ກອງທັບປະຊາຊົນລາວ

ວັນພະຫັດ, ວັນທີ 01 ມິຖຸນາ 2023



ກອງທັບ​ແອັດ​ສະ​ປາຍ ຈະ​ໄດ້​ຮັບ​ເຮືອບິນ ​ລາດຕະເວນ​ທາງ​ທະເລ C295
ເວລາອອກຂ່າວ: 2023-01-06 09:13:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 379589337 | ຄວາມນິຍົມ:



ສຳນັກ​ຂ່າວ ເຈນ ລາຍ​ງານ​ໃນ ​ວັນ​ທີ 5 ມັງກອນ​ນີ້​ວ່າ: ບໍລິສັດ Airbus ສຳເລັດ​ສັນຍາ​ການ​ພັດທະນາ​ເຮືອບິນ​ລາດຕະເວນ​ທາງ​ທະເລ C295 (MPA) ໃຫ້​ແກ່​ກອງທັບ​ແອັດ​ສະ​ປາຍ(ສະ​ເປນ), ພ້ອມ​ກັນ​ນັ້ນ​ກໍ​ໄດ້​ນຳ​ມາລົງ​ຈອດ​ທີ່​ຖານ​ທັບ​ອາກາດ​ແຫ່ງ​ໜຶ່ງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ແອັດ​ສະ​ປາຍ​ເພື່ອ​ເປັນ​ການ​ແລ່ນ​ທົດ​ລອງ​ໃນ​ເບື້ອງ​ຕົ້ນ ກອງ​ປະຊຸມ​ຖະແຫຼງ​ຂ່າວ​ການ​ຄ້າ​ປະຈຳ​ປີ​ຂອງ Airbus ທີ່​ຈັດ​ຂຶ້ນ​ຢູ່ ​ມ​ຣາ​ດຣິດ ໃນ​ກາງ​ເດືອນ​ທັນວາ​ທີ່​ຜ່ານ​ມາ, ທ່ານ Jean-Brice Dumont ຫົວໜ້າ​ກົມປ້ອງ​ກັນ​ໄພທາງ​ອາກາດ ກະຊວງ​ປ້ອງ​ກັນ​ປະເທດ​ແອັດ​ສະ​ປາຍ​ກ່າວ​ວ່າ ເຮືອບິນ ລຸ້ນ C295 MPA ທີ່​ສັ່ງ​ຊື້​ມາ​ຈາກ​ບໍລິສັດ ແອ​ບັດ ຈຳນວນ​ນີ້ ຕາມ​ແຜນການ​ແລ້ວ​ແມ່ນ​ຈະ​ນຳ​ມາ ທີ່​ປ່ຽນ ແທນ​ເຮືອບິນ Lockheed P-3 Orion ທີ່​ຖືກ​ປົດ​ປະຈຳການ​ກ່ອນ​ໜ້າ​ນັ້ນ ແລະ ຈະ​ນຳໄປ​ປະຈຳການ​ຢູ່​ທີ່​ຖານ​ທັບ ອາກາດ​ທີ່​ແຂວງ ເອັດ​ສະ​ປັນ​ຍອນ (Ej໙rcito del Aire Espaັol: EdAE) ຕາມ​ສັນຍາ​ແລ້ວ ພິທີ​ສົ່ງ​ມອບ​ຢ່າງ​ເປັນ​ທາງ​ການ​ນັ້ນ​ຈະ​ມີ​ຂຶ້ນ​ໃນ​ລະຫວ່າງ​ໄຕ​ມາດ​ທີ 1 ຂອງ​ປີ 2023 ນີ້. ສຳລັບ​ເຮືອບິນ​ລຸ້ນ​ນີ້ ໃຊ້​ພົນ​ຂັບ​ຈຳນວນ 2 ຄົນ, ສາມາດ​ບັນທຸກ​ກຳລັງ​ພົນ​ພ້ອມ​ດ້ວຍ​ອາວຸດ​ປະ ຈຳ​ຕົວ 73 ຄົນ, ມີ​ລວງ​ຍາວ 24,4 ແມັດ, ລວງ​ກວ້າງ​ນັບ​ແຕ່​ປີກ 25,5 ແມັດ, ລວງ​ສູງ 8,66 ແມັດ, ສາມາດ​ບັນທຸກ​ນຳ​ໜັກ​ລວມ​ປະມານ 20 ໂຕນ, ສາມາດ​ບິນ​ໃນ​ຄວາມ​ໄວ​ສູງ​ສຸດ 482 ກີ​ໂລ​ແມັດ​ຕໍ່​ຊົ່ວໂມງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ