
ກອງພົນທີ 2 ມອບເງິນນະໂຍບາຍ ອຸດໜູນເທື່ອດຽວ
ເວລາອອກຂ່າວ: 2023-01-09 08:51:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379586176 | ຄວາມນິຍົມ:
ໃນວັນທີ 30 ທັນວາ 2022, ກອງພົນທີ 2 ໄດ້ມີການມອບເງິນນະໂຍບາຍອຸດໜູນເທື່ອດຽວ ໃຫ້ນາຍທະຫານ ທີ່ໄດ້ຮັບການອະນຸມັດໃຫ້ອອກການ, ໂດຍການ
ເຂົ້າຮ່ວມຂອງ ສະຫາຍ ພັນໂທ ບຸນເດີມ ດວງຈຳປາ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາ ພະແນກການທີ່ກ່ຽວຂ້ອງ ຕະຫຼອດຮອດ ນາຍທະຫານທີ່ໄດ້ຮັບການອະນຸມັດໃຫ້ອອກການ ເຂົ້າຮ່ວມ.
ສະຫາຍ ພັນຕີ ກະຕ່າຍ ວິລະສອນ ຮອງຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານອອກການຮັບເງິນນະໂຍບາຍອຸດໜູນເທື່ອດຽວ. ໂດຍອີງຕາມກົດໝາຍ ວ່າດ້ວຍ ປະກັນສັງຄົມ, ອີງຕາມກົດໝາຍ ວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ,
ອີງຕາມຄຳຮ້ອງຂໍຂອງຜູ້ກ່ຽວ ແລະ ການຄົ້ນຄວ້ານຳສະເໜີ ຂອັແງກອງພົນທີ 2. ກົມໃຫຍ່ການເມືອງກອງທັບ ໄດ້ຕົກລົງໃຫ້ນາຍທະຫານອອກການຮັບເງິນນະໂຍບາຍອຸດໜູນເທື່ອດຽວ ຈຳນວນ 16 ສະຫາຍ ປະກອບມີ ຊັ້ນພັນຕີ 1 ສະຫາຍ, ຮ້ອຍເອກ 3 ສະຫາຍ, ຮ້ອຍໂທ 7 ສະຫາຍ ແລະ ຮ້ອຍຕີ 5 ສະຫາຍ ລວມເປັນເງິນທັງໝົດ 1.131.627.000 ກີບ.
ໂດຍ: ຄຳຮັກ ໄຊວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ