ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 30 ພຶດສະພາ 2023



ກອງ​ພົນ​ທີ 2 ມອບ​ເງິນ​ນະໂຍບາຍ​ ອຸດ​ໜູນ​ເທື່ອ​ດຽວ
ເວລາອອກຂ່າວ: 2023-01-09 08:51:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379586176 | ຄວາມນິຍົມ:



ໃນ​ວັນ​ທີ 30 ທັນວາ 2022, ກອງ​ພົນ​ທີ 2 ໄດ້​ມີ​ການ​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ ໃຫ້​ນາຍ​ທະຫານ ທີ່​ໄດ້​ຮັບ​ການ​ອະນຸມັດ​ໃຫ້ອອກ​ການ, ໂດຍ​ການ ​ເຂົ້າ​​ຮ່ວມຂອງ ສະຫາຍ ພັນ​ໂທ ບຸນ​ເດີມ ດວງ​ຈຳປາ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 2, ມີຄະນະ​ພັກ-ຄະນະ​ບັນຊາ ພະແນກການ​ທີ່​ກ່ຽວຂ້ອງ ຕະຫຼອດ​ຮອດ ນາຍ​ທະຫານທີ່​ໄດ້​ຮັບ​ການ​ອະນຸມັດ​ໃຫ້ອອກ​ການ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ກະຕ່າຍ ວິລະ​ສອນ ຮອງ​ຫົວໜ້າ​ພະ​ແນກ​ພະນັກງານ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ອະນຸມັດໃຫ້​ນາຍ​ທະຫານ​ອອກ​ການຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ. ໂດຍ​ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ ປະກັນ​ສັງຄົມ, ອີງ​ຕາມ​ກົດໝາຍ ວ່າ​ດ້ວຍ​ ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ, ອີງ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ຜູ້ກ່ຽວ ແລະ ການ​ຄົ້ນຄວ້ານຳ​ສະເໜີ ຂອັແງ​ກອງ​ພົນ​ທີ 2. ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຕົກລົງ​ໃຫ້​ນາຍ​ທະຫານ​ອອກ​ການຮັບ​ເງິນ​ນະໂຍບາຍ​ອຸດ​ໜູນ​ເທື່ອ​ດຽວ ຈຳນວນ 16 ສະຫາຍ ປະກອບ​ມີ ຊັ້ນ​ພັນ​ຕີ 1 ສະຫາຍ, ຮ້ອຍ​ເອກ 3 ສະຫາຍ, ຮ້ອຍ​ໂທ 7 ສະຫາຍ ແລະ ຮ້ອຍ​ຕີ 5 ສະຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 1.131.627.000 ກີບ. ໂດຍ: ຄຳ​ຮັກ ໄຊ​ວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ