ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ ແຫ່ງ ​ສປປ ລາວ ເດີນທາງ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສສ ຫວຽດນາມ
ເວລາອອກຂ່າວ: 2022-12-09 09:43:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 233 | ຄວາມນິຍົມ:



ໃນ​ວັນ​ທີ 7 ທັນວາ 2022 ນີ້, ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງ​ນາຍົກ​ລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປ​ປ ລາວ ພ້ອມ​ຄະນະ ໄດ້​ເດີນທາງ​ໄປ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ ​ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການ ເຊິ່ງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສສ ຫວຽດນາມ ໂດຍ​ການ ຕ້ອນຮັບ​ຂອງ ສະຫາຍພົນ​ເອກ ຟານ​ວັນ​ຍາງ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ລັດ ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດນາມ ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້, ສະຫາຍ ພົນເອກ ຟານ​ວັນ​ຍາງ ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສສ​ຫວຽດນາມ ກໍໄດ້​ກ່າວ​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບ​ອຸ່ນ ແລະ ​ຂອບໃຈ​ຕໍ່​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປ​ປ ລາວ ພ້ອມ​ຄະນະທີ່​ໃຫ້​ກຽດ​ເດີນທາງ​ຢ້ຽມຢາມ ແລະ ເຮັດ​ວຽກ​ໃນ​ຄັ້ງ​ນີ້ ເຊິ່ງ​ມັນ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມັກ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ-ສອງ​ລັດ ສອງ​ກອງທັບກໍຄື​ປະຊາຊົນ​ສອງ​ຊາດ​ ຫວຽດນາມ-ລາວ-ລາວ-ຫວຽດນາມ ທີ່​ມີ​ມູນເຊື້ອ​ມາ​ແຕ່​ດົນ​ນານ ມາ​ຮອດ​ປັດຈຸບັນ​ການ​ພົວພັນ​ຮ່ວມ​ມື​ແມ່ນ​ໄດ້​ເສີມ​ຂະຫຍາຍ​ຂຶ້ນ​ເລື້ອຍໆ. ຈາກ​ນັ້ນ, ສະຫາຍ​ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະ ການ​ກົມ​ການເມືອງ​ສູນ​ກາງ​ພັກຮອງ​ນາຍ​ຍົກ​ລັດຖະມົນຕີ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ກໍໄດ້​ສະແດງ​ຄວາມຂອບໃຈ​ຕໍ່​ສະຫາຍ ​ພົນ​ເອກ ຟານ​ວັນ​ຍາງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ທີ່​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ໄມຕີ​ຈິດ​ມິດຕະພາບ​ຖານ​ສະຫາຍ​ອ້າຍ​ນ້ອງ​ຮ່ວມ​ອຸທອນ​ດຽວ​ກັນ ພ້ອມ​ທັງ​ໄດ້​ສະແດງ​ຄວາມ​ຂອບ​ອົກ​ຂອບໃຈ​ຕໍ່​ການ​ນຳ​ພັກ-ລັດຖະບານ​ແຫ່ງ ​ສສ ຫວຽດນາມ ໃຫ້ການ​ຊ່ວຍເຫຼືອ​ຕະຫຼອດ​ມາ​ສະແດງ​ເຖິງ​ການ​ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ. ໃນ​ນີ້​, ກໍໄດ້​ຕີ​ລາຄາ​ສູງແລະ ຂອບໃຈ​ທີ່​ຝາຍ​ຫວຽດນາມ​ໃຫ້ການ​ຊ່ວຍເຫຼືອ​ທາງ​ດ້ານ​ທຶນຮອນ​ໃນ​ການ​ກໍ່ສ້າງ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ນັບ​ຕັ້ງແຕ່​ອາ​ດີ​​ີດ​ຈົນ​ເຖິງ​ປັດຈຸບັນ​ເຊິ່ງ​ມີ​ຫຼາຍ​ສະຫາຍ​ໄດ້​ກາຍເປັນ​ພະນັກງານ, ນາຍ​ທະຫານ​ຂັ້ນ​ສູງ ​ຂັ້ນ​ບັນຊາ-ນຳພາ ແລະ ໃຫ້ການ​ຊ່ວຍເຫຼືອ​ດ້ານ​ອື່ນໆ​ອີກ​ຈຳນວນ​ໜຶ່ງ​ໂດຍ​ສະເພາະ​ແມ່ນ​ຊ່ວຍ​ສ້າງ​ໂຮງ ຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ​ເຊິ່ງ​ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ແລະ ມາ​ຮອດ​ປັດຈຸບັນ​ພວມ​ດຳເນີນ​ໂຄງການ​ກໍ່ສ້າງ​ໂຮງຮຽນ​ວັດທະນະທຳ​ຊົນເຜົ່າ​ກອງ ທັບ ສຳເລັດ​ການ​ກໍ່ສ້າງ​ປັບປຸງ​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ ແລະ ສ້າງ​ຫໍສະໝຸດ​ກອງທັບ ທັງ​ໝົດ​ນີ້​ແມ່ນ​ສະແດງ​ໃຫ້​ເຫັນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຄວາມ​ສາມັກຄີ​ພິເສດ​ທີ່​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ​ອັນ​ດູ​ດ​ດື່ມ​ຖານ​ສະຫາຍ​ອ້າຍ​ນ້ອງ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ແລະ ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ. ພ້ອມ​ດຽວ​ກັນ​ນັ້ນ ທັງ​ສອງ​ຝ່າຍ​ຍັງ​ໄດ້​ຮ່ວມ​ລົງ​ນາມ​ເຊັນ​ບົດ​ບັນທຶກ​ແຜນການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະເທດ​ ລາວ-ຫວຽດນາມ​ ປະຈຳ​ປີ 2023 ແລະ ລົງ​ນາມ​ເຊັນ​ບົດ​ບັນທຶກ​ກົດໝາຍ​ໃນ​ຂົງເຂດ​ວຽກ​ງານ​ປ້ອງ​ກັນ​ຊາດ​ການ​ທະຫານ​ລະຫວ່າງ​ກົມ​ກົດໝາຍ​ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປ​ປ ລາວ ແລະ ກົມ​ກົດໝາຍ​ກະຊວງ​ປ້ອງ​ກັນ​ປະເທດ ແຫ່ງ ​ສສ ຫວຽດນາມ. ໃນ​ວັນ​ດຽວ​ກັນ​ນັ້ນ ສະຫາຍ​ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ​ແຫ່ງ ​ສປ​ປ ລາວ ພ້ອມ​ຄະນະ ກໍໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ ສະຫາຍ ຫຽວ​​ນ​ຟຸ​ຈັອງ ເລຂາທິການ​ໃຫຍ່​ຄະນະ​ບໍ​ລິ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ. ໂອກາດ​ນີ້​ສະຫາຍ​ຫຽວ​​ນ​ຟຸ​ຈັອງ ໄດ້​ສະແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ໄມຕີ​ຈິດ​ມິດຕະພາບ ແລະ ຕີ​ລາຄາ​ສູງ​ຕໍ່​ການ​ເຂົ້າ​ຢ້ຽມ​ຂໍ່ານັບ​ໃນ​ຄັ້ງ​ນີ້​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ຄວາມ​ສາມັກຄີ​ແບບ​ພິເສດ​ທີ່​ບໍ່​ມີ​ປະເທດ​ໃດ​ໃນ​ໂລກ​ຄ້າຍຄື ​ລາວ- ຫວຽດນາມ​ ນັບ​ຕັ້ງແຕ່​ອະດີດ​ຈົນ​ເຖິງ​ປັດຈຸບັນ​ການ​ພົວພັນ​ຮ່ວມ​ລະຫວ່າງ​ສອງ​ພັກ-ສອງ​ລັດ​ແມ່ນ​ໄດ້​ຮັບ​ການ​ຖະ​ນຸ​ຖະໜອມ ແລະ ເສີມ​ຂະຫຍາຍ​ກ້າວ​ເຂົ້າ​ສູ່​ລວງ​ເລິກ ແລະ ແຕກ​ດອກ​ອອກ​ຜົນ​ຍິ່ງ​ຂຶ້ນ​ເລື້ອຍໆ. ໂອກາດນີ້, ສະຫາຍ​ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ໄດ້​ສະແດງ​ຄວາມຂອບໃຈ​ຕໍ່ ສະຫາຍ​ ຫຽວ​ນ​ຟຸ​ຈັອງ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ທີ່​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ໄມຕີ​ຈິດ​ມິດຕະພາບ​ຖານ​ສະຫາຍ​ອ້າຍ​ນ້ອງ​ພ້ອມ​ທັງ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ພົບ​ປະລະ​ຫ່ວ​​າງ​ສອງ​ກະຊວງ​ປ້ອງ​ກັນ​ປະເທດ​ ລາວ-ຫວຽດນາມ​ ໃນ​ຄັ້ງ​ນີ້​ໃຫ້​ສະຫາຍ​ເລຂາທິການ​ໃຫຍ່​ຮັບ​ຊາບ​ເຊິ່ງ​ການ​ພົບ​ປະ​ແມ່ນ​ເຕັມ​ໄປ​ດ້ວຍ​ການ​ພົວພັນ​ຮ່ວມ​ມື​ທີ່​ດີ​ຕໍ່​ກັນ​ບົນ​ພື້ນຖານ​ແມ່ນ​ໄດ້​ເຫັນ​ດີ​ເປັນ​ເອກ​ພາບ​ກັນ​ຫຼາຍ​ບັນຫາ​ທີ່​ສຳຄັນ. ເວລາ​ຕໍ່ມາ​ ສະຫາຍ ​ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ພ້ອມ​ຄະນະກໍໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ ສະຫາຍ ຟາມ​ມີ່ງ​ຈີ່ງ ນາຍົກ​ລັດຖະມົນຕີ​ແຫ່ງ ​ສສ​ຫວຽດນາມ ອີກ​ດ້ວຍ.​ຮອ ບຸນ​ເລັ່ງ ສຸ​ມີ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ