ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 30 ພຶດສະພາ 2023



ສູນ​ເສຍ​ອົງຄະ​ພິເສດ 790 ໄດ້​ຮັບ​ເຄື່ອງ​ອຸປະໂພກ-ບໍລິໂພກ
ເວລາອອກຂ່າວ: 2023-01-09 08:54:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379585967 | ຄວາມນິຍົມ:



ວັນ​ທີ 1 ມັງກອນ 2023 ນີ້, ເນື່ອງ​ໃນ​ໂອກາດ​ສົ່ງ​ທ້າຍ​ປີ​ເກົ່າ 2022 ​ຕ້ອນຮັບ​ປີ​ໃໝ່​ 2023 ທັງ​ເປັນ​ການສະແດງ​ເຖິງ​ຄວາມ​ຮູ້​ບຸນຄຸນ, ລຳ​ລຶກ​ເຖິງ​ຜົນງານ​ຄຸນງາມຄວາມດີ​ຂອງ​ພະນັກງານ-ນັກຮົບ​ເສຍ​ອົງຄະ​ພິເສດ, ທ່ານ ນາງ ຈີນ​ດາລາ ວົງ​ພົມ​ກອງ ພ້ອມດ້ວຍ​ໝູ່​ເພື່ອນ ໄດ້​ນຳ​ເອົາ​ເຄື່ອງອຸປະໂພກ-ບໍລິໂພກ ເຊິ່ງ​ລວມ​ມີ: ຢາຖູແຂ້ວ, ແປງ​ຖູແຂ້ວ, ຢາສະຜົມ, ສະບູ​, ແຟບ ແລະ ລ້ຽງ​ອາຫານ​ທ່ຽງ​ເປັນ​ໝີ່​ກ້ຽວ ​ຈຳນວນ 220 ຖ້ວຍ ລວມ​ມູນ​ຄ່າ​ ທັງ​ໝົດ 2.900.000 ກີບ ໃຫ້​ແກ່​ພະນັກງານ​ພາຍ​ໃນ​ສູນ​ເສຍ​ອົງຄະ​ພິເສດ 790. ຕາງໜ້າ​ຂຶ້ນ​ຮັບ​ເຄື່ອງ​ໂດຍ​ ສະຫາຍ ພັນ​ໂທ ບຸນ​ມີ ອິນ​ທະ​ວົງສາ ຫົວໜ້າ​ການເມືອງ​ ສູນ​ເສຍ​ອົງຄະ​ພິເສດ 790 ພ້ອມ​ດ້ວຍ​ຄະນະ ແລະ ພະນັກງານ​ຫຼັກ​ແຫຼ່ງ​ເຂົ້າ​ຮ່ວມ. ໂອກາດ​ດັ່ງກ່າວ ສະຫາຍ ພັນ​ໂທ ບຸນ​ມີ ອິນ​ທະ​ວົງສາ ​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ​ທົ່ວ​ສູ​​ນ ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຂອບໃຈ ແລະ ອວຍພອນ​ໃຫ້​ ທ່ານ ນາງ ຈີນ​ດາລາ ວົງ​ພົມ​ກອງ ພ້ອມ​ຄະນະ​ຈົ່ງ​ມີ​ຂະພາບ​ແຂງແຮງ, ປະສົບ​ຜົນສຳເລັດ​ໃນ​ໜ້າທີ່​ການ​ງານ, ການ​ເງິນ​ທຸກ​ປະການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ