ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ດຳເນີນ​ກອງ​ປະຊຸມ​ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ
ເວລາອອກຂ່າວ: 2022-12-09 09:20:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1567 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 17-19 ພະຈິກ 2022 ​ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ໄດ້​ດຳເນີນ​ກອງ​ປະຊຸມ​ທາບ​ທາມ​ສ້າງ​ແຜນ​ກຳນົດ​ພະນັກງານ​ນຳ ພາ-ບັນຊາ, ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ສັນຕິ ແກ້ວ​ຍະ​ສານ ກຳມະການ​ປະຈຳ​ພັກ​ແຂວງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ແຂວງ, ມີ​ສະຫາຍ ພັນ​ເອກ ຊຽງ​ເພັງ ບົວ​ລະ​ວົງ ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ ​ທະຫານ​ແຂວງ​ຜົ້ງ​ສາລີ, ມີ​ບັນດາ​​ຄະນະ​ປະຈຳ​ພັກ, ຄະນະ​ພັກ, ເລຂາ​ຄະນະ​ພັກ​ຮາກ​ຖານ, ພະນັກງານ​ຫຼັກ​ແຫຼ່ງ​ຮອງຫົວໜ້າ​ພະ​ແນກ​ຂຶ້ນ​ໄປ ແລະ ໜ່ວຍ​ພັກ​ບັນ ດາ​ກົມ​ກອງ​ໃນ​ທົ່ວ​ທະຫານ​ແຂວງ​ເຂົ້າ​ຮວ່ມ. ສະຫາຍ ພັນ​ເອກ ສົມ​ຈັນ ລອດ​ສຸ​ລີ ຄະນະ​ພັກ​ກອງ​ບັນຊາ​ການ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ ໄດ້​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ ຂອງ​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ​ສະມາຊິກ​ພັກ, ໂດຍ​ມອບ​ໃຫ້​ບັນດາ​ໜ່ວຍ​ພັກ​ ເປັນ​ເຈົ້າ​ການ​ນຳ​ເອົາ​ຂໍ້​ກຳນົດ, ກົດ​ລະບຽບ, ມະຕິ​, ຄຳ​ສັ່ງ​ຕ່າງໆ ມາ​ຈັດ​ຕັ້ງ​ເຜີຍ​ແຜ່, ເຊື່ອມ​ຊຶມ​ໃນ​ແຕ່​ລະ​ໄລຍ​​ະ​ເປັນ​ປົກກະຕິ ເຮັດ​ໃຫ້​ພະນັກງານ​ສະມາຊິກ​ພັກ​ມີ​ຄວາມ​ຮັບ​ຮູ້, ເຂົ້າໃຈ​ຕໍ່​ແນວທາງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ມີ​ສະຕິ​ຕື່ນ​ຕົວ​ປະຕິບັດ​ໜ້າທີ່​ຂອງ​ຕົນ​ຢ່າງ​ເປັນ​ປົກກະຕິ, ວຽກ​ງານ​ກໍ່ສ້າງ​ພັກ ໄດ້​ຕັ້ງໜ້າ​ຄົ້ນຄວ້າ​ກຳ​ແໜ້ນ​ພາລະ​ບົດບາດ, ສິດ​ໜ້າທີ່​ຂອງ​ຕົນ, ປະຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ; ວຽກ​ງານ​ກໍ່ສ້າງ​ພັກ ກອງ​ບັນຊາ​ການ​ທະຫານ​ແຂວງ​ປະກອບ​ມີ 1 ອົງຄະ ​ນະ​ພັກ, ມີ​ຄະນະ​ພັກ 11 ສະຫາຍ, ມີ 8 ຄະນະ​ພັກ​ຮາກຖານ, ມີ 35 ໜ່ວຍພັກ, ມີ​ສະມາຊິກ​ພັກ​ທັງ​ໝົດ 1.148 ສະຫາຍ, ຍິງ 177 ສະຫາຍ, ໃນ​ຊຸມ​ປີຜ່ານມາ​ສາ ມາດ​ຂະຫຍາຍ​ມະຫາຊົນ​ຜູ້​ທີ່​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ໄດ້ 174 ສະຫາຍ, ຍິງ 5 ສະຫາຍ, ມີ​ພະນັກງານ​ນຳພາ-ບັນຊາ​ ​ທັງ​ໝັດ 152 ສະຫາຍ, ຍິງ 8 ສະຫາຍ ແລະ ມີ​ພະນັກງານ​ຢູ່​ໃນ​ແຜນ​ກຳນົດ​ພະນັກງານ​ນຳພາ-ບັນຊາ​ຈຳນວນ 786 ສະຫາຍ, ຍິງ 10 ສະຫາຍ, ກໍ່ສ້າງ​ໄປ​ຍົກ​ລະດັບ​ຂັ້ນ​ຕ່າງໆ​ໄດ້ 48 ສະຫາຍ, ຍິງ 1 ສະຫາຍ. ໃນ​ນີ້, ປະລິນຍາ​ຕີ 9 ສະຫາຍ, ຊັ້ນ​ສູງ 17 ແລະ ຊັ້ນ​ກາງ 22 ສະຫາຍ. ໃນ​ກອງ​ປະຊຸມ ຜູ້​ແທນ​ໄດ້​ພ້ອມ​ສຸມ​ໃສ່​ການ​ຄົ້ນຄວ້າ​ກຳນົດ​ເອົາ​ພະນັກງານ​ນຳພາ-ບັນຊາ ແລະ ປ່ອນ​ບັດ​ທາບ​ທາມ​ຮອບ​ທີ I ເຊິ່ງ​ມີ​ຜູ້​ແທນ​ປ່ອນ​ບັດ​ຕົວ​ຈິງ 135 ສະຫາຍ, ຍິງ 6 ສະຫາຍ, ຮອບ​ທີ II ຈຳນວນ 44 ສະຫາຍ, ຍິງ 1 ສະຫາຍ ແລະ ຮອບ​ທີ III ຈຳນວນ 9 ສະຫາຍ; ເຊິ່ງ​ກອງ​ປະຊຸມ​ໄດ້​ຮັບ​ຜົນສຳເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ໂດຍ: ທອງ​ສຸກ ຈັນ​ຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ