
ຜູ້ນຳຟີລິບປິນມີແຜນຢ້ຽມຢາມຍີ່ປຸ່ນໃນເດືອນກຸມພານີ້
ເວລາອອກຂ່າວ: 2023-01-09 09:10:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379588488 | ຄວາມນິຍົມ:
ສຳນັກຂ່າວບີບີຊີລາຍ ງານໃນວັນທີ 6 ມັງກອນ ໃຫ້ຮູ້ ວ່າ: ທ່ານ ເຟີດີນານ ມາກອສ ປະທານາທິບໍດີຟີລິບປິນກ່າວໃນວັນທີ 5 ມັງກອນນີ້ວ່າ: ທ່ານອາດຈະເດີນທາງໄປຢ້ຽມ ຢາມຍີ່ປຸ່ນພາຍໃນກາງເດືອນກຸມພາທີ່ຈະມາເຖິງນີ້ ເພື່ອປຶກ ສາຫາລືກ່ຽວວຽກງານດ້ານເສດຖະກິດ ແລະ ຄວາມໝັ້ນຄົງໃນພາກພື້ນລວມເຖິງບັນຫາອື່ນໆ ກັບ ທ່ານ ຟູມິໂອະ ຄີຊິດະ ນາຍົກລັດຖະມົນຕີຍີ່ປຸ່ນ.
ສຳນັກຂ່າວກຽວໂດລະບຸວ່າ: ທ່ານ ເຟີດີນານ ມາກອສ ກ່າວໃນວາລະຖະແຫຼງຂ່າວກ່ອນຈະສິ້ນສຸດວາລະການຢ້ຽມຢາມຈີນເຊິ່ງໃຊ້ເວລາ 3 ວັນ.
ຟີລິບປິນຖືເປັນສ່ວນໜຶ່ງໃນການຮັກສາຄວາມໝັ້ນຄົງໃນພາກພື້ນຮ່ວມກັບປະເທດເພື່ອມິດອື່ນໆ ໃນພາກພື້ນອິນໂດປາຊີຟິກ.
ທັງນີ້, ທ່ານ ເຟີດີນານ ມາກອສເຂົ້າຮັບຕຳແໜ່ງໃນເດືອນມິຖຸນາປີຜ່ານມາ ໄດ້ໂອ້ລົມແບບໜ້າຕໍ່ໜ້າກັບ ທ່ານ ຟູມິໂອະ ຄີຊິດະ ຄັ້ງທຳອິດໃນເດືອນກັນຍາ ທີ່ນິວຢອກ ສະຫະລັດ ອາເມຣິກາ ນອກຮອບກອງປະຊຸມປະຈຳປີຂອງສະມັດຊາໃຫຍ່ ສປຊ ແລະ ຍັງພົບປະກັນໄລຍະສັ້ນໆ ທີ່ກຳປູເຈຍໃນເດືອນພະຈິກ ທີ່ຜ່ານມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ