ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິທະຍາຄານ ກົມ​ມະ​ດຳ ຈັດ​ຕັ້ງ​ພິທີ​ ເຄົາລົບ​ທຸງຊາດ​ປະຈຳ​ເດືອນ​ພະຈິກ
ເວລາອອກຂ່າວ: 2022-12-08 09:02:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ:



ວັນ​ທີ 5 ທັນວາ 2022 ນີ້, ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ໄດ້​ຈັດ​ຕັ້ງ​ພິທີ​ເຄົາລົບ​ທຸງຊາດ​ປະຈຳ​ເດືອນ​ພະຈິກ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພົນ​ຈັດຕະວາ ຖາວອນ ແກ້ວ​ອິນ ​ທະ​ວົງ ຄະນະ​ອຳນວຍ​ການ ຫົວ ໜ້າ​ການເມືອງ ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ບັນດາ​ຄະນະ​ຫ້ອງ, ຄະນະວິຊາ ​ຄູ, ພະແນກການ, ກອງພັນ, ພະ ນັກງານ-ນັກຮົບ ແລະ ນັກຮຽນ- ນັກ​ສືກ​ສາ​ທົ່ວ​ວິທະຍາຄານ ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພົນ​ຈັດຕະ ວາ ຖາວອນ ແກ້ວ​ອີນ​ທະ​ວົງ ໄດ້​ ໃຫ້​ກຽດ​ຂຶ້ນ​ຜ່ານບົດ​ລາຍງານ​ ໂດຍ​ຫຍໍ້, ຜ່ານ​ການຈັດຕັ້ງປະຕິ ບັດ​ເຄື່ອນ​ໄຫວ​ວຽກ​ງານ​ພາຍ​ໃນ 1 ເດືອນ​ຜ່ານ​ມາ ແລະ ວາງ​ທິດ​ທາງ​ແຜນການ​ເດືອນຕໍ່ໜ້າ ເປັນຕົ້ນ ສະຫາຍ​ໄດ້​ຍົກ​ໃຫ້​ເຫັນ​ດ້ານ​ດີ ແລະ ດ້ານ​ຄົງ​ຄ້າງໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕ່າງໆ ຂອງ​ກົມ​ກອງ​ໃນໄລຍະຜ່ານມາ ທັ້ງ​ນີ້ເພື່ອ​ແນໃສ່​ການຈັດຕັ້ງ​ເຄົາ ລົບທຸງ​ປະຈຳ​ເດືອນ ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ດ້ານ​ລະບຽບ​ວິໄນ ກໍ​ຄື​ການ​ປະຕິບັດ 7 ລະບອບ 18 ວຽກ​ຂອງ​ກອງທັບ. ຈາກ​ນັ້ນ ສະຫາຍ ພັນ​ໂທ ຄຳ​ໄຊ ອ່ອນ​ມົນ​ແສງ ຮອງອຳ ນວຍການຫົວໜ້າຫ້ອງການ ເມືອງ ວິທະຍາຄານ ນາຍທະຫານ ​ບົກ ກົມ​ມະ​ດຳ ກໍໄດ້ຂຶ້ນ​ຜ່ານຄຳ​ສັ່ງ​ແນະນຳ ຂອງ​ອຳນວຍ​ການ ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ວ່າ​ດ້ວຍ​ການຈັດຕັ້ງ​ເປີດ​ຂະ​ບວນ​ການ​ແຂ່ງຂັນ​ເພື່ອ​ຂຳ​ນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ 2 ຂັ້ນ​ຂອງ​ພັກ ທົ່ວ ວິທະຍາຄານ ນາຍ​ທະຫານ​ບົກ ກົມ​ມະ​ດຳ ໃຫ້​ ເປັນ​ຂະ​ບວນ​ການ​ຢ່າງ​ກວ້າງ ຂວາງ ແລະ ມີ​ບັນຍາກາດ​ເບີກ ບານ​ມ່ວນຊື່ນ, ຖື​ເອົາ​ບັ້ນ​ແຂ່ງຂັນ​ນີ້​ເປັນ​ການ​ຍູ້​ແຮງ​ຂະ​ບວນ​ການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ ແລະ ໜັກ​ແໜ້ນ, ຂະ​ບວນ​ການ​ສິດສອນ-ຮ່ຳຮຽນ, ປັບປຸງ​ດ້ານ​ລະບຽບ, ແບບແຜນ​ວິທີ​ເຮັດ​ວຽກ, ຂະ​ບວນ​ການ 4 ປູກ 4 ລ້ຽງ ໃຫ້​ເປັນ​ຂະບວນຢ່າງຕໍ່ເນື່ອງ ຕອນ​ທ້າຍ​ພິທີ​ກໍ່​ໄດ້​ຮັບ​ຊົມ ການ​ເດີນ​ສວນສະໜາມ ຂອງ​ກ້ອນ​ກຳລັງ​ພະນັກງານ-ຄູ​ອາ ຈານ, ນັກຮຽນ-ນັກ​ສືກ​ສາ​ທົ່ວ​ວິ ທະຍາຄານ. ຂ່າວ-ພາບ: ລຸນ​ທອງ ສີ​ບຸນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ