ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ປິດ​ຂະ​ບວນ​ການ​ກິລາ ປະຈຳ​ປີ 2022
ເວລາອອກຂ່າວ: 2022-12-06 09:20:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 165 | ຄວາມນິຍົມ:



ວັນ​ທີ 1 ທັນວາ 2022 ນີ້, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ປິດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ​ປະຈຳ​ປີ 2022, ໂດຍ​ການ​ເປັນ​ປະທານ​ຂອງ​ສະ ຫາຍ ພົນ​ຈັດຕະວາ ຄຳ​ມ່ວນ ເລືອ​ງວັນ​ຫ້ຼາ ຮອງ​ຫົວໜ້າ​ຫ້ອງ​ ວ່າການ​ກະຊວງ​ປ້ອງ​ກັນ​ປະ ເທດ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກົມ, ຫ້ອງການ, ກອງ, ບໍລິສັດ-ລັດ​ວິ​ສາ​ຫະ​ກິດ​ທີ່​ຂຶ້ນ​ກັບ​ຫ້ອງ​ວ່າການ ແລະ ນັກ​ກິລາ​ເຂົ້າ​ຮ່ວມ. ຕະຫຼອດ​ໄລຍະ​ເວລາ​ການ​ແຂ່ງຂັນ​ກິລາ ເຫັນ​ວ່າ: ໄດ້​ສ້າງ​ບັນຍາກາດ​ຟົດຟື້ນ​ເປັນ​ຢ່າງ​ດີ, ນັກ​ກິລາ​ມີ​ຄວາມ​ສາມັກຄີ​ຊ່ວຍ ເຫຼືອ​ເຊິ່ງ​ກັນ ແລະ ກັນ, ຮັກສາ​ໄດ້​ນ້ຳໃຈ​ນັກ​ກິລາ, ຮູ້​ໄດ້​ຮູ້​ເສຍ, ເຊິ່ງ​ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງ​ສາ ມາດ​ສະຫຼຸບ​ໄດ້​ດັ່ງນີ້: ບານສົ່ງ​ຊາຍ ທີ I ແມ່ນ​ບໍລິສັດ​ລາວ​ເດີນ​ອາກາດ ໄດ້​ຮັບ​ລາງວັນ​ຂັນ 1 ໜ່ວຍ ພ້ອມ​ເງິນສົດ 1.500.000 ກີບ, ທີ II ບໍລິສັດ ລັດ​ວິ​ສາ​ຫະ​ກິດ 20 ມັງກອນ ໄດ້​ຮັບ​ເງິນສົດ 1.000.000 ກີບ ແລະ ທີ III ກອງ​ຮັບແຂກ 208 ໄດ້​ຮັບ​ເງິນສົດ 500.000 ກີບ, ປະເພດ​ບານສົ່ງ​ຍິງ ທີ I ແມ່ນ​ກອງ​ຮັບແຂກ 208 ໄດ້​ຮັບ​ລາງວັນ​ຂັນ 1 ໜ່ວຍ ພ້ອມ​ເງິນສົດ 1.500.000 ກີບ, ທີ II ຫ້ອງການ​ບໍລິຫານ ໄດ້​ຮັບ​ເງິນສົດ 1.000.000 ກີບ, ທີ III ກອງຮ້ອຍ​ຮັບປະກັນ ໄດ້​ຮັບ​ເງິນສົດ 500.000 ກີບ, ເປ​ຕັງ​ຊາຍ​ທີ I ແມ່ນ​ກອງ​ລົດ ໄດ້​ຮັບ​ລາງວັນ​ຂັນ 1 ໜ່ວຍ ພ້ອມ​ເງິນສົດ 1.500.000 ກີບ, ທີ II ຫ້ອງການ​ບໍລິຫານ ໄດ້​ຮັບ​ເງິນສົດ 1.000.000 ກີບ, ທີ III ກົມ​ເສດຖະກິດ ໄດ້​ຮັບ​ເງິນສົດ 500.000 ກີບ, ເປ​ຕັງ​ຍິງ ທີ I ແມ່ນ​ກອງຮ້ອຍ​ຮັບປະກັນ ໄດ້​ຮັບ​ລາງວັນ​ຂັນ 1 ໜ່ວຍ ພ້ອມ​ເງິນສົດ 1.500.000 ກີບ, ທີ II ຫ້ອງ​ການເມືອງ ໄດ້​ຮັບ​ເງິນສົດ 1.000.000 ກີບ, ທີ III ກົມ​ຮັກ ສາ​ສຸ​ກະ​ພາບ​ສູງ​ກາງ ໄດ້​ຮັບ​ເງິນສົດ 500.000 ກີບ, ກິລາ​ດຶງເຊືອກ ທີ I ແມ່ນ​ບໍລິສັດ 20 ມັງກອນ ໄດ້​ຮັບ​ລາງວັນ​ຂັນ 1 ໜ່ວຍ ພ້ອມ​ເງິນສົດ 1.500.000 ກີບ, ທີ II ກົມ​ເສດຖະກິດ ໄດ້​ຮັບ​ເງິນສົດ 1.000.000 ກີບ, ທີ III ກອງ​ລົດ ໄດ້​ຮັບ​ເງິນສົດ 500.000 ກີບ, ດຶງເຊືອກ​ຍິງ​ທີ I ແມ່ນ ກອງ​ຮັບແຂກ 208 ໄດ້​ຮັບ​ລາງວັນ​ຂັນ 1 ໜ່ວຍ ພ້ອມ​ເງິນສົດ 1.500.000 ກີບ, ທີ II ບໍລິສັດ 20 ມັງກອນ​ພັດທະນາ ໄດ້​ຮັບ​ເງິນສົດ 1.000.000 ກີບ ແລະ ທີ III ກົມ​ພົວພັນ​ຕ່າງປະ ເທດ ໄດ້​ຮັບ​ເງິນສົດ 500.000 ກີບ. ໂດຍ: ບົວ​ລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ