ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ນະຄອນຫຼວງ​ວຽງ​ຈັນ ປະກາດ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ
ເວລາອອກຂ່າວ: 2022-12-06 09:16:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ:



ວັນ​ທີ 1 ທັນວາ 2022 ນີ້, ກອງ​ບັນຊາ​ການ​ທະຫານນະ ຄອນຫຼວງ​ວຽງ​ຈັນ ໄດ້​ປະກາດ ​ການ​ເລື່ອນ​ຊັ້ນ​ໃຫ້ນາຍທະຫານ​ພາຍ​ໃນ​ກົມ​ກອງ​ຂອງຕົນ, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ພົນ​ຈັດຕະວາ ໄພ​ວັນ ຈັນທະ​ພົມ ມາ ຫົວໜ້າ​ການເມືອງ ກອງບັນ ຊາ​ການທະຫານນະຄອນ​ຫຼວງ ວຽງ​ຈັນ, ມີ​ຄະນະພັກ-ຄະນະ​ບັນ ຊາ​ອົງການ 5 ຫ້ອງ, ພະແນກ ການ, ກົມກອງ ຕະຫຼອດຮອດ​ ນາຍ​ທະຫານ ທີ່​ໄດ້​ຮັບ​ການເລື່ອນ​ ຊັ້ນໃໝ່​ເຂົ້າ​ຮ່ວມ. ໃນ​ພິທີ, ສະຫາຍ ພັນ​ໂທ ເຂັມ​ເພັດ ຫັນ​ທະ​ວົງ ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ບັນຊາການທະ ຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ ​ດ້ວຍ​ການ​ເລື່ອນ​ຊັ້ນ ແລະ ເລື່ອນ ​ທຽບ​ຊັ້ນໃຫ້ນາຍທະຫານຢູ່ກອງ ​ບັນຊາ​ການ​ທະຫານ​ນະຄອນ ຫຼວງ​ວຽງ​ຈັນ ຈຳນວນ 181 ສະ ຫາຍ, ໃນ​ນັ້ນ, ເລື່ອນ​ຊັ້ນ-ເລື່ອນ​ທຽບ​ຊັ້ນ​ຈາກ ຮ້ອຍ​ເອກ ຂຶ້ນ ພັນ​ຕີ ຈຳນວນ 30 ສະຫາຍ, ເລື່ອນ​ຊັ້ນ-ເລື່ອນ​ທຽບ​ຊັ້ນ​ຈາກຮ້ອຍໂທ ຂຶ້ນຮ້ອຍ​ເອກ ຈຳນວນ 68 ສະ ຫາຍ, ເລື່ອນ​ຊັ້ນ-ເລື່ອນທຽບຊັ້ນ ​ຈາກ ຮ້ອຍ​ຕີ ຂຶ້ນ ຮ້ອຍ​ໂທ ຈຳ ນວນ 48 ສະຫາຍ ແລະ ເລື່ອນ​ ຊັ້ນ-ເລື່ອນທຽບ​ຊັ້ນ ຈາກວາທີຂຶ້ນ ຮ້ອຍ​ຕີ ຈຳນວນ 35 ສະຫາຍ. ໂອກາດ​ນີ້, ສະຫາຍ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ ທະ ຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ນາຍ​ທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ, ເປັນ​ແບບຢ່າງ​ທີ່​ດີ​ໃຫ້​ແກ່​ພະນັກງານ-ນັກຮົບ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ພັດ ທະນາ​ຕົນ​ເອງ​ໃນ​ທຸກ​ດ້ານ ແລະ ພ້ອມ​ກັນ​ເຮັດ ສຳເລັດໜ້າທີ່ຕາມ​ການຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ