
ສູນເສຍອົງຄະພິເສດ 790 ໄດ້ຮັບເຄື່ອງອຸປະໂພກ-ບໍລິໂພກ
ເວລາອອກຂ່າວ: 2023-01-09 08:54:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379588528 | ຄວາມນິຍົມ:
ວັນທີ 1 ມັງກອນ 2023 ນີ້, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2022 ຕ້ອນຮັບປີໃໝ່ 2023 ທັງເປັນການສະແດງເຖິງຄວາມຮູ້ບຸນຄຸນ, ລຳລຶກເຖິງຜົນງານຄຸນງາມຄວາມດີຂອງພະນັກງານ-ນັກຮົບເສຍອົງຄະພິເສດ, ທ່ານ ນາງ ຈີນດາລາ ວົງພົມກອງ ພ້ອມດ້ວຍໝູ່ເພື່ອນ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ເຊິ່ງລວມມີ: ຢາຖູແຂ້ວ, ແປງຖູແຂ້ວ, ຢາສະຜົມ, ສະບູ, ແຟບ ແລະ ລ້ຽງອາຫານທ່ຽງເປັນໝີ່ກ້ຽວ ຈຳນວນ 220 ຖ້ວຍ ລວມມູນຄ່າ ທັງໝົດ 2.900.000 ກີບ ໃຫ້ແກ່ພະນັກງານພາຍໃນສູນເສຍອົງຄະພິເສດ 790. ຕາງໜ້າຂຶ້ນຮັບເຄື່ອງໂດຍ ສະຫາຍ ພັນໂທ ບຸນມີ ອິນທະວົງສາ ຫົວໜ້າການເມືອງ ສູນເສຍອົງຄະພິເສດ 790 ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ໂອກາດດັ່ງກ່າວ ສະຫາຍ ພັນໂທ ບຸນມີ ອິນທະວົງສາ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານທົ່ວສູນ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຂອບໃຈ ແລະ ອວຍພອນໃຫ້ ທ່ານ ນາງ ຈີນດາລາ ວົງພົມກອງ ພ້ອມຄະນະຈົ່ງມີຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ການງານ, ການເງິນທຸກປະການ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ