ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປິດ​ບັ້ນອົບຮົມ-ຫັດ​ແອບ ວຽກ​ງານ ​ປກຊ-​ປກສ ທົ່ວ​ປວງ​ຊົນ ຢູ່​ ເມືອງ​ປາກ​ທາ
ເວລາອອກຂ່າວ: 2022-12-06 09:19:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 195 | ຄວາມນິຍົມ:



ໃນ​ວັນ​ທີ 30 ພະຈິກ 2022 ນີ້, ເມືອງ​ປາກ​ທາ ແຂວງ​ບໍ່​ແກ້ວ ໄດ້​ຈັດ​ພິທີ ປິດ​ບັ້ນ​ອົບຮົມ-ຫັດ​ແອບວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ​ປອ ບົວ​ຄົງ ນາມ​ມະ​ວົງ ກຳມະການ​ສູນ​ກາງ​ພັກ ເຈົ້າແຂວງໆ​ບໍ່​ແກ້ວ, ປະທານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ, ມີ​ການ​ນຳ​ຂັ້ນ​ແຂວງ, ຄະນະ​ຊີ້​ນຳ​ຈາກ​ກະຊວງ​ປ້ອງ​ກັນ​ປະເທດ, ກະຊວງ​ປ້ອງ​ ກັນ​ຄວາມ​ສະຫງົບ, ກອງ​ບັນຊາ​ການ​ທະຫານ​ແຂວງ, ​ປກສ ແຂວງ, ເມືອງ, ຄະນະ​ຮັບຜິດຊອບແລະ ພາກສ່ວນ​ຕ່າງໆ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສຸບິນ ສີ​ຫາ​ລາດ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ສະຫຼຸບ​ຕີ​ລາຄາ​ຜົນ​ໄດ້​ຮັບ​ຜ່ານ​ການ​ອົບຮົມ-ຫັດ​ແອບ ໄລຍະ 14 ວັນ​ຜ່ານ​ມາ, ເຊິ່ງ​ນັກ​ເຝິກອົບຮົມ ໄດ້​ສຸມ​ໃສ່​ຄົ້ນຄວ້າ​ເຊື່ອມ​ຊຶມບັນ ດາ​ເນື້ອ​ໃນ​ເອກະສານ​ຕ່າງໆທີ່​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ ລວມ​ທັງ​ໝົດ 10 ເອກະສານ. ພ້ອມ​ກັນ​ນັ້ນ, ກໍ​ໄດ້​ລົງ​ເລິກ​ພາກ​ປະຕິບັດ​ຕົວ​ຈິງ ເປັນຕົ້ນ​ແມ່ນລຳ ດັບ​ບາດກ້າວ​ການ​ເຮັດ​ວຽກ​ຂອງ​ເລຂາ​ພັກ​ເມືອງ, ຄວາມ​ຕັດສິນ​ໃຈ​ສູ້​ຮົບ​ປ້ອງ​ກັນ​ເມືອງ ແລະ ອື່ນໆ. ຜ່ານ​ການ​ອົບຮົມ​ທັງ​ພາກ​ທິດ​ ສະ​ດີ​ຫຼັກການ ແລະ ພາກ​ປະຕິບັດ​ຕົວ​ຈິງ​ເຫັນ​ວ່າ: ນັກ​ເຝິກ​ອົບຮົມ​ແຕ່​ລະ​ສະຫາຍ​ໄດ້​ມີ​ຄວາມ​ຮັບ​ຮູ້​ທາງ​ດ້ານ​ພື້ນຖານ​ທິດ​ສະ​ດີ​ຂອງ ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ໄລຍະ​ໃໝ່, ກຳ​ແໜ້ນ​ທິດ​ສະ​ດີ​ຫຼັກການ, ວິທີ​ການ​ນຳພາ-ຊີ້​ນຳ​ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຕົວ​ຈິງ, ມີ​ຄວາມ​ເຂົ້າໃຈ​ລຳດັບ​ບາດກ້າວ​ແຕ່​ລະ​ຂັ້ນ​ຕອນ​ໃນ​ການ​ເຮັດ​ວຽກ, ເພື່ອ​ຖອດ​ຖອນ​ເອົາ​ບົດ ຮຽນ​ຄັ້ງ​ນີ້ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ໃຫ້​ເຂົ້າ​ເຖິງ​ແຕ່​ລະ​ຫ້ອງການ, ຂະແໜງການ​ຂອງ​ເມືອງ, ເຮັດ​ໃຫ້​ວຽກ​ງານ​ດັ່ງກ່າວ​ກາຍເປັນ ຄວາມ​ຮັບຜິດຊອບ​ຂອງ​ທຸກ​ອົງ​ການຈັດຕັ້ງ ແລະ ເຂົ້າ​ເຖິງ​ທຸກ​ຊັ້ນ​ຄົນ​ໃນ​ສັງຄົມ, ພ້ອມ​ກັນ​ຖື​ເອົາ​ວຽກ​ງານ ​ປກຊ-​ປກສ ໃຫ້​ກາຍ​ເປັນຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ປວງ​ຊົນ​ຢ່າງ​ແທ້​ຈິງ. ໂອກາດ​ນີ້, ສະຫາຍ ເຈົ້າແຂວງ​ແຂວງບໍ່​ແກ້ວ ໄດ້ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຄະນະ​ຮັບຜິດຊອບ ແລະ ນັກ​ເຝິກ​ອົບຮົມທີ່​ໄດ້​ພ້ອມ​ກັນ​ອົດທົນຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເຮັດ​ໃຫ້​ບັ້ນ​ອົບຮົມ​ຄັ້ງ​ນີ້​ສຳເລັດ​ຕາມ​ແຜນການ. ພ້ອມ​ກັນ​ນັ້ນ, ກໍ​ໄດ້​ເນັ້ນ​ໜັກ​ໃຫ້ນັກ​ເຝິກ ອົບຮົມ ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ບົດ ຮຽນ​ທີ່​ໄດ້​ຮໍ່າຮຽນ​ມາ​ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ, ສືບຕໍ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃນ​ທຸກ​ດ້ານ, ຕັ້ງໜ້າ​ປະກອບ ສ່ວນ​ເຂົ້າ​ໃນ​ວຽກ​ງານ ​ປກຊ-​ປກສ ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ ເຂັ້ມ ແຂງ​ໃນ​ທ້ອງຖິ່ນ​ຂອງ​ຕົນ ເພາະ​ມັນ​ເປັນ​ປັດ​ໄຈ​ຄໍ້າປະກັນວຽກ​ງານ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ໃນ​ໄລຍະ​ໃໝ່ຕາມ​ແນວທາງ​ນະໂຍບາຍ​ຂອງ​ພັກ. ຈາກ​ນັ້ນ, ສະຫາຍ ພັນ​ເອກ ບຸນ​ມີ ພາ​ມີ​ໄຊ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ ທະຫານ​ແຂວງ​ບໍ່​ແກ້ວ ແລະ ສະຫາຍ ສຸ​ໄລ ດວງ​ຜາ​ຄຳ ເຈົ້າເມືອງ ເມືອງປາກ​ທາ ກໍ​ໄດ້​ຜັດປ່ຽນ​ກັນ​ມອບ​ໃບ​ຍ້ອງຍໍ, ໃບ​ກຽດ​ຕິ​ຄຸນ ແລະ ໃບ​ຂອບໃຈ ໃຫ້​ຄະນະ​ນັກ​ເຝິກອົບຮົມ, ບໍລິສັດ ແລະ ປະຊາຊົນ​ຜູ້​ທີ່​ໃຫ້ການ​ຊ່ວຍ ເຫຼືອ​ບັ້ນ​ເຝິກອົບຮົມ​ໃນ​ຄັ້ງ​ນີ້​ຢ່າງ​ສົມ​ກຽດ. ຂ່າວ: ສົມ​ໄຊ ສີ​ລາ​ຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ