ກອງທັບປະຊາຊົນລາວ

ວັນພະຫັດ, ວັນທີ 01 ມິຖຸນາ 2023



ເມືອງ​ແອດ ແຂວງ​ຫົວພັນ ມີ​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ
ເວລາອອກຂ່າວ: 2022-12-28 09:21:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379586244 | ຄວາມນິຍົມ:



ທ່ານ ວົງ​ພັນ ຈັນ​ງາ​ຄຳ ຮອງເຈົ້າເມືອງ​ ເມືອງແອດ, ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໜັງສືພິມກອງ ທັບ​ວ່າ: ການ​ພັດທະນາ​ເສດຖະ ກິດ​ຂອງ​ເມືອງ​ແອດ ພາຍຫຼັງສຳ ເລັດ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ເມືອງຕິດພັນ​ ກັບ​ການ​ຜັນ​ຂະຫຍາຍມະຕິກອງ ​ປະຊຸມ​ໃຫຍ່ ​ຄັ້ງ​​​ທີ VIII ຂອງອົງ ຄະ​ນະ​ພັກ​ແຂວງ ແລະ ແຜນພັດ ທະນາ ​ຄັ້ງ​ທີ IX ຂອງ​ແຂວງ​ຫົວພັນ ອີງໃສ່​ທ່າແຮງ​ບົ່ມ​ຊ້ອນ​ທາງ​ດ້ານ​ເສດຖະກິດ-ສັງຄົມ​​ມີ​ທ່າ​ຂະ ຫຍາຍຕົວ​ໃນ​ຫຼາຍ​ດ້ານ, ເຮັດ​ ໃຫ້​ປະຊາຊົນ​ມີ​ຢູ່​ມີ​ກິນ, ມີ​ຄວາມ​ອຸ່ນອຽນ​ທຸ່ນ​ທ່ຽງ​ທຳ​ການ​ກະ ເສດ ແລະ ການ​ຜະລິດຮັບ​ໃຊ້​ພາຍ​ໃນ​ເມືອງ​ແລ້ວ​ຍັງ​ສົ່ງ​ໄປ​ຕ່າງປະເທດ​ນຳ​ອີກ, ເພາະວ່າ​ເມືອງ​ແອດ​ອຸດົມສົມບູນ​ໄປ​ດ້ວຍ​ດິນ​ດຳ​ນໍ້າ​ຊຸມ​ເປັນ​ອູ​ເຂົ້າ​ອູ​ປາ ສາ ມາດ​ເຮັດ​ນາ​ໄດ້​ສອງ​ລະດູ​ອະນາ​ຄົດ​ຍັງ​ຈະ​ໄດ້​ທົດ​ລອງ​ເຮັດ​ນາ​ສາມ​ລະດູ​ນຳ​ອີກ. ປັດຈຸບັນ​ເມືອງ​ແອດ​ປະກອບ​ມີ 77 ບ້ານ, ມີ 5.083 ຫຼັງຄາ​ເຮືອນ, ມີ​ນລະເມືອງ 27.978 ຄົນ; ປະກອບ​ມີ 6 ຊົນເຜົ່າ, ແບ່ງ​ອອກ​ເປັນ 10 ເຂດ​ຈຸດສຸມ​ພັດ ທະນາ. ມີ​ສະມາຊິກ​ພັກ 1.954 ສະຫາຍ (ຍິງ 389 ​ສະຫາຍ), ປະກອບ​ມີ 16 ຮາກ​ຖານ​ພັກ (ໃນ​ນີ້ ມີ 10 ຮາກ​ຖານ​ພັກ​ນຳ ພາ​ຫຼາຍ​ບ້ານ, 3 ຮາກ​ຖານ​ພັກ​ບ້ານ​ໃຫ່​​ຍ ແລະ 3 ຮາກ​ຖານ​ພັກ​ສຳນັກງານ), ມີ 106 ໜ່ວຍ​ພັກ, ໃນ​ປີຜ່ານມາ ສາມາດ​ຮັບຮອງ​ເປັນ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ​ໜັກ​ແໜ້ນ​ໄດ້ 40 ໜ່ວຍ. ພາຍ ຫຼັງ​ສຳເລັດ​ກອງປະຊຸມ​ໃຫຍ່ ​ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ເມືອງ ໃນ​ປີ 2019 ເປັນຕົ້ນ​ມາ ເມືອງ​ໄດ້​ບັນຈຸ​ພະນັກງານຫຼັກ​ແຫຼ່ງ​ຂອງ​ເມືອງ​ເຄື່ອນໄຫວ​ວຽກ​​ງານກໍ່ສ້າງ ​ຮາກ​ຖານ​ການເມືອງຢູ່​ໃນ 10 ເຂດ, 3 ບ້ານ​ໃຫຍ່ ແລະ 8 ບ້ານ​ຈຸດ​ສຸມຕາມ 4 ເນື້ອ​ໃນ; 4 ຄາດ ໝາຍຕິດ​ພັນ​ກັບ​ການ​ແກ້​ໄຂ​ ຄວາມທຸກ​ຍາກ ແລະ ການ​ສ້າງ ພະນັກງານ, ປັບປຸງ​ແບບແຜນ​ ວິທີ​ເຮັດ​ວຽກ​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຢູ່​ຂັ້ນບ້ານ ​ເປັນສຳຄັນ​ເຮັດ​ໃຫ້​ທົ່ວ​ເມືອງສືບ ຕໍ່​ມີ​ຄວາມ​ສະຫງົບ, ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ໂດຍ​ພື້ນຖານ. ພະນັກງານ-ລັດຖະກອນ ແລະ ປະຊາຊົນ​ບັນດາເຜົ່າ​ມີ​ຄວາມ ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄວາມຕື່ນ​ ຕົວຫ້າວຫັນ​ເຂົ້າ​ໃນ​ການ​ປະກອບ ສ່ວນ​ວຽກ​ງານ​ຂອງ​ບ້ານ​ເມືອງ ແລະ ສ້າງ​ເສດຖະກິດ​ຄອບຄົວ, ຄະນະພັກ-ອຳນາດ​ການ​ປົກຄອງ​ໄດ້​ຮັບ​ການ​ປັບປຸງ, ຍົກ​ລະດັບ ແລະ ມີ​ຫຼາຍ​ບ້ານເລີ່ມ​ມີ​ການ​ຫັນ ປ່ຽນ​ດີ​ຂຶ້ນ ນັບ​ທັງ​ແບບແຜນ​ວິທີ​ເຮັດ​ວຽກ, ຄວາມ​ສາມັກຄີ​ພາຍ​ໃນ​ຄະນະ​ພັກ ແລະ ຄວາມ​ເປັນ​ແບບຢ່າງ​ໃຫ້​ແກ່ສັງຄົມ. ໃນ​ດ້ານ​ເສດຖະກິດ ໂດຍ​ໃສ່​ ທີ່​ຕັ້ງ​ພູມ​ສາດ, ມູນເຊື້ອ ແລະ ເງື່ອນໄຂ​ທາງ​ທຳ​ມະ​ຊາດ​ເມືອງ​ໄດ້​ກຳນົດ​ເອົາ 4 ທ່າແຮງ (ການ ​ປູກຝັງ, ລ້ຽງສັດ, ການ​ບໍລິການ ທ່ອງ​ທ່ຽວ ແລະ ການ​ຄ້າ​ຂອງ​ຊາຍ​ແດນ) ແລະ ຈັດ​ແບ່ງ​ເຂດ​ຈຸດ​ສຸມ​ໃນ​ການ​ສົ່ງເສີມ​ການຜະ ລິດ​ອອກ​ເປັນ 10 ເຂດ. ເສດຖະ ກິດ​ບັນລຸ​ໄດ້ 6,7%, ລວມຍອດ ​ ຜະລິດ​ຕະ​ພັນ​ສັງຄົມ​ບັນລຸ​ໄດ້ປະ ມານ 181,8 ຕື້​ກີບ; (ກະສິກຳ​ກວມ 72,3%, ອຸດ​ສາ​ຫະ​ກຳ​ກວມ 7,5%, ແລະ ບໍລິການ 20,2%); ລາຍ​ໄດ້​ສະ​ເລ່ຍ 6,5 ລ້ານ​ກີບ​ຕົ້ນ​ປີ; ເລີ່ມ​ມີ​ໜໍ​ແໜງ ​ເກີດ​ຂຶ້ນ ແລະ ເຫັນ​ຜົນ​ໃນ​ເບື້ອງ​ຕົ້ນ ການທ່ອງທ່ຽວ​ຕາມ​ສາຍນໍ້າ ແອດ, ການ​ລ້ຽງສັດ (ງົວ, ໝູ, ສັດ​ປີກ), ການ​ປູກ​ຕົ້ນໄມ້​ໃຫ້​ ໝາກ, ການ​ປູກ​ມັນຕົ້ນ, ສາລີເປັນ ອາຫານ​ສັດ, ມີ​ບ້ານ​ໄດ້​ຊົມໃຊ້ໄຟ ຟ້າ 64 ບ້ານ (83,2%), ມີຊົນ ລະປະທານ​ສາມາດ​ເຮັດນາໄດ້ 85% ການ​ຜະລິດ​ລະດູ​ປີ 2022 ນີ້, ມີ​ເນື້ອທີ່​ປູກ​ເຂົ້າ 2.868 ​ເຮັກຕາ; ເກັບ​ກູ້​ຜົນ​ຜະລິດໄດ້ 10.537,8 ໂຕນ, ເນື້ອທີ່ປູກພືດ ​ສະບຽງ​ອາຫານ 513,9 ​ເຮັກຕາ, ເກັບ​ກູ້​ຜົນ​ຜະລິດ​ໄດ້ 1.991,4 ໂຕນ, ປູກ​ພືດ​ເປັນ​ສິນຄ້າ​ສາລີ, ມັນຕົ້ນ 2.216,88 ເຮັກຕາ; ຄາດ​ຄະເນວ່າ​ຜົນ​ຜະລິດ​ຈະໄດ້ 11.528,3 ໂຕນ, ປູກ​ຕົ້ນໄມ້​ໃຫ້​ໝາກ (ໝາກມ່ວງ, ລຳໃຍ) 530 ​ເຮັກຕາ, ຜົນ​ຜະລິດປະມານ 1.800 ໂຕນ, ການ​ລ້ຽງສັດກໍ​ເລີ່ມ​ເປັນ​ຂະ​ບວນການ​ເຊັ່ນ ການ​ລ້ຽງ​ງົວ, ລ້ຽງ​ໝູ, ສັດ​ປີກ. ໄດ້​ຮັບຮອງ​ເອົາ​ຫັດຖະກຳ​ເຄື່ອງ​ປັ້ນດິນເຜົາບ້ານ​ຊູ້ ເປັນ ຜະລິດ​ຕະ​​ພັ​ນພົ້ນ​ເດັ່ນ ດ້ານ​ການ​ລ້ຽງສັດ 15 ຄອບຄົວ, ພົ້ນເດັ່ນ​ ດ້ານ​ປູກ​ພືດ​ເປັນ​ສີນ​ຄ້າ 32 ຄອບ ຄົວ, ພົ້ນ​ເດັ່ນ​ດ້ານ​ການ​​ປູກ​ຕົ້ນໄມ້​ໃຫ້​ໝາກ 53 ຄອບຄົວ, ພື້ນ​ເດັ່ນ​ດ້ານ​ຫັດຖະກຳ 24 ຄອບຄົວ, ພົ້ນ​ເດັ່ນ​ດ້ານ​ການ​ບໍ​ລິ​ການທ່ອງທ່ຽວ 3 ຄອບຄົວ ສ່ວນ​ການເຮັດ​ນາ ແຊງ, ການ​ປູກ​ມັນຕົ້ນ, ສາລີ, ຖົ່ວເຫຼືອງ, ພືດ​ລົມ​ລຸກ​ອື່ນໆທີ່​ປະ ຊາຊົນ​ເຄີຍ​ປູກ​ຜ່ານ​ມາ ໄດ້ຮັບ​ການ​ສົ່ງເສີມ​ໃຫ້​ຂະຫຍາຍຕົວ ກາຍເປັນ​ການ​ຜະລິດ​ສິນຄ້າ​ເທື່ອ​ລະ​ກ້າວ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ນັບ​ມື້​ດີ​ຂຶ້ນ ເຮັດ​ໃຫ້​ຄອບຄົວ​ທຸກ​ຍາກ 36,4% ໃນ​ປີ 2019 ມາ​ເປັນ 28,14% ໃນ 2022.(1850 ຄອບຄົວ 1 430 ​ຄຄ ລຸດ​ລົງ 420 ​ຄົວຄອບ) ຕາມ​ດຳລັດ 348/​ນຍ. ໃນ​ດ້ານ​ວັດທະນາ​ທຳ-ສັງຄົມ, ຕາ​ນ່າງ​ການ​ສຶກ​ສາ, ສາ​ທາລະ​ ນະ​ສຸກ​ຂະຫຍາຍ​ໄປ​ເຖິງ​ທຸ​ກບ້ານ ​ໃນທົ່ວ​ເມືອງ. ສົກຮຽນ​ປີຜ່ານມາ​ນີ້ ອັດຕາ​ເຂົ້າ​ຮຽນ​ສຸດທິ​ຊັ້ນ​ປະ ຖົມ​ບັນລຸ​ໄດ້ 98,8%, ມັດທະ ຍົມ​ຕົ້ນ 79,23% ແລະ ມັດທະ ຍົມ​ປາຍ 36,31% ນອກ​ນີ້​ກໍໄດ້​ ເອົາໃຈໃສ່​ການ​ສຶກ​ສາກ່ອນ​ໄວ​ຮຽນ, ການຮຽນ​ການ​ສອນ​ນອກ​ລະບົບ​ຊັ້ນ​ມັດທະຍົມຕົ້ນ​ຈຳນວນ​ທີ່​ຕົກ​ຄ້າງ (2018) ເລີ່ມ​ຮຽນ ຊັ້ນ​ມັດທະຍົມປາຍ​ໃຫ້​ແກ່​ກຸ່ມເປົ້າ ໝາຍ. ອັນ​ເດັ່ນສົກຮຽນ​ປີນີ້ເມືອງ​ ໄດ້​ຊື້​ແຄນໃຫ້​ໂຮງຮຽນ​ມັດ​ທະຍົມ 6 ແຫ່ງ ແຫ່ງ​ໜຶ່ງ 6 ເຕົ້າ ເພື່ອສອນ​ໃຫ້​ນັກຮຽນ, ໄດ້​ເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ບັນດາ​ຕົວ​ຊີ້​ວັດ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ແຂງແຮງ ມາ​ຮອດ​ປັດຈຸບັນ​ສາມາດ​ບັນລຸ​ໄດ້ 10 ຕົວ​ຊີ້​ບອກ (ຍັງ 1 ຕົວ​ຊີ້​ບອກ​ທີ່​ບໍ່​ທັນ​ບັນລຸ​ຄື: ອັດຕາ​ການ​ເກີດ​ທີ່​ມີ​ແພດຊ່ວຍ) ອັດຕາ​ການ​ສັກ​ກັນ​ພະຍາດ​ທົ່ວ​ໄປ​ກຸ່ມ​ເປົ້າ​ໝາຍ ກວມ 86%, ອັດຕາ​ການ​ຊົມໃຊ້​ວິດຖ່າຍກວມ 93,1% ອັດຕາ​ການ​ຊົມໃຊ້​ນໍ້າ​ສະອາດ​ກວມ 83,5%, ມີ​ບ້ານ​ສາ​ທາ​ລະ​ນາ​ສຸກ​ແບບຢ່າງ 68 ບ້ານ( 88,3%). ມູນເຊື້ອ​ຄວາມ​ສາມັກຄີ, ຮີດຄອງ​ປະເພນີຂອງ​ບັນດາເຜົ່າ, ການ​ອະ ນຸລັກ ແລະ ສົ່ງເສີມດ້ວຍ​ການ ຈັດ​ກິດຈະກຳ​ແລກປ່ຽນ​ດ້ານ​ວັດ ທະນາ​ທຳ, ແບ່ງ​ເຂດ​ທຳ​ການ​ຜະ ລິດ​ພາຍ​ໃນ​ບ້ານ-ບ້ານ​ຕໍ່​ບ້ານທີ່​ ສອດຄ່ອງ, ເສີມ​ຂະຫຍາຍ​ຄວາມ​ເຂົ້າໃຈ​ເຊິ່ງ​ກັນ ແລະ ກັນ ເຮັດ​ປະຊາຊົນ​ບັນດາເຜົ່າ​ສືບຕໍ່​ມີ​ຄວາມສາມັກຄີ​ປອງ​ດອງ​ກັນ ຄາດ​ວ່າ​ຈະ​ປະກາດ​ເປັນ​ເມືອງ​ສາ ມັກຄີ​ປອງ​ດອງ​ບັນດາເຜົ່າໃນ​ວັນ​ທີ 4/5 ທີ່​ຈະ​ມາ​ເຖິງ​ນີ້. ໂດຍ: ບົວ​ລາ ສໍ​ລາ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ