ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 30 ພຶດສະພາ 2023



ປະກາດ​ຮັບຮອງ​ເອົາ​ສວນ​ວັດທະນະທຳ​ຊຽງ​ຄວນ ​ເປັນ​ມໍລະດົກ​ແຫ່ງ​ຊາດ​ລະດັບ​ທ້ອງຖິ່ນ
ເວລາອອກຂ່າວ: 2022-12-26 08:21:46 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 379585980 | ຄວາມນິຍົມ:



ພິທີ​ປະກາດ​ຮັບຮອງ​ເອົາ​ສວນ​ວັດທະນະທຳ​ຊຽງ​ຄວນ​ເປັນ ​ມໍລະດົກ​ແຫ່ງ​ຊາດ​ລະດັບ​ທ້ອງ ຖິ່ນ​ທາງ​ດ້ານ​ວັດທະນະທຳ​ແຫ່ງ​ທີ 1 ຂອງ​ນະຄອນຫຼວງ​ວຽງຈັນ ແລະ ເປີດ​ນຳ​ໃຊ້​ປະຕູໂຂງໃຫຍ່ ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 22 ທັນ ວາ 2022 ທີ່​ສວນ​ວັດທະນະທຳ​ຊຽງ​ຄວນ ເມືອງ​ຫາດ​ຊາຍ​ຟອງ ນະຄອນຫຼວງ​ວຽງ​ຈັນ, ໂດຍມີ ທ່ານ ວັນ​ສີ ກົວ​ມົວ ຮອງລັດ ຖະມົນຕີ​ກະຊວງ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຖະໜອມ ທຳ​ທອງ ປະ ທານ​ແນວ​ລາວ​ສ້າງຊາດ​ນະ ຄອນຫຼວງ​ວຽງຈັນ, ທ່ານ ​ນາງ ວິໄລ​ວອນ ຈັນທະລາຕີ ຫົວໜ້າ​ ພະ​ແນກຖະແຫຼງ​ຂ່າວ, ວັດທະ ນະທຳ ແລະ ທ່ອງ​ທ່ຽວນະຄອນ ຫຼວງ, ພ້ອມ​ດ້ວຍ​ເຈົ້າເມືອງ ເມືອງ​ຫາດ​ຊາຍ​ຟອງ, ຜູ້​ສຳ​ປະ ທານ​ສວນ​ວັດທະນະທຳ​ຊຽງ​ຄວນ ແລະ ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ທ່ານ ແກ້ວ​ວິໄລ​ສັກ ແສນ​ສັກ ດາ ຮອງ​ຫົວໜ້າ​ພະ​ແນກຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວນະຄອນຫຼວງກ່າວ​ວ່າ: ມໍ ລະດົກ​ວັດທະນະທຳແມ່ນ​ຊັບສົມ ບັດ​ອັນ​ລໍ້າຄ່າ​ທີ່​ບັນພະບຸລຸດໄດ້​ ສ້າງ​ໄວ້ ເຊິ່ງ​ປ່ຽມ​ລົ້ນ​ໄປ​ດ້ວຍ​ຄຸນຄ່າ​ວັດທະນະທຳ​ອັນ​ໂດດ​ເດັ່ນ​ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ເປັນ​ເອກະລັກ​ຂອງ​ຊາດ​ລາວ​ຂອງ​ປະຊາຊົນ​ບັນດາເຜົ່າ, ການ​ ອະນຸລັກ ແລະ ສົ່ງເສີມ​ຄຸນຄ່າ ​ມໍລະດົກ​ວັດທະນະທຳ​ໄດ້​ກາຍ ເປັນ​ໜ້າທີ່​ຍຸດ​ທະ​ສາດ​ທີ່​ບັນດາ​ປະເທດ​ໃນ​ທົ່ວ​ໂລກ​ກຳລັງ​ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຕາມສົນ ທິສັນຍາ​ຂອງ​ອົງການ ຢູ​ເນ​​ສ​ໂກ ກ່ຽວ​ກັບ​ການ​ຄຸ້ມ​ຄອງ ແລະ ນຳ ​ໃຊ້​ຄຸນຄ່າ​ມໍລະດົກ​ຕາມ​ທິດ​ຍືນ​ຍົງ​ຢູ່​ໃນ​ມະຕິ​ຂອງ​ວຽກ​ງານ​ວັດ ທະນະທຳ​ໃນ​ໄລຍະ​ໃໝ່ ເຊິ່ງ​ພັກ​ໄດ້​ກຳນົດ​ແຈ້ງ​ກ່ຽວ​ກັບ​ໜ້າທີ່​ໃນ ​ການ​ອະນຸລັກ ແລະ ສົ່ງເສີມຄຸນ ຄ່າ​ມໍລະດົກ​ຂອງ​ຊາດ ແລະ ລັດ ຖະບານ​ໄດ້​ມີ​ການ​ຜັນ​ຂະຫຍາຍ​ ໃນ​ກົດໝາຍ ວ່າ​ດ້ວຍ​ມໍລະດົກ​ແຫ່ງ​ຊາດ ສະບັບ​ເລກ​ທີ 11/​ສພຊ ເປັນຕົ້ນ​ແມ່ນ​ວຽກ​ງານ​ຂຶ້ນ​ທະ ບຽນ​ມໍລະດົກ​ແຫ່ງ​ຊາດ​ທີ່​ກຳນົດ​ໄວ້​ໃນ​ມາດຕາ 29 ສະບັບ​ປັບ ປຸງ. ທ່ານ​ ນາງ ສ້ອຍ​ສຸດາ ອິນ​ເມືອງ​ໄຊ ຜູ້​ສຳ​ປະທານ​ສວນວັດ ທະນະທຳ​ຊຽງ​ຄວນກ່າວ​ວ່າ: ສວນ​ວັດທະນະທຳ​ຊຽງ​ຄວນຕັ້ງ​ ຢູ່​ດ້ານ​ໃຕ້​ຂອງ​ບ້ານ​ທ່າ​ເດື່ອ, ທິດເໜືອ​ຕິດ​ກັບ​ບ້ານ​ຖິ່ນ​ຕົມ, ທິດໃຕ້​ຕິດ​ກັບ​ບ້ານ​ໜອງ​ແປນ​ເໜືອ ເມືອງ​ຫາດ​ຊາຍ​ຟອງ ຫ່າງ​ຈາກ​ຂົວ​ມິດຕະພາບ ​ລາວ-​ໄທ 7,3 ກິໂລແມັດ, ສ້າງຕັ້ງ​ຂຶ້ນ​ໃນ​ປີ 1958 ໂດຍ​ການ​ປຸກລະດົມ​ຂົນຂວາຍ​ສັດທາ​ສ້າງ​ອອກ​ແບບ ນຳພາ​ໂດຍ ພໍ່​ຂາວ​ບຸນ​ເຫຼືອ ສຸ​ລິ​ລັດ ຫຼື ປູ່​ເຫຼືອ ໃຊ້​ເວລາ​ສ້າງ​ເປັນ​ເວລາ 10 ປີ​ຈຶ່ງ​ສຳເລັດ. ມາ​ຮອດ​ປີ 2017 ບໍລິສັດ​ໄດ້​ສຳ​ປະທານ​ສວນ​ວັດທະນະທຳ​ແຫ່ງ​ນີ້​ນຳ​ອົງການ​ປົກຄອງ​ເມືອງ​ຫາດ​ຊາຍ​ຟອງ​ ໃນ​ວັນ​ທີ 24 ສິງຫາ 2017 ໃນ​ເນື້ອທີ 21.000 ຕາ​ ແມັດ ຈາກ​ນັ້ນ​ໄດ້​ຜ່ານ​ເນື້ອໃນ ​ການ​ອອກ​ແບບ​ໂດຍ​ຜ່ານ​ກົມມໍ ລະດົກ ພະ​ແນກຖະແຫຼງ​ຂ່າວວັດ ທະນະທຳ ແລະ ທ່ອງ​ທ່ຽວນະ ຄອນຫຼວງ ແລະ ຫ້ອງການ​ວັດ ທະນະທຳ​ເມືອງ​ຫາດຊາຍ​ຟອງ​ຕາມ​ຂັ້ນ​ຕອນ​ຂອງ​ກົດໝາຍ. ການ​ສະເຫຼີມສະຫຼອງ​ພິທີ​ປະ ກາດ​ຮັບຮອງ​ເອົາ​ສວນ​ວັດທະນະ ທຳ​ຊຽງ​ຄວນ​ເປັນ​ມໍລະດົກ​ແຫ່ງ​ຊາດ​ລະດັບ​ທ້ອງຖິ່ນ​ທາງ​ດ້ານ​ວັດທະນະທຳ​ແຫ່ງ​ທີ 1 ຂອງ​ນະ ຄອນຫຼວງ​ວຽງ​ຈັນ ແລະ ເປີດ ​ ນຳ​ໃຊ້​ປະຕູໂຂງ​ໃຫຍ່​ໃນ​ຄັ້ງ​ນີ້, ໄດ້​ ຈັດຫຼາຍ​ກິດຈະກຳເປັນຕົ້ນ: ຕອນ ​​ເຊົ້າ​ມີ​ພິທີ​ໃສ່​ບາດ​ຖວາຍ​ສັງຄະ​ທານ, ການ​ຕັດ​ແຖບ​ຜ້າ ພ້ອມທັງ​ ລັ່ນຄ້ອງ 9 ບາດ​ເພື່ອ​ເປັນສິລິ​ ມຸງຄຸນ ຈາກ​ທ່ານ​ຮອງ​ລັດຖະມົນ ຕີ​ກະຊວງ​ຖະແຫຼງ​ຂ່າວວັດທະ ນະທຳ ແລະ ທ່ອງ​ທ່ຽວ, ຈາກ​ນັ້ນ​ໄດ້​ມີ​ຂະ​ບວນ​ແຫ່​ໃບຢັ້ງຢືນ ແລະ ທ່ຽວ​ຊົມ​ສະຖານທີ່​ວັດທະນະ ທຳ​ຊຽງ​ຄວນ, ພິທີ​ບາສີສູ່ຂວັນ, ຊົມ​ການສະແດງ​ສິລະ​ປະ-ວັນ ນະຄະດີ​ຈາກ​ໂຮງຮຽນ​ແຫ່ງ​ຕ່າງໆ​ລວມ​ທັງ​ນັກ​ຮ້ອງ​ທີ່​ມີ​ສື່​ສຽງ​ຂອງ​ລາວ ແລະ ອື່ນໆ. ໂດຍ: ບຸນ​ຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ