ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສື່ມວນຊົນກອງທັບປະຊາຊົນລາວຢ້ຽມຢາມແລກປ່ຽນບົດຮຽນຢູ່ ພະແນກກົດລັບລັດຖະບານ ສສ ຫວຽດນາມ
ເວລາອອກຂ່າວ: 2022-12-07 18:52:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ:



ວັນທີ 7 ທັນວາ 2022 ນີ້,ສະຫາຍ ພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວພ້ອມດ້ວຍຄະນະ ໄດ້ຢ້ຽມຢາມແລກປ່ຽນຖອດຖອນບົດຮຽນຢູ່ພະແນກກົດລັບລັດຖະບານ ສສຫວຽດນາມ, ໂດຍການຕ້ອນຮັບຂອງ ສະຫາຍຫງວຽນ ຍືຕວນ ຫົວໜ້າບັນນາທິການວາລະສານຄວາມປອດໄພຂໍ້ມູນຂ່າວສານຫວຽດນາມ; ມີສະຫາຍຫົວໜ້າຫ້ອງການກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບຫວຽດນາມ, ມີບັນດາສະຫາຍ ຄະນະບັນນາທິການ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າພະແນກ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້ ສະຫາຍ ຫງວຽນ ຍືຕວນ ຫົວໜ້າບັນນາທິການວາລະສານຄວາມປອດໄພຂໍ້ມູນຂ່າວສານຫວຽດນາມ ໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງກົມກອງໃນການເປັນເສນາທິການໃຫ້ລັດຖະບານທາງດ້ານວຽກງານໂຄສະນາຕ້ານຂໍ້ມູນຂ່າວສານທີບິດເບື່ອນຕໍ່ແນວທາງຂອງລັດຖະບານແລະຍົກໃຫ້ເຫັນຜົນງານຫຼາຍດ້ານໃນການພົວພົວພັນຮ່ວມມືຫວຽດນາມ-ລາວ ການແລກປ່ຽນບົດຮຽນຂໍ້ມູນຂ່າວສານ, ຄວາມໝາຍສຳຄັນການປ້ອງກັນຄວາມປອດໄພຂໍ້ມູນຂ່າວສານຜ່ານເອເລັກໂຕຣນິກ, ໂດຍສອດຄອງກັບການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໂອກາດນີ້ ສະຫາຍພັນໂທ ອາໄພ ອະໄພຍະວົງ ໄດ້ສະແດງຄວາມຂອບໃຈມາຍັງພະແນກກົດລັບລັດຖະບານຫວຽດນາມທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສ້າງເງື່ອນໄຂສະດວກໃຫ້ພະນັກງານໂຄສະນາກອງທັບປະຊາຊົນລາວ ໄດ້ຊອກຮູ້ ແລະ ແລກປ່ຽນຂໍ້ມູນຂ່າວສານເປັນຕົ້ນແມ່ນວຽກງານສື່ມວນຊົນ,ທັງເປັນການປະກອບສ່ວນເພີ່ມທະວີຄວາມສາມັກຄີແບບພິເສດລະຫວ່າງລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກນ. ໂດຍ ສົມພອນ ສຸວັນທອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ