫ້ຮູບແຖວຫຼອນຕີ ຂອງພວກເຮົາຖືກເສຍລັບກ່ອນ ສັດຕູຈິ່ງສຸມກຳລັງໄຟມາໃສ່ຈຸດ ດັ່ງກ່າວຢ່າງແຂງແຮງ, ເມື່ອ ເປັນແນວນັ້ນຫົວໜ້າກອງພັນໄດ້ ອອກຄຳສັ່ງຫັນຈາກການຫຼອນ ຕີມາເປັນການບຸກຕີ ໃຊ້ຄົກ 82 ສົມທົບກັບຫັດ 12 ຍິງຄອບງວຳ ກາງໃຈປ້ອມຂອງສັດຕູ ແຕ່ກໍຖືກ ສັດຕູຍິງກີດກັ້ນຢ່າງໜັກໜ່ວງ ນັບທັງປືນຄົກ, ບາໂຊກາ, ປືນ ກົນມື, ປົນຈັກຈາກລົດຫຸ້ມເກາະ 2 ຄັນ ທັນໃດນັ້ນປາກົດວ່າກຳ ລັງຂອງສັດຕູຫຼາຍຂຶ້ນຈັດວາງຢູ່ ບັນດາຈຸດຕ່າງໆປິດລ້ອມພວກ ເຮົາ ຍິງສຸມກຳລັງໄຟມາໃສ່ ຂອບເຂດຮູບແຖວພວກເຮົາ ສະ ນັ້ນ, ກອງພັນຈຶ່ງສັ່ງໃຫ້ກຳລັງ ຂອງພວກເຮົາຖອຍອອກໄປເຂດ ປອດໄພ ຫ່າງອອກຈາກເມືອງ ກາສີໄປທາງທິດຕາເວັນອອກ ສ່ຽງເໜືອປະມານ 1 ກິໂລແມັດ ເພື່ອປັບປຸງກຳລັງ ແລະ ລໍຖ້າສົມ ທົບກອງພັນ 705 ບຸກໂຈມຕີສັດ ຕູຄັ້ງໃໝ່. ຢູ່ທິດບຸກຕີສຳຄັນຂອງກອງ ຮ້ອຍ 19 ສົມທົບກັບທິດຈຸດໜັກ ບຸກຕີປ້ອມປ່າເຮ້ຍນຳໃຊ້ເບ 41 ຈຳນວນ 6 ກະບອກຍິງທຳລາຍ ສິ່ງກີດຂວາງໄຂທາງໃຫ້ທະຫານ ຮາບຕະລຸມບອນດັບສູນສັດຕູຢູ່ ເທິງປ້ອມຢ່າງແຂງແຮງ ເຮັດໃຫ້ ພວກເຂົາບໍ່ສາມາດຕອບຕ້ານໄດ້ ຈາກນັ້ນໃຊ້ໜຶ່ງໝວດເຂົ້າຍຶດ ປ້ອມປ່າເຮ້ຍ ເຫຼືອນັ້ນໄປຂົນເອົາ ລູກກະສູນ, ສະບຽບອາຫານຢູ່ ບ້ານບວກ ແຕ່ຕໍ່ຈາກນັ້ນມາໃນ ເວລາ 8 ໂມງເຊົ້າພວກສັດຕູໄດ້ ໃຊ້ເຕ 28 ຈຳນວນ 3 ລຳມາຖິ້ມ ລະເບີດໃສ່ປ້ອມປ່າເຮ້ຍ ອ້າຍ ນ້ອງເຮົາຈຳຕ້ອງຖອຍໄປທິດນໍ້າ ຊະນາ. ກອງພັນ 705 ໃຊ້ກຳລັງກອງ ຮ້ອຍ 26-27 ຕີປ້ອມມົກລັງຈັງ ເລີ່ມແຕກສຽງປືນເວລາ 4:30 ໂມງ ວັນທີ 6 ມັງກອນ 1973 ຍ້ອນຖືກຕີແບບບັງເອີນ ພວກເຂົາ ບໍ່ສາມາດຕີຕ້ານໄດ້ພໍປານໃດ ພວກເຂົາຈຳຕ້ອງໄດ້ແຕກໂຕນໜີ ພາກສ່ວນໜຶ່ງແລ່ນໄປຕາມສາຍ ທາງເລກ 7 ອີກພາກສ່ວນໜຶ່ງ ແຕກໄປທາງປ້ອມນໍ້າອືື ຜ່ານ ການຫຼອນຕີ ພາຍໃນເວລາ 15 ນາທີ ປ້ອມມົກລັງຈັງຖືກແຕກສະ ຫຼາຍ ຂ້າສັດຕູຕາຍຄາທີ່ 24 ຄົນ. ຢູ່ທິດບັງກາໂລກອງພັນ 705 ນຳໃຊ້ກອງຮ້ອຍ 3 ຕີເຂົ້າສຳນັກ ບັນຊາຂອງປ້ອມບັງກາໂລ ແລະ ເດີ່ນບິນເປັນຈຸດໜັກ, ກອງຮ້ອຍ 1 ຕີເຂົ້າພູບັງກາໂລ ແລະ ປ້ອມ ປ່າດົງ 4:15 ໂມງເຊົ້າ ວັນທີ 5 ມັງກອນ 1973 ປືນໃຫຍ່ 122 ມມ ຂອງດ້ານຮົບສົມທົບກຳລັງ ໄຟຂອງກອງພັນຍິງຄອບງວຳ ປືນໃຫຍ່ ແລະ ກຳລັງພົນຂອງ ສັດຕູປະມານ 20 ນາທີທິດຈຸດ ໜັກສາມາດບຸກຍຶດປືນໃຫຍ່ ແລະ ລົດຫຸ້ມເກາະ ພ້ອມທັງປ້ອມປືນ ຈັກຂອງສັດຕູ ສ້າງເງື່ອນໄຂໃຫ້ ທິດສຳຄັນບຸກຕີສັດຕູຢ່າງແຂງ ແຮງລຽນຕິດສາມາດດັບສູນສັດ ຕູຢູ່ປ້ອມປ່າດົງ ແລະ ປ້ອມສັນ ບັງກາໂລ ການສູ້ຮົບປະມານ 1 ຊົ່ວໂມງ ພວກເຮົາສາມາດດັບ ສູນສັດຕູ 23 ຄົນ, ບາດເຈັບ 13 ຄົນ ຈັບເປັນສະເລີຍ 3 ຄົນ, ຍຶດ ປືນ 105 ໄດ້ 2 ກະບອກ, ລົດ ອາແອັມ 2 ຄັນ, ຄົກ 81 ມມ 2 ກະບອກ. ຢູ່ສາມແຍກສາລາພູຄູນກອງ ພັນ 13 ນຳໃຊ້ກອງຮ້ອຍ 1 ຕີ ເຂົ້າພູຄູນໃຫຍ່ເປັນທິດຈຸດໜັກ, ກອງຮ້ອຍ 3 ບຸກຕີພູຄູນນ້ອຍ ເປັນທິດສຳຄັນ, ກອງຮ້ອຍ 2 ສະກັດລັດຕ້ອນຕາມເສັ້ນທາງລະ ຫວ່າງ ຜາເກັ່ງຫາພູຄູນນ້ອຍ, 5:30 ໂມງກຳລັງກອງຮ້ອຍ 1 ຂອງກອງພັນ 13 ໄດ້ຕະລຸມ ບອນຂຶ້ນຍຶດປ້ອມພູຄູນໃຫຍ່, ກອງຮ້ອຍ 3 ບຸກຕະລຸມບອນເຂົ້າ ປ້ອມພູຄູນນ້ອຍ ແຕ່ຖືກສັດຕູກີດ ກັ້ນໜັກອ້າຍນ້ອງໄດ້ອາໄສພູມີ ປະເທດຫຼົບຫຼີກ ຍິງຕອບຕ້ານຄືນ ໃຊ້ຄົກ 82 ຍິງຊ່ວຍໜູນເຮັດໃຫ້ ສັດຕູຫົດເຂົ້າຢູ່ກັບທີ່ ອ້າຍນ້ອງ ທັງສອງກອງຮ້ອຍວ່ອງໄວຕະ ລຸມບອນຂຶ້ນຢ່າງແຂງແຮງ ພວກ ເຂົາຈຳຕ້ອງແຕກໜີໄປທາງຜາ ເກັ່ງ ພໍດີຕົກເຂົ້າໃນວົງສະກັດ ຂອງກອງຮ້ອຍ 2 ອ້າຍນ້ອງ ພວກເຮົາດັບສູນສັດຕູຕື່ມ 19 ຄົນ. ( ອ່ານຕໍ່ສະບັບໜ້າ )



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ