ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ລົງເຄື່ອນໄຫວກວດກາ ຢູ່ ​ໂຮງຮຽນ ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ
ເວລາອອກຂ່າວ: 2022-12-08 09:06:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ:



ໃນ​ທ້າຍ​ອາທິດ ຜ່ານ​ມາ​ນີ້, ສະຫາຍ ພົນ​ຈັດຕະວາ ວົງ​ສັກ ສີ​ພັນ​ດອນ ກຳມະການ​ຄະນະ​ພັກ​ກະຊວງ​ປ້ອງກັນປະ ເທດ ຮອງກົມ​ໃຫຍ່​ພະລາທິການກອງ ທັບ, ສະຫາຍ ພັນ​ໂທ ວິໄລ ສຸກ​ກອງ​ມີ ຮອງ​ກົມ​ກໍ່ສ້າງ-ຄຸ້ມ​ຄອງ​ຊັບສິນກົມໃຫຍ່ພະລາທິການ ​ກອງທັບ. ໄດ້​ເຄື່ອນ​ໄຫວຢ້ຽມ ຢາມ ແລະ ເຮັດ​ວຽກ​ຢູ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງໄຊ ໂດຍໃຫ້ການ​ຕ້ອນຮັບຂອງ​ສະ ຫາຍ ພັນ​ໂທ ກິ​ແກ້ວ ລິດ​ແສນ​ຫວັງ ຫົວໜ້າ​ຫ້ອງພະລາທິການ ​ໂຮງຮຽນພ້ອມ​ຄະນະ. ການ​ຢ້ຽມ ຢາມ​ມາ​ຄັ້ງ​ນີ້ ກໍ​ເພື່ອ​ກວດກາ​ຄືນ ບັນດາ​ວຽກ​ງານກໍ່ສ້າງ​ສ້ອມ ແປງ​ທົ່ວ​ກົມ​ກອງ ພ້ອມ​ທັງ​ມີ​ຄຳ​ເຫັນ ແລະ ເນັ້ນ​ຫນັກ​ໃຫ້​ຫ້ອງ​ພະລາທິການ​ເອົາໃຈໃສ່​ຕໍ່​ວຽກ​ງານ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ລ້ຽງ​ດູ​ທັບ ໃນ​ເງື່ອນໄຂ​ປະຈຸ​ບັນ. ເນື່ອງ​ໃນ​ໂອກາດ​ວັນສ້າງຕັ້ງ​ໂຮງຮຽນ ສະຫາຍ ພັນ​ເອກ ວົງ ​ມະນີ​ຈັນ ສາ​ມາ​ວົງ ຫົວໜ້າການ​ ທະຫານ​ໂຮງຮຽນ ພ້ອມ​ຄະນະ ໄດ້​ນຳ​ກະຕ່າ​ຂອງຂວັນເຂົ້າ​ອວຍ ພອນ ອະດີດ​ການ​ນຳ​ໂຮງຮຽນ ເລກ 2 ວຽງ​ໄຊ ຄົບຮອບ 60 ປີ ( 22 ພະຈິກ1962 – 22 ພະຈິກ 2022). ເຊິ່ງ​ເຕັມ​ໄປ​ດ້ວຍ​ເນື້ອ​ໃນ​ຄວາມ​ໝາຍ​ເລິກເຊິ່ງ ໃນນີ້ ມີ​ ສະຫາຍ ພັນ​ເອກ ທອງ​ພັນ ແກ້ວ​ມະນີ​ຈັນ, ສະຫາຍ ພັນ​ໂທ ຈະເລີນ​ໄຊ ພະ​ເມືອງ, ສະຫາຍ ພັນ​ໂທ ສຸ​ກີ ສີ​ລາ​ນຸ​ວົງ, ສະຫາຍ ພັນ​ຕີ ຄຳ​ເພັດ ສິງ​ວົງສາ ທັງ​ນີ້​ ກໍ​ເພື່ອ​ສະແດງ​ຄວາມ​ຮູ້​ບຸນຄຸນ, ຄຸນງາມຄວາມດີ ຂອງ​ບັນດາ​ສະ ຫາຍ​ໃນ​ການ​ຊີ້​ນຳ-ນຳພາປົກປັກ​ ຮັກສາ-ສ້າງສາ​ພັດທະນາ​ໂຮງ ຮຽນ ພວກ​ເຮົາ​ໃນ​ໄລຍະ​ຜ່ານ​ມາ ແລະ ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ​ທ່ານ ຈົ່ງ​ມີ​ສຸຂະພາບ ເຂັ້ມ ແຂງ ແຂງແຮງ ອາຍຸ​ໝັ້ນ​ຂວັນ​ຍືນມີ​ພາລາ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ ສືບຕໍ່​ໃຫ້​ຄວາມ​ໃກ້ຊິດຕິດແທດ ເປັນ​ຮົ່ມ​ໂພໃຫ້ແກ່ ຄະນະ​ພັກ-ຄະນະ​ບັນຊາ ກໍຄື​ພະ ນັກງານ-ນັກຮົບ ພວກ​ເຮົາໃນ​ການ​ສ້າງ​ກອງທັບ ໃຫ້​ກາຍເປັນ​ກອງທັບ​ປະຕິວັດ ເພື່ອ​ສ້າງ​ຮຸ່ນ​ສືບ​ທອດທີ່​​ມີ​ຄຸນະພາບ ໃຫ້​ແກ່​ກອງທັບ​ປະຊາຊົນ​ລາວ. ຂ່າວ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ວັນ​ທີ 28 ພະຈິກ 2022 ນີ້, ສະຫາຍ ເລ​ວັນ​ທຶກ ຫົວໜ້າ​ບໍລິສັດ​ມິດຕະພາບ 206 ກອງ​ບັນຊາ​ການ​ທະ​ຫານ​​ນະ​ເຂດ 5 ສສ ຫວຽດນາມ ພ້ອມ​ຄະນະ ໄດ້​ນຳ​ກະຕ່າ​ຂອງຂວັນ​ເຂົ້າ​ອວຍພອນ ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງຮຽນ ເນື່ອງ​ໃນ​ໂອກາດ​ວັນ​ສະຖາປະນາ ​ສປປ ລາວ ຄົບຮອບ 47 ປີ ໂດຍ​ເປັນ​ກຽດ​ຕ້ອນຮັບ​ຂອງ​ ສະຫາຍ ພັນ​ເອກ ແສງ​ເດືອນ ອິນ​ທິ​ສອນ ຮອງ ​ຫົວໜ້າ​ການເມືອງ​ໂຮງຮຽນ ພ້ອມ​ຄະນະ. ໂອກາດດັ່ງກ່າວ, ສະຫາຍໄດ້ຕາງໜ້າໃຫ້​ຄະນະ ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບ​ໃນ​ທົ່ວ​ໂຮງຮຽນ​ວຽງ​ໄຊ ກ່າວ​ສະແດງ​ຄວາມ​ຂອບໃຈ ຢ່າງ​ຈິງ​ໃຈ​ມາ​ຍັງ ​ສະຫາຍ ເລ​ວັນ​ທຶກ ພ້ອມ​ຄະນະ ທີ່​ມາ​ຢ້ຽມຢາມ​ຖາມ​ຂ່າວ ແລະ ອວຍພອນ​ໃຫ້ບັນ ດາ​ສະຫາຍ ຢູ່​ໃນບໍລິສັດດັ່ງກ່າວ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ ມີຄວາມ ​ກ້າວໜ້າໃນ​ໜ້າທີ່​ວຽກ​ງານ, ສືບ ຕໍ່​ສາມັກຄີ​ຊ່ວຍເຫຼືອ​ເຊິ່ງກັນ ແລະ ກັນ​ຢ່າງ​ຕໍ່​ເນື່ອງ ພ້ອມ​ກັນ​ເສີມ​ຂະຫຍາຍ ແລະ ປົກ​ປັກ​ຮັກສາ​ມູນເຊື້ອ​ຄວາມ​ສາມັກຄີລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້​ໝັ້ນຄົງ​ທະ​ນົງ​ແກ່ນ​ຕະ ຫຼອດ​ກາລະ​ນານ. ໂດຍ: ສົມພົງ ແກ້ວ​ປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ