ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ປະກາດແຕ່ງຕັ້ງ ແລະ ມອບໝາຍໜ້າທີ່ ຢູ່ກົມກອງຮາກຖານຂຶ້ນກັບ
ເວລາອອກຂ່າວ: 2018-11-14 20:51:21 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 2876 | ຄວາມນິຍົມ:



ທ້າຍເດືອນຕຸລາ 2018 ນີ້, ກອງພັນໃຫຍ່ 497 ໄດ້ຈັດພິທີ ປະກາດແຕ່ງຕັ້ງມອບໝາຍໜ້າ ທີ່ວຽກງານຄະນະພັກຮາກຖານ ເພື່ອເປັນການປະກອບເຂົ້າໂຄງ ຮ່າງການຈັດຕັ້ງໃຫ້ເປັນລະບົບ ຖືກຕາມແບບແຜນ ແລະ ໜ້າທີ່ ຕົວຈິງຂອງກົມກອງ ໂດຍການ ເປັນປະທານຂອງ ພັນເອກ ອຸ ດອນ ອ້ວນສັກດາ ເລຂາຄະນະ ພັກ, ຫົວໜ້າການທະຫານກອງ ພັນໃຫຍ່ 497, ມີຄະນະພັກ-ຄະ ນະບັນຊາ, ສະມາຊິກພັກສົມບູນ- ສຳຮອງ ເຂົ້າຮ່ວມ. ພັນໂທ ບຸນທອນ ໝືນແກ້ວ ຫົວໜ້າຂະແໜງຈັດຕັ້ງພັກກອງ ພັນໃຫຍ່ 497 ໄດ້ຂຶ້ນຜ່ານມະຕິ ຕົກລົງຂອງຄະນະພັກກອງພັນ ໃຫຍ່ ວ່າດ້ວຍການມອບໝາຍ ແຕ່ງຕັ້ງໜ້າທີ່ໃຫ້ຄະນະພັກຮາກ ຖານທີ່ຂຶ້ນກັບ ເຊິ່ງລວມມີຢູ່ 4 ພະແນກການ ແລະ 4 ກົມກອງ ຄື: ໜ່ວຍພັກພະແນກການເມືອງ, ໜ່ວຍພັກພະແນກເສນາ, ຄະນະ ພັກຮາກຖານພະລາ, ໜ່ວຍພັກ ພະແນກບໍລິຫານ, ຄະນະຮາກ ຖານກອງພັນນ້ອຍ 423, ຄະນະ ພັກຮາກຖານກອງພັນນ້ອຍ 424 ແລະ ໜ່ວຍພັກກອງຮ້ອຍ ກຳລັງໄຟ ເພື່ອເປັນການຍົກສູງ ໃຫ້ຖືກຕ້ອງເໝາະສົມ ພ້ອມທັງ ເອົາໃຈໃສ່ກໍ່ສ້າງຮາກຖານພັກ ໃຫ້ມີການພັດທະນາກົມກອງ ກໍຄືໜ້າທີ່ຂອງຄະນະໜ່ວຍພັກ ແຕ່ລະພະແນກການ, ກົມກອງ ຕ້ອງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງ ເປັນຕົ້ນແມ່ນຮັບຮູ້ເຊື່ອມຊຶມຕໍ່ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂໍ້ກຳນົດກົດລະບຽບຂອງກອງ ທັບ ພ້ອມກັນຍົກສູງການສຶກສາ ອົບຮົມການເມືອງນຳພາແນວ ຄິດສອດຫ້ອຍເຂົ້າໃນທຸກຂົງ ເຂດວຽກງານລວມຂອງກົມ ກອງ, ຕິດພັນກັບໜ້າທີ່ຄວາມຮັບ ຜິດຊອບຕົວຈິງຂອງຕົນ, ເພີ່ມ ທະວີຄວາມສາມັກຄີກັບອຳນາດ ການປົກຄອງປະສານສົມທົບກັບ ປະຊາຊົນໃຫ້ແໜ້ນແກ່ນ ໂດຍ ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງກະຊວງປ້ອງກັນປະ ເທດວາງອອກໃຫ້ບັນລຸຜົນສຳ ເລັດດ້ວຍໝາກຜົນສູງ. ໂອກາດດັ່ງກ່າວ ພັນເອກ ອຸດອນ ອ້ວນສັກດາ ໄດ້ຮຽກ ຮ້ອງໃຫ້ຄະນະພັກ-ຄະນະບັນຊາ ຈົ່ງຍົກສູງສະຕິລະວັງຕົວ ພ້ອມ ກັນຄົ້ນຄວ້າກຳແໜ້ນຕີລາຄາ ສະພາບການໃຫ້ຊັດເຈນ,​ ວາງ ວິທີການແກ້ໄຂໃຫ້ຖືກຕ້ອງຕາມ ພາລະບົດບາດໃນການພັດທະ ນາກົມກອງ, ເຂົ້າຮ່ວມຂະບວນ ການຕ່າງໆ ກະຕຸກຊຸກຍູ້ການກໍ່ ສ້າງກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ), ຍູ້ແຮງ ຂະບວນການສ້າງກອງປອດ ໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເປັນກອງວັດທະນະທຳ-ນັກຮົບ ວັດທະນະທຳ. ໂດຍ: ຄອນສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ