ສັນຍາຮັບເໝົາກໍ່ສ້າງ
ເວລາອອກຂ່າວ: 2018-11-14 20:58:18 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 3038 | ຄວາມນິຍົມ: ![]()
ໃນຊີວິດຕົວຈິງຂອງຄົນເຮົາ ໃນສັງຄົມ ໂດຍສະເພາະໃນໄລ ຍະແຫ່ງການປ່ຽນແປງໃໝ່ນີ້ ການຮັບເໝົາກໍ່ສ້າງບໍ່ວ່າທາງ ດ້ານຖະໜົນຫົນທາງ, ຂົວ, ຊົນ ລະປະທານ, ເຂື່ອນ, ເຮືອນຊານ ແລະ ອາຄານຕ່າງໆ ນັບມື້ນັບ ເກີດຂຶ້ນຫຼາຍ, ໃນການຮັບເໝົາ ດັ່ງກ່າວ ສ່ວນຫຼວງຫຼາຍ ແມ່ນ ໄດ້ຮັບການປະຕິບັດຢ່າງຖືກ ຕ້ອງ, ແຕ່ໃນບາງກໍລະນີກໍຍັງມີ ຂໍ້ຂັດແຍ່ງກັນຢູ່ເຊັ່ນ: ຜູ້ຮັບເໝົາ ບໍ່ສາມາດກໍ່ສ້າງໂຄງການໃຫ້ ແລ້ວຕາມກຳນົດເວລາ, ກໍ່ສ້າງ ບໍ່ມີຄຸນະພາບ, ກໍ່ສ້າງບໍ່ໄດ້ມາດ ຕະຖານ, ເຈົ້າຂອງໂຄງການບໍ່ ມີເງິນຈ່າຍຄ່າກໍ່ສ້າງ ຫຼື ຈ່າຍຄ່າ ກໍ່ສ້າງບໍ່ຄົບຖ້ວນ, ບັນຊີມອບ ຮັບວັດຖຸກໍ່ສ້າງ ຫຼື ເງິນບໍ່ຈະ ແຈ້ງ ດັ່ງນັ້ນ, ເພື່ອໃຫ້ເຂົ້າໃຈ ຢ່າງຖືກຕ້ອງກ່ຽວກັບສັນຍາຮັບ ເໝົາກໍ່ສ້າງ ທີ່ໄດ້ກຳນົດໄວ້ໃນ ກົດໝາຍ ວ່າດ້ວຍ ຂໍ້ຜູກພັນໃນ ສັນຍາ ແລະ ນອກສັນຍາມາດ ຕາ 75 (ປັບປຸງ) ສັນຍາຮັບ ເໝົາກໍ່ສ້າງ ໄດ້ລະບຸໄວ້ວ່າ:“ສັນ ຍາຮັບເໝົາກໍ່ສ້າງ ແມ່ນການ ຕົກລົງຂອງຄູ່ສັນຍາ ເຊິ່ງຜູ້ຮັບ ເໝົາ ຕ້ອງກໍ່ສ້າງສິ່ງໃດໜຶ່ງອັນ ແນ່ນອນ ຕາມຈຸດປະສົງຂອງ ເຈົ້າຂອງໂຄງການ ດ້ວຍວັດຖຸ ອຸປະກອນຂອງເຈົ້າຂອງໂຄງ ການ ຫຼື ຂອງຕົນເອງ, ສ່ວນ ເຈົ້າຂອງໂຄງການນັ້ນ ຕ້ອງຮັບ ເອົາ ແລະ ຈ່າຍຄ່າກໍ່ສ້າງເຊິ່ງ ໄດ້ເຮັດ ແລະ ຢັ້ງຢືນຜົນສຳເລັດ ຮ່ວມກັນແລ້ວ.
ຜູ້ຮັບເໝົາກໍ່ສ້າງ ມີສິດສະ ເໜີໃຫ້ເຈົ້າຂອງໂຄງການຮູ້ວ່າ ຕົນບໍ່ສາມາດປະຕິບັດຄໍາແນະ ນໍາ ຫຼື ນໍາໃຊ້ວັດຖຸອຸປະກອນ ຫຼື ພາຫະນະຂອງເຈົ້າຂອງໂຄງ ການ ທີ່ບໍ່ໄດ້ມາດຕະຖານເຕັກນິກ.
ຖ້າວ່າເຈົ້າຂອງໂຄງການ ຫາກບໍ່ໄດ້ແກ້ໄຂພາຍໃນກໍານົດ ເວລາອັນເໜາະສົມແລ້ວຜູ້ຮັບ ເໝົາມີສິດຂໍຍົກເລີກສັນຍາ ແລະ ທວງເອົາຄ່າເສຍຫາຍ.
ໃນກໍລະນີວັດຖຸອຸປະກອນ ຫຼື ພາຫະນະ ຫາກເປັນຂອງເຈົ້າ ຂອງໂຄງການແລ້ວ ຜູ້ຮັບເໝົາ ຕ້ອງປົກປັກຮັກສາ ແລະ ນໍາ ໃຊ້ໃຫ້ຖືກຕ້ອງ. ຖ້າການນຳໃຊ້ ຫາກບໍ່ຖືກຕ້ອງແລ້ວ ຜູ້ກ່ຽວ ຕ້ອງຮັບຜິດຊອບ, ນອກຈາກນີ້ ກໍຍັງມີພັນທະມອບບັນຊີກ່ຽວ ກັບການນຳໃຊ້ວັດຖຸ ປະກອນ ແລະ ສົ່ງວັດຖຸປະກອນທີ່ຍັງເຫຼືອ ຄືນ ໃຫ້ແກ່ເຈົ້າຂອງໂຄງການ.
ເຈົ້າຂອງໂຄງການ ມີສິດ ກວດກາເບິ່ງສິ່ງທີ່ໄດ້ກໍ່ສ້າງ. ຖ້າ ວ່າສິ່ງກໍ່ສ້າງນັ້ນ ຫາກບໍ່ໄດ້ ປະຕິບັດ ຫຼື ປະຕິບັດບໍ່ຖືກຕ້ອງ ຕາມເງື່ອນໄຂຂອງສັນຍາ ອັນ ພາໃຫ້ສິ່ງກໍ່ສ້າງນັ້ນ ບໍ່ໄດ້ມາດ ຕະຖານເຕັກນິກ ຫຼື ເປ່ເພແລ້ວ ເຈົ້າຂອງໂຄງການມີສິດແຈ້ງ ໃຫ້ຜູ້ຮັບເໝົາແກ້ໄຂ ຫຼື ປົວແປງ ພາຍໃນກຳນົດເວລາອັນຄວນ ຫຼື ທວງເອົາຄ່າເສຍຫາຍ ຖ້າວ່າ ການໃຊ້ຈ່າຍໃນການປົວແປງ ນັ້ນ ຫາກເປັນວັດຖຸອຸປະກອນ ຫຼື ພາຫະນະຂອງຕົນເອງ, ນອກ ຈາກນີ້ ເຈົ້າຂອງໂຄງການອາດ ຈະຍົກເລີກສັນຍາ ແລະ ທວງ ເອົາຄ່າເສຍຫາຍກໍໄດ້.
ວັດຖຸອຸປະກອນ ຫຼື ພາຫະ ນະທີ່ເຈົ້າຂອງໂຄງການເປັນຜູ້ ຈັດຫາໃຫ້ນັ້ນ ຕ້ອງໃຫ້ມີຄຸນະ ພາບ, ຖືກຕ້ອງ ຕາມມາດຕະ ຖານເຕັກນິກ ແລະ ໃຫ້ທັນຕາມ ກຳນົດເວລາ.’’
ເຈົ້າຂອງໂຄງການ ແລະ ຜູ້ ຮັບເໝົາ ໄດ້ຕົກລົງເຫັນດີເຫັນ ພ້ອມກັນກ່ຽວກັບບັນຫາຕ່າງໆ ກ່ອນຈະລົງລາຍເຊັນສັນຍາ, ແຕ່ບັນຫາຈຳເປັນທີ່ຈະຕ້ອງຕົກ ລົງກັນໄດ້ນັ້ນແມ່ນ ເປົ້າໝາຍ (ໂຄງການ), ມູນຄ່າ (ລາຄາ) ແລະ ກຳນົດວັນເວລາຂອງການ ກໍ່ສ້າງ ເພື່ອໃຫ້ເປັນຫຼັກຖານ ແລະ ມີຄຸນຄ່າທາງດ້ານກົດ ໝາຍ ການຕົກລົງກ່ຽວກັບການ ຮັບເໝົາກໍ່ສ້າງຕ້ອງເຮັດເປັນ ລາຍລັກອັກສອນ ແລະ ໃຫ້ປະຕິ ບັດຢ່າງສອດຄ່ອງກັບ ເງື່ອນໄຂ ຂອງສັນຍາທີ່ໄດ້ກຳນົດໄວ້ໃນ ມາດຕາ 10 ຂອງກົດໝາຍ ວ່າ ດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ. ນຳໄປຈົດທະບຽນ ສານ ເພື່ອຢັ້ງຢືນຄວາມຖືກຕ້ອງ ຂອງສັນຍາ ມາດຕາ 9 ຂອງ ກົດໝາຍວ່າດ້ວຍ ທະບຽນສານ (ສະບັບປັບປຸງ) ຖ້າຄູ່ສັນຍາ ຝ່າຍໃດຝ່າຍໜຶ່ງ ຫຼື ທັງສອງ ຫາກມີຖານະເປັນນິຕິບຸກຄົນ ໃນ ກໍລະນີທີ່ຜູ້ເປັນຫົວໜ້າ ຫາກບໍ່ ໄດ້ເຊັນສັນຍາດ້ວຍຕົນເອງ ຜູ້ ອື່ນຈະເຊັນສັນຍາໃນນາມນິຕິ ບຸກຄົນນັ້ນໄດ້ ກໍຕໍ່ເມື່ອຜູ້ເປັນ ຫົວໜ້າເຮັດໃບມອບສັນທະ (ໃບ ມອບສິດ) ໃຫ້ຢ່າງຖືກຕ້ອງ ເທົ່ານັ້ນ ດັ່ງນັ້ນ ຈຶ່ງຄວນເອົາ ໃຈໃສ່ ຕໍ່ບັນຫານີ້.
ຜູ້ຮັບເໝົາມີຄວາມຮັບຜິດ ຊອບ ຕໍ່ການປ່ອຍປະລະເລີຍ ອັນນໍາມາເຊິ່ງຄວາມເສຍຫາຍ ຂອງວັດຖຸອຸປະກອນ ຫຼື ເຮັດໃຫ້ ວັດຖຸປະກອນທີ່ເຈົ້າຂອງໂຄງ ການມອບໃຫ້ນັ້ນເປ່ເພ. ດັ່ງນັ້ນ, ຜູ້ຮັບເໝົາ ຈຶ່ງຮັບຜິດຊອບຕໍ່ ການບໍ່ປົກປ້ອງຄຸ້ມຄອງວັດຖຸ ອຸປະກອນດັ່ງກ່າວ.
ຜູ້ຮັບເໝົາຈະຮັບຜິດຊອບ ຕໍ່ເຈົ້າຂອງໂຄງການ ຍ້ອນ ຄວາມເສຍຫາຍທີ່ເກີດຂຶ້ນເນື່ອງ ຈາກການຊັກຊ້າໃນການກໍ່ສ້າງ, ສ່ວນຜູ້ຮັບເໝົາ ກໍມີສິດທວງ ເອົາການໃຊ້ແທນຄ່າເສຍຫາຍທີ່ ເກີດຂຶ້ນແກ່ຕົນ ເນື່ອງມາຈາກ ການຊັກຊ້າໃນການຮັບເອົາສິ່ງ ທີ່ກໍ່ສ້າງຂອງເຈົ້າຂອງໂຄງ ການ ໃນກໍລະນີທີ່ເຈົ້າຂອງໂຄງ ການຫາກບໍ່ມີອັນໃດມາຢັ້ງຢືນ ວ່າການຊັກຊ້ານັ້ນບໍ່ໄດ້ເກີດ ຈາກເຈດຕະນາ ຫຼື ຍ້ອນຄວາມ ບໍ່ລະມັດລະວັງຂອງຕົນ ຫຼື ຂອງ ຜູ້ທີ່ເຈົ້າຂອງໂຄງການໄດ້ມອບ ໝາຍໃຫ້ປະຕິບັດແທນ. ຖ້າ ວ່າການຊັກຊ້າໃນການກໍ່ສ້າງ ຫາກ ເຮັດໃຫ້ຜົນປະໂຫຍດຂອງ ເຈົ້າຂອງໂຄງການໄດ້ຮັບຄວາມ ເສຍຫາຍ ເຈົ້າຂອງໂຄງການກໍ ມີສິດຖອນສັນຍາ ແລະ ທວງ ເອົາຄ່າເສຍຫາຍ.
ເຈົ້າຂອງໂຄງການໄດ້ຮັບເອົາ ສິ່ງຂອງທີ່ກໍ່ສ້າງ ແລ້ວຫາກຍັງ ເຫັນວ່າມີສິ່ງບົກພ່ອງໃນການກໍ່ ສ້າງນັ້ນ ເຈົ້າຂອງໂຄງການມີ ສິດທວງໃຫ້ຜູ້ຮັບເໝົາທຳການ ສ້ອມແປງຄືນ ໂດຍບໍ່ເສຍຄ່າ ສ້ອມແປງແຕ່ຢ່າງໃດ ຖ້າວ່າກຳ ນົດເວລາຮັບປະກັນນັ້ນຫາກຍັງ ບໍ່ທັນໄດ້ສິ້ນສຸດ. ອາຍຸໃນການ ຮ້ອງຟ້ອງ ສຳລັບສັນຍາກໍ່ສ້າງ ມີກຳນົດສິບປີ ເຊິ່ງໃຫ້ເລີ່ມນັບ ແຕ່ມື້ກຳນົດເວລາຂອງສັນຍາ ນັ້ນໄດ້ສິ້ນສຸດເປັນຕົ້ນໄປ.
ໂດຍ: ຄອນສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















