
ເມືອງແອດ ແຂວງຫົວພັນ ມີການຂະຫຍາຍຕົວທາງດ້ານເສດຖະກິດ
ເວລາອອກຂ່າວ: 2022-12-28 09:21:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379586244 | ຄວາມນິຍົມ:
ທ່ານ ວົງພັນ ຈັນງາຄຳ ຮອງເຈົ້າເມືອງ ເມືອງແອດ, ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມກອງ ທັບວ່າ: ການພັດທະນາເສດຖະ ກິດຂອງເມືອງແອດ ພາຍຫຼັງສຳ
ເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງຕິດພັນ ກັບການຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ VIII ຂອງອົງ ຄະນະພັກແຂວງ ແລະ ແຜນພັດ ທະນາ ຄັ້ງທີ IX ຂອງແຂວງຫົວພັນ ອີງໃສ່ທ່າແຮງບົ່ມຊ້ອນທາງດ້ານເສດຖະກິດ-ສັງຄົມມີທ່າຂະ ຫຍາຍຕົວໃນຫຼາຍດ້ານ, ເຮັດ ໃຫ້ປະຊາຊົນມີຢູ່ມີກິນ, ມີຄວາມອຸ່ນອຽນທຸ່ນທ່ຽງທຳການກະ ເສດ ແລະ ການຜະລິດຮັບໃຊ້ພາຍໃນເມືອງແລ້ວຍັງສົ່ງໄປຕ່າງປະເທດນຳອີກ, ເພາະວ່າເມືອງແອດອຸດົມສົມບູນໄປດ້ວຍດິນດຳນໍ້າຊຸມເປັນອູເຂົ້າອູປາ ສາ ມາດເຮັດນາໄດ້ສອງລະດູອະນາຄົດຍັງຈະໄດ້ທົດລອງເຮັດນາສາມລະດູນຳອີກ.
ປັດຈຸບັນເມືອງແອດປະກອບມີ 77 ບ້ານ, ມີ 5.083 ຫຼັງຄາເຮືອນ, ມີນລະເມືອງ 27.978 ຄົນ; ປະກອບມີ 6 ຊົນເຜົ່າ, ແບ່ງອອກເປັນ 10 ເຂດຈຸດສຸມພັດ ທະນາ. ມີສະມາຊິກພັກ 1.954 ສະຫາຍ (ຍິງ 389 ສະຫາຍ), ປະກອບມີ 16 ຮາກຖານພັກ (ໃນນີ້ ມີ 10 ຮາກຖານພັກນຳ ພາຫຼາຍບ້ານ, 3 ຮາກຖານພັກບ້ານໃຫ່ຍ ແລະ 3 ຮາກຖານພັກສຳນັກງານ), ມີ 106 ໜ່ວຍພັກ, ໃນປີຜ່ານມາ ສາມາດຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນໄດ້ 40 ໜ່ວຍ. ພາຍ ຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງ ໃນປີ 2019 ເປັນຕົ້ນມາ ເມືອງໄດ້ບັນຈຸພະນັກງານຫຼັກແຫຼ່ງຂອງເມືອງເຄື່ອນໄຫວວຽກງານກໍ່ສ້າງ ຮາກຖານການເມືອງຢູ່ໃນ 10 ເຂດ, 3 ບ້ານໃຫຍ່ ແລະ 8 ບ້ານຈຸດສຸມຕາມ 4 ເນື້ອໃນ; 4 ຄາດ ໝາຍຕິດພັນກັບການແກ້ໄຂ ຄວາມທຸກຍາກ ແລະ ການສ້າງ ພະນັກງານ, ປັບປຸງແບບແຜນ ວິທີເຮັດວຽກຂອງຄະນະພັກ, ອຳນາດການປົກຄອງຢູ່ຂັ້ນບ້ານ ເປັນສຳຄັນເຮັດໃຫ້ທົ່ວເມືອງສືບ ຕໍ່ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າມີຄວາມ ອຸ່ນອຽນທຸ່ນທ່ຽງ, ມີຄວາມຕື່ນ ຕົວຫ້າວຫັນເຂົ້າໃນການປະກອບ ສ່ວນວຽກງານຂອງບ້ານເມືອງ ແລະ ສ້າງເສດຖະກິດຄອບຄົວ, ຄະນະພັກ-ອຳນາດການປົກຄອງໄດ້ຮັບການປັບປຸງ, ຍົກລະດັບ ແລະ ມີຫຼາຍບ້ານເລີ່ມມີການຫັນ ປ່ຽນດີຂຶ້ນ ນັບທັງແບບແຜນວິທີເຮັດວຽກ, ຄວາມສາມັກຄີພາຍໃນຄະນະພັກ ແລະ ຄວາມເປັນແບບຢ່າງໃຫ້ແກ່ສັງຄົມ.
ໃນດ້ານເສດຖະກິດ ໂດຍໃສ່ ທີ່ຕັ້ງພູມສາດ, ມູນເຊື້ອ ແລະ ເງື່ອນໄຂທາງທຳມະຊາດເມືອງໄດ້ກຳນົດເອົາ 4 ທ່າແຮງ (ການ ປູກຝັງ, ລ້ຽງສັດ, ການບໍລິການ ທ່ອງທ່ຽວ ແລະ ການຄ້າຂອງຊາຍແດນ) ແລະ ຈັດແບ່ງເຂດຈຸດສຸມໃນການສົ່ງເສີມການຜະ ລິດອອກເປັນ 10 ເຂດ. ເສດຖະ ກິດບັນລຸໄດ້ 6,7%, ລວມຍອດ
ຜະລິດຕະພັນສັງຄົມບັນລຸໄດ້ປະ ມານ 181,8 ຕື້ກີບ; (ກະສິກຳກວມ 72,3%, ອຸດສາຫະກຳກວມ 7,5%, ແລະ ບໍລິການ 20,2%); ລາຍໄດ້ສະເລ່ຍ 6,5 ລ້ານກີບຕົ້ນປີ; ເລີ່ມມີໜໍແໜງ ເກີດຂຶ້ນ ແລະ ເຫັນຜົນໃນເບື້ອງຕົ້ນ ການທ່ອງທ່ຽວຕາມສາຍນໍ້າ ແອດ, ການລ້ຽງສັດ (ງົວ, ໝູ, ສັດປີກ), ການປູກຕົ້ນໄມ້ໃຫ້ ໝາກ, ການປູກມັນຕົ້ນ, ສາລີເປັນ ອາຫານສັດ, ມີບ້ານໄດ້ຊົມໃຊ້ໄຟ ຟ້າ 64 ບ້ານ (83,2%), ມີຊົນ ລະປະທານສາມາດເຮັດນາໄດ້ 85% ການຜະລິດລະດູປີ 2022 ນີ້, ມີເນື້ອທີ່ປູກເຂົ້າ 2.868 ເຮັກຕາ; ເກັບກູ້ຜົນຜະລິດໄດ້ 10.537,8 ໂຕນ, ເນື້ອທີ່ປູກພືດ ສະບຽງອາຫານ 513,9 ເຮັກຕາ, ເກັບກູ້ຜົນຜະລິດໄດ້ 1.991,4 ໂຕນ, ປູກພືດເປັນສິນຄ້າສາລີ, ມັນຕົ້ນ 2.216,88 ເຮັກຕາ; ຄາດຄະເນວ່າຜົນຜະລິດຈະໄດ້ 11.528,3 ໂຕນ, ປູກຕົ້ນໄມ້ໃຫ້ໝາກ (ໝາກມ່ວງ, ລຳໃຍ) 530 ເຮັກຕາ, ຜົນຜະລິດປະມານ 1.800 ໂຕນ, ການລ້ຽງສັດກໍເລີ່ມເປັນຂະບວນການເຊັ່ນ ການລ້ຽງງົວ, ລ້ຽງໝູ, ສັດປີກ.
ໄດ້ຮັບຮອງເອົາຫັດຖະກຳເຄື່ອງປັ້ນດິນເຜົາບ້ານຊູ້ ເປັນ ຜະລິດຕະພັນພົ້ນເດັ່ນ ດ້ານການລ້ຽງສັດ 15 ຄອບຄົວ, ພົ້ນເດັ່ນ ດ້ານປູກພືດເປັນສີນຄ້າ 32 ຄອບ ຄົວ, ພົ້ນເດັ່ນດ້ານການປູກຕົ້ນໄມ້ໃຫ້ໝາກ 53 ຄອບຄົວ, ພື້ນເດັ່ນດ້ານຫັດຖະກຳ 24 ຄອບຄົວ, ພົ້ນເດັ່ນດ້ານການບໍລິການທ່ອງທ່ຽວ 3 ຄອບຄົວ ສ່ວນການເຮັດນາ ແຊງ, ການປູກມັນຕົ້ນ, ສາລີ, ຖົ່ວເຫຼືອງ, ພືດລົມລຸກອື່ນໆທີ່ປະ ຊາຊົນເຄີຍປູກຜ່ານມາ ໄດ້ຮັບການສົ່ງເສີມໃຫ້ຂະຫຍາຍຕົວ ກາຍເປັນການຜະລິດສິນຄ້າເທື່ອລະກ້າວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ ເຮັດໃຫ້ຄອບຄົວທຸກຍາກ 36,4% ໃນປີ 2019 ມາເປັນ 28,14% ໃນ 2022.(1850 ຄອບຄົວ 1 430 ຄຄ ລຸດລົງ 420 ຄົວຄອບ) ຕາມດຳລັດ 348/ນຍ.
ໃນດ້ານວັດທະນາທຳ-ສັງຄົມ, ຕານ່າງການສຶກສາ, ສາທາລະ ນະສຸກຂະຫຍາຍໄປເຖິງທຸກບ້ານ ໃນທົ່ວເມືອງ. ສົກຮຽນປີຜ່ານມານີ້ ອັດຕາເຂົ້າຮຽນສຸດທິຊັ້ນປະ ຖົມບັນລຸໄດ້ 98,8%, ມັດທະ ຍົມຕົ້ນ 79,23% ແລະ ມັດທະ ຍົມປາຍ 36,31% ນອກນີ້ກໍໄດ້ ເອົາໃຈໃສ່ການສຶກສາກ່ອນໄວຮຽນ, ການຮຽນການສອນນອກລະບົບຊັ້ນມັດທະຍົມຕົ້ນຈຳນວນທີ່ຕົກຄ້າງ (2018) ເລີ່ມຮຽນ ຊັ້ນມັດທະຍົມປາຍໃຫ້ແກ່ກຸ່ມເປົ້າ ໝາຍ. ອັນເດັ່ນສົກຮຽນປີນີ້ເມືອງ ໄດ້ຊື້ແຄນໃຫ້ໂຮງຮຽນມັດທະຍົມ 6 ແຫ່ງ ແຫ່ງໜຶ່ງ 6 ເຕົ້າ ເພື່ອສອນໃຫ້ນັກຮຽນ, ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຕົວຊີ້ວັດດ້ານສາທາລະນະສຸກຢ່າງແຂງແຮງ ມາຮອດປັດຈຸບັນສາມາດບັນລຸໄດ້ 10 ຕົວຊີ້ບອກ (ຍັງ 1 ຕົວຊີ້ບອກທີ່ບໍ່ທັນບັນລຸຄື: ອັດຕາການເກີດທີ່ມີແພດຊ່ວຍ) ອັດຕາການສັກກັນພະຍາດທົ່ວໄປກຸ່ມເປົ້າໝາຍ ກວມ 86%, ອັດຕາການຊົມໃຊ້ວິດຖ່າຍກວມ 93,1% ອັດຕາການຊົມໃຊ້ນໍ້າສະອາດກວມ 83,5%, ມີບ້ານສາທາລະນາສຸກແບບຢ່າງ 68 ບ້ານ( 88,3%). ມູນເຊື້ອຄວາມສາມັກຄີ, ຮີດຄອງປະເພນີຂອງບັນດາເຜົ່າ, ການອະ ນຸລັກ ແລະ ສົ່ງເສີມດ້ວຍການ ຈັດກິດຈະກຳແລກປ່ຽນດ້ານວັດ ທະນາທຳ, ແບ່ງເຂດທຳການຜະ ລິດພາຍໃນບ້ານ-ບ້ານຕໍ່ບ້ານທີ່ ສອດຄ່ອງ, ເສີມຂະຫຍາຍຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ເຮັດປະຊາຊົນບັນດາເຜົ່າສືບຕໍ່ມີຄວາມສາມັກຄີປອງດອງກັນ ຄາດວ່າຈະປະກາດເປັນເມືອງສາ ມັກຄີປອງດອງບັນດາເຜົ່າໃນວັນທີ 4/5 ທີ່ຈະມາເຖິງນີ້.
ໂດຍ: ບົວລາ ສໍລາວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ