ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ​ປອ ໄຊ​ສົມ​ພອນ ພົມວິຫານ ປະທານ​ສະພາ​ແຫ່ງ​ຊາດ ກ່າວ​ສູນທອນພົດ ໄຂ​ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX
ເວລາອອກຂ່າວ: 2022-12-06 09:22:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 202 | ຄວາມນິຍົມ:



ຮຽນ: ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ​ປະຕິວັດລາວ, ປະທານ​ປະເທດ ແຫ່ງ ​ສປປ ລາວ ທີ່​ເຄົາລົບ ແລະ ນັບຖື​ຢ່າງ​ສູງ. ບັນດາ​ທ່ານ​ຜູ້ນຳ​ຂັ້ນ​ສູງ​, ອະດີດຜູ້ນຳ​ຂັ້ນ​ສູງ​ຂອງ​ພັກ-ລັດ ທີ່​ນັບຖື. ບັນດາ​ທ່ານ​ສະມາຊິກ​ສະພາແຫ່ງ​ຊາດ, ແຂກ​ທີ່​ມີ​ກຽດ ທີ່​ນັບຖື ແລະ ຮັກແພງ​ທັງຫຼາຍ. ປະຕິບັດ​ຕາມ​ກົດໝາຍ​ວ່າ​ດ້ວຍ​ສະພາ​ແຫ່ງ​ຊາດ ມາດຕາ 59 ກ່ຽວ​ກັບ​ກອງ​ປະຊຸມ​ສະໄໝ​ສາມັນ​ປະຈຳ​ປີຂອງ​ສະພາ​ແຫ່ງ​ຊາດ, ມື້ນີ້ກອງ​ປະຊຸມ​ສະໄໝ​ສາ ມັນເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການໃນ​ທ່າມກາງ​ບັນ ຍາກາດ​ທີ່​ທົ່ວ​ພັກ-ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ແລະ ທົ່ວ​ປວງ​ ຊົນ​ລາວ​ທັງ​ຊາດ​ພວມ​ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະ ຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ, ມະ ຕິ​ກອງ​ປະຊຸມ​ຄົບ​ຄະນະ ຄັ້ງ​ທີ 4 ແລະ 5 ຂອງ​ຄະນະ​ບໍລິຫານ​ສູນ​ກາງ​ພັກ ສະໄໝ​ທີ XI ກໍ​ຄື ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX ໂດຍ​ສະເພາະສອງ​ວາລະ​ແຫ່ງ​ຊາດ ພວມ​ໄດ້​ຮັບ​ການຈັດຕັ້ງປະຕິບັດ ຢ່າງ​ເປັນ​ຂະ​ບວນ​ຟົດຟື້ນ​ແຂງ ແຮງ ແລະ ເປັນ​ຮູບ​ປະ​ທຳ​ຫຼາຍ​ຂຶ້ນ. ໃນ​ໂອກາດທີ່​ມີ​ຄວາມ​ໝາຍ​ສຳຄັນ​ນີ້ ຂ້າພະເຈົ້າມີ​ຄວາມ​ພາກພູມ​ໃຈ ແລະ ມີ​ຄວາມ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງທີ່​ໄດ້​ຕ້ອນຮັບ​ພະນະ​ ທ່ານ ທອງ​ລຸນ ສີ​ສຸ​ລິດ ເລຂາທິການໃຫຍ່​ຄະນະ​ບໍລິຫານ​ ງານ​ສູນ​ກາງ​ພັກ, ປະທານ​ປະ ເທດແຫ່ງ ​ສປປ ລາວ ທີ່​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທີ່​ມີ​ຄວາມ​ສຳຄັນ​ຄັ້ງ​ນີ້, ຂໍ​ສະແດງ​ຄວາມ​ຂໍ່ານັບ​ຊົມເຊີຍບັນດາທ່ານ ​ຜູ້ນຳ​ສູງ​ພັກ-ລັດ, ບັນດາ​ອະດີດ ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ-ລັດ, ບັນດາ​ທ່ານ​ສະມາຊິກ​ລັດຖະ ບານ, ຜູ້ຕາງໜ້າ​ອົງ​ການຈັດຕັ້ງ​ພັກ-ລັດ, ແນວ​ລາວ​ສ້າງ​ຊາດ, ສະຫະພັນ​ນັກຮົບ​ເກົ່າ​ແຫ່ງ​ຊາດ​ລາວ, ອົງ​ການຈັດຕັ້ງ​ມະຫາຊົນ​ຂັ້ນ​ສູນ​ກາງ, ຜູ້​ຊົງ​ຄຸນ​ວຸດ​ທິ, ສະ​ຖາ​ບັນ​ການ​ສຶກ​ສາ, ຫົວໜ່ວຍທຸ ລະ​ກິດທີ່​ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້. ຂໍ​ສະແດງ​ຄວາມ​ຊົມເຊີຍ​ມາ​ຍັງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ໃນ​ຖານະ​ເປັນ ​ຕົວ​ແທນ​ແຫ່ງ​ສິດ ແລະ ຜົນ​ປະ ໂຫຍດ​ຂອງ​ປະຊາຊົນ​ລາວ​ບັນ ດາເຜົ່າ​ໃນ​ຂອບ​ເຂດ​ທົ່ວ​ປະເທດ ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້. ບັນດາທ່ານ​ທີ່​ນັບຖື ແລະ ຮັກ ແພງປະຕິບັດ​ຕາມ​ການເຄື່ອນ ໄຫວ​ພາລະ​ບົດບາດ, ສິດ ແລະ ໜ້າທີ່​ຂອງ​ສະພາ​ແຫ່ງ​ຊາດມື້ນີ້​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອທີ 4 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ ທີ IX ໄດ້​ໄຂ​ຂຶ້ນ​ໃນ​ທ່າມກາງ​ຂອງ​ພາກ​ພື້ນ ແລະ ສາກົນ ທີ່​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສະຫຼັບຊັບຊ້ອນ, ເຄັ່ງຮ້ອນ ແລະ ມີ​ຄວາມ​ຫຼໍ່​ແຫຼມ​ຫຼາຍ​ດ້ານ​ທີ່​ຄາດ​ຄະເນ​ໄດ້​ຍາກ ເຊິ່ງ​ໄດ້​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ປະເທດ​ຕ່າງໆ​ໃນ​ໂລກ ລວມ​ທັງ ​ສປປ ລາວ ຂອງ​ພວກ​ເຮົາ ໂດຍ​ສະເພາະ​ຢ່າງ​ຍິ່ງ​ແມ່ນ​ກະທົບຕໍ່​ ການ​ແກ້​ໄຂ​ສະພາບ​ຄວາມ​ຫຍຸ້ງ ຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນທີ່​ສະ​ສົມ​ມາ​ເປັນ​ເວລາ​ຫຼາຍ​ປີ, ການ​ຄຸ້ມ​ຄອງ​ລັດ​ຕໍ່​ເສດຖະ ກິດ-ສັງຄົມມີ​ຫຼາຍ​ສິ່ງ​ທ້າ​ທາຍ​ໃໝ່ ເປັນຕົ້ນອັດຕາ​ແລກປ່ຽນ​ເໜັງ​ຕີງ​ແຮງ, ລາຄາ​ນໍ້າມັນ​ເຊື້ອ​ໄຟ ແລະ ສິນຄ້າ​ເພີ່ມ​ສູງ​ຂຶ້ນ, ຊີ ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມີ​ຄວາມ​ຟຶດ​ເຄື່ອງ ແຕ່​ດ້ວຍ​ຄວາມ​ເອົາໃຈໃສ່​ນຳພາ-ຊີ້​ນຳ ຂອງ​ຄະ ນະ​ບໍລິຫານ​ງານ​ສູນ​ກາງພັກ, ການປະສານ​ສົມທົບ, ການ​ປຶກສາ​ ຫາລື​ຮ່ວມ​ກັນ​ຢ່າງ​ໃກ້ຊິດ​ລະ ຫວ່າງສະພາ​ແຫ່ງ​ຊາດ ແລະ ລັດຖະບານ, ຄວາມ​ເຂົ້າໃຈ ແລະ ເປັນ​ເອກະ​ພາບ​ນຳ​ພັກ-ລັດ, ຂອງ​ພະນັກງານ-ລັດຖະກອນ, ທະ ຫານ, ຕຳຫຼວດ ກໍ​ຄື ປະຊາຊົນ​ບັນດາເຜົ່າ ເຮັດ​ໃຫ້​ບັນຫາ​ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ການ​ເງິນ​ຂອງ​ປະເທດ​ເຮົາ ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ເບົາບາງລົງ​ ເປັນ​ກ້າວໆ, ການຈັດຕັ້ງປະຕິບັດ ​ແຜນ​ພັດທະນາ​ເສດຖະ​ກິດ-ສັງ ຄົມ​ປະຈຳ​ປີ​ຄາດໝາຍ​ຈຳນວນ​ໜຶ່ງ​ບັນລຸ​ໄດ້​ຕາມ​ແຜນການ ແລະ ລື່ນ​ຄາດໝາຍ, ການຈັດ ຕັ້ງປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ໝົດ​ປີ​ສາມາດ​ບັນລຸ​ໄດ້​ເກີນ​ແຜນ​ກຳນົດ​ຈຳນວນ​ໜຶ່ງ, ເຮັດ​ໃຫ້​ປະເທດ​ຊາດຍັງ​ສືບຕໍ່​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະ ຫງົບ​ໂດຍ​ພື້ນຖານ, ສາມາດ​ປະ​ຄັບ​ປະຄອງ​ເສດຖະກິດ ບໍ່​ໃຫ້​ຕົກ​ໃນ​ສະພາບ​ຫຍຸ້ງຍາກ​ກວ່າ​ນີ້ ແລະ ຮັບປະກັນ​ໃຫ້​ສືບຕໍ່​ມີ​ການ​ຂະຫຍາຍຕົວ, ວຽກ​ງານ​ການ​ຕ່າງປະເທດ​ຂອງ​ພັກໄດ້​ຮັບ​ການ ຈັດຕັ້ງ​ຜັນ​ຂະຫຍາຍ​ຢ່າງ​ເລິກ ເຊິ່ງ ແລະ ກວ້າງຂວາງ ເຊິ່ງ​ເຮັດ​ໃຫ້​ບົດບາດ​ອິດ​ທິ​ພົນ​ຂອງ​ປະເທດ​ພວກ​ເຮົາ​ໄດ້​ຮັບ​ການ​ຍົກ​ສູງ​ຢ່າງ​ຕໍ່​ເນື່ອງ​ໃນ​ເວທີ​ພາກ​ພື້ນ ແລະ ສາກົນ. ບັນດາ​ທ່ານ​ຜູ້ນຳ​ພັກ-ລັດ, ສະ ມາຊິກ​ສະພາ​ແຫ່ງ​ຊາດ, ແຂກ​ທີ່​ນັບຖື ແລະ ຮັກແພງ ກອງ​ປະ ຊຸມ​ຄັ້ງ​ນີ້​ຈະ​ໄດ້​ພິຈາລະນາ​ຮັບ ຮອງ​ເອົາ​ບັນດາ​ເນື້ອ​ໃນ​ທີ່​ສຳຄັນ ​ດັ່ງນີ້: 1. ບົດ​ລາຍ​ງານ​ການເຄື່ອນ ໄຫວ​ວຽກ​ງານ​ພົ້ນ​ເດັ່ນ ປະຈຳ​ປີ 2022 ແລະ ທິດ​ທາງ​ແຜນການ​ໃນ​ປີ 2023 ຂອງ​ລັດຖະບານ. 2. ບົດ​ລາຍ​ງານ​ຂອງ​ລັດຖະ ບານ ​ກ່ຽວ​ກັບ​ການຈັດຕັ້ງ​ປະຕິ ບັດແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ປະຈຳ​ປີ 2022 ແລະ ແຜນການ​ປະຈຳ​ປີ 2023. 3. ບົດ​ລາຍ​ງານ​ຂອງ​ລັດຖະ ບານ ກ່ຽວ​ກັບ​ບົດ​ສະຫຼຸບ​ຂາດ​ຕົວ​ການຈັດຕັ້ງ​ປະຕິບັດ​ງົບປະມານ​ແຫ່ງ​ລັດ ປີ 2021, ການຈັດຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ ປີ 2022 ແລະ ແຜນ​ງົບ ປະມານ​ແຫ່ງ​ລັດປີ 2023. 4. ບົດ​ລາຍ​ງານ​ຂອງ​ລັດຖະ ບານ ກ່ຽວ​ກັບ​ການຈັດຕັ້ງ​ປະຕິ ບັດ​ແຜນ​ເງິນຕາ ປະຈຳ​ປີ 2022 ແລະ ແຜນການ ປະຈຳ​ປີ 2003. 5. ບົດ​ລາຍ​ງານ​ຂອງ​ລັດຖະ ບານກ່ຽວ​ກັບ​ການຈັດຕັ້ງ​ປະຕິ ບັດ​ວາລະ​ແຫ່ງ​ຊາດ, ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະ ກິດ-ການ​ເງິນ ປະຈຳ​ປີ 2020 ແລະ ແຜນການປະຈຳ​ປີ 2023. 6. ບົດ​ລາຍ​ງານ​ຂອງ​ລັດຖະ ບານ ກ່ຽວ​ກັບ​ການຈັດຕັ້ງ​ປະຕິ ບັດ​ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂບັນຫາ​ຢາ​ເສບ​ຕິດ ປະຈຳ​ປີ 2020 ແລະ ແຜນການ ປະຈຳ​ປີ 2023. 7. ບົດ​ລາຍ​ງານ​ຂອງ​ລັດຖະ ບານ ກ່ຽວ​ກັບ​ການ​ສ້າງ​ຄົນ, ການ​ພັດທະນາ​ສີມື​ແຮງ​ງານ ແລະ ຊອກ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ ເພື່ອ​ແກ້​ໄຂ​ບັນຫາ​ ການ​ວ່າງ​ງານ. 8. ບົດ​ລາຍ​ງານ​ຂອງ​ອົງ ການ​ກວດ​ສອບ​ແຫ່ງ​ລັດ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ວຽກ ງານປະຈຳ​ປີ 2022 ແລະ ແຜນ ການເຄື່ອນໄຫວ​ວຽກ​ງານ ປະຈຳ​ປີ 2023, ບົດ​ລາຍ​ງານ​ຜົນ ການກວດ​ສອບ​ບົດ​ສະຫຼຸບ​ຂາດ​ຕົວ​ການຈັດຕັ້ງ​ປະຕິບັດ​ແຜນ ງົບປະມານ​ແຫ່ງ​ລັດ ປະຈຳ​ປີ 2021. 9. ບົດ​ລາຍ​ງານ​ຂອງ​ອົງ ການ​ກວດກາ​ແຫ່ງ​ລັດ ກ່ຽວກັບ​ ການຈັດຕັ້ງ​ປະຕິບັດ​ວຽກງານ ປະຈຳ​ປີ 2022 ແລະ ແຜນການ ເຄື່ອນໄຫວ​ວຽກ​ງານ ປະຈຳ​ປີ 2023, ບົດ​ລາຍ​ງານ​ຜົນ​ການ​ກວດກາຕາມ​ຜົນ​ການ​ກວດ​ສອບ ປີ 2020. 10. ບົດ​ລາຍ​ງານ​ຂອງສານ​ ປະຊາຊົນ​ສູງ​ສຸດ ກ່ຽວ​ກັບການ ຈັດຕັ້ງ​ປະຕິບັດ​ວຽກ​ງານ ປະ ຈຳ​ປີ 2022 ແລະ ແຜນການ ເຄື່ອນໄຫວ​ວຽກ​ງານ ປະຈຳ​ປີ 2023. 11. ບົດ​ລາຍ​ງານ​ຂອງ​ອົງ ການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ ປະຈຳ​ປີ 2022 ແລະ ແຜນການເຄື່ອນໄຫວ​ວຽກ​ງານ ປະຈຳ​ປີ 2023. 12. ພິຈາລະນາ​ຮັບຮອງ​ເອົາ​ການ​ສ້າງ ແລະ ປັບປຸງກົດ ໝາຍ ຈຳນວນ 12 ສະບັບໃນນີ້: ມີ​ກົດໝາຍ​ສ້າງ​ໃໝ່ 3 ສະບັບ​ຄື: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ໜັງ ສືຜ່ານແດນ, ຮ່າງ​ກົດໝາຍ ວ່າ​ ດ້ວຍ​ການ​ທາງນໍ້າ, ຮ່າງ​ກົດໝາຍ ​ ວ່າ​ດ້ວຍ​ຫໍ​ພິ​ພິ​ທະ​ພັນ ແລະ ກົດ ໝາຍ​ປັບປຸງ 9 ສະບັບ​ຄື: ກົດ ໝາຍ ​ວ່າ​ດ້ວຍ​ທະນາຍຄວາມ, ກົດໝາຍ ​ວ່າ​ດ້ວຍ​ທະບຽນ​ສານ, ກົດໝາຍ ​ວ່າ​ດ້ວຍ​ການກັນ ແລະ ຄວບ​ຄຸມພະ​ຍາດ​ຕິດຕໍ່, ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ, ກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ແລະ ເຕັກ​ ໂນ​ໂລ​ຊີ, ກົດໝາຍ ​ວ່າ​ດ້ວຍ​ອົງ ການ​ໄອ​ຍະ​ການ​ທະຫານ, ກົດ ໝາຍ​ ວ່າ​ດ້ວຍ​ທຸລະ​ກຳ​ທາງ​ເອ​ເລັກ​ໂຕຣ​ນິກ, ກົດໝາຍ​ ວ່າ​ດ້ວຍ​ການ​ກວດ​ສອບ​ແຫ່ງ​ລັດ ແລະ ກົດໝາຍ ​ວ່າດ້ວຍ​ການ​ກວດກາ​ລັດ. 13. ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດແຜນການ​ເຄື່ອນໄຫວ​ວຽກ​ງານ ປະຈຳ​ປີ 2022 ແລະ ແຜນການເຄື່ອນ ໄຫວ​ວຽກ​ງານ ປະຈຳ​ປີ 2023 ແລະ ຜົນ​ການ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ. 14. ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກ່ຽວກັບ​ ການ​ປັບປຸງ ແລະ ການ​ສ້າງ​ກົດ ໝາຍ ນອກ​ນັ້ນ, ຍັງ​ຈະ​ໄດ້​ຮັບ​ຟັງ​ການ​ຊີ້​ແຈງ​ຂອງ​ພາກສ່ວນ​ກ່ຽວຂ້ອງ​ຈຳນວນ​ໜຶ່ງ, ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ. ບັນດາ​ທ່ານ​ທີ່​ນັບຖື ແລະ ຮັກ ແພງ ເພື່ອ​ພິຈາລະນາ​ຮັບຮອງ​ເອົາ​ບັນຫາ​ສຳຄັນ​ພື້ນຖານ​ຂອງ​ປະເທດ​ຊາດ ທີ່​ມີ​ຈຳນວນ​ຫຼາຍ​ດັ່ງ​ທີ່​ກ່າວ​ມາ​ນີ້ໃຫ້​ມີ​ຄຸນ​ນະ​ພາບ, ມີ​ປະ​ສິດທິ​ຜົນ ແລະ ບັນລຸ​ຜົນ​ຕາມ​ແຜນການ​ທີ່​ວາງ​ໄວ້, ໃນ​ນາມ​ປະທານ​ກອງ​ປະຊຸມຂ້າພະ ເຈົ້າຂໍ​ຮຽກຮ້ອງ​ມາ​ຍັງ​ທຸກພາກ ສ່ວນ​ທີ່​ກ່ຽວຂ້ອງ ຈົ່ງ​ສືບຕໍ່​ໃຫ້ ການ​ຮ່ວມ​ມື ແລະ ສະໜອງ​ຂໍ້​ມູນ​ຕໍ່​ບັນດາ​ເນື້ອ​ໃນ​ທີ່​ຈະ​ນຳ​ເຂົ້າ​ພິຈາລະນາ ແລະ ຮັບຮອງ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຮຽກຮ້ອງມາ ​ຍັງ​ບັນດາ​ທ່ານ​ສະມາຊິກ​ສະພາ​ ແຫ່ງ​ຊາດນຳ​ໃຊ້​ສິດ​ປະຊາທິປະ ໄຕ ແລະ ເຊີດ​ຊູ​ຄວາມ​ຮັບຜິດ ຊອບ​ຂອງ​ຕົນ​ໃນ​ການ​ຄົ້ນຄວ້າ, ປະກອບ​ຄຳ​ເຫັນ​ຕໍ່​ທຸກ​ບັນຫາ​ຢ່າງ​ຖີ່​ຖ້ວນ, ສ້າງສັນ, ພາວະ​ວິ ໄສ ແລະ ເລິກເຊິ່ງ ບົນ​ພື້ນຖານ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ ແລະ ສະພາບ​ຄວາມ​ເປັນ​ຈິງ​ທາງ​ດ້ານ​ເສດຖະກິດ-ສັງຄົມ​ຂອງ​ປະເທດ​ເຮົາ​ໃນ​ປັດ ຈຸບັນ ເພື່ອ​ເຮັດ​ໃຫ້​ເນື້ອ​ໃນ​ທີ່​ນຳ​ມາ​ພິຈາລະນາ, ຮັບຮອງ​ໃນ​ຄັ້ງ​ນີ້​ມີ​ຄຸນ​ນະ​ພາບ ແລະ ສາມາດ​ນຳໄປ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເປັນ​ຮູບ​ປະ​ທຳ. ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ໃນ​ນາມ​ປະທານ​ກອງ​ປະຊຸມ, ຂ້າພະເຈົ້າຂໍ​ປະກາດ​ໄຂ​ກອງ​ປະ ຊຸມ​ສະໄໝ​ສາມັນ​ເທື່ອ​ ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ຢ່າງ​ເປັນ​ທາງ​ການ ນັບ​ແຕ່​ເວລາ​ນີ້​ເປັນຕົ້ນ​ໄປ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ