ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມ​ໃຫຍ່​ເຕັກນິກ​ກອງທັບ ມອບ​ວັດຖຸ​ປັດໄຈ​ໃຫ້​ພະນັກງານ-ນັກຮົບ ພາກສ່ວນ​ຮັບປະກັນ​ເຕັກນິກ ໃຫ້​ແກ່​ການ​ຊ້ອມ​ຮົບ​ ລາວ-ຣັດ​ເຊຍ
ເວລາອອກຂ່າວ: 2022-12-06 09:02:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 275 | ຄວາມນິຍົມ:



ວັນ​ທີ 30 ພະຈິກ 2022 ນີ້, ສະຫາຍ ພັນ​ເອກ ລຽນ​ວິໄລ ພັນ​ທອງຄຳ ຫົວໜ້າ​ຫ້ອງ​ການເມືອງ ກົມ​ໃຫຍ່​ເຕັກນິກ​ກອງທັບ ພ້ອມ​ດ້ວຍ​ຄະນະ​ຊາວ​ໜຸ່ມ-ສະຫະພັນ​ແມ່ຍິງ ​ຕາງໜ້າ​ໃຫ້​ຄະນະ​ນຳ​ກົມ​ໃຫຍ່​ເຕັກນິກ​ເຄື່ອນ​ໄຫວ​ມອບ​ວັດຖຸ​ປັດໄຈ​ໃຫ້​ແກ່​ພະນັກງານ-ນັກຮົບ​ພາກສ່ວນ​ທີ່​ກຳລັງ​ປະຕິບັດ​ໜ້າທີ່​ຮັບປະກັນ​ໃຫ້ການ​ຊ້ອມ​ຮົບ ​ລາວ-ຣັດ​ເຊຍ ຢູ່​ທີ່​ສະໜາມຮົບ​ເມືອງ​ພູ​ກູດ ແຂວງ​ຊຽງ​ຂວາງ. ສະຫາຍ ພັນ​ເອກ ວຽງ​ເພັດ ສົມ​ມະນີ ຫົວໜ້າ​ກົມ​ເສນາ​ເຕັກນິກ, ຫົວໜ້າ​ຄະນະ​ຊີ້​ນຳ​ວຽກ​ງານ​ຮັບປະກັນ​ເຕັກນິກ​ຢູ່​ພາກ​ສະໜາມຮົບ ໄດ້​ໃຫ້​ຮູ້​ວ່າ: ການ​ເຂົ້າ​ຮ່ວມ​ປະກອບສ່ວນ​ເຮັດ​ວຽກ​ງານຮັບປະກັນ​ເຕັກນິກ​ໃຫ້ການ​ຊ້ອມ​ຮົບ ລາວ-ຣັດ​ເຊຍ ຄັ້ງ​ນີ້ ມີ​ຄວາມ​ສຳຄັນ​ຢ່າງ​ຍິ່ງ​ຕໍ່​ກົມ​ໃຫຍ່​ເຕັກນິກ​ກອງທັບ, ເປັນ​ການ​ປະກອບສ່ວນ ​ອັນ​ສຳຄັນ​ໃຫ້​ແກ່​ແຕ່​ລະ​ເຫຼົ່າ​ຮົບ​ທາງ​ດ້ານ​ການ​ຮັບປະກັນ​ເຕັກນິກ ເຊິ່ງ​ມີ​ທັງ​ຂໍ້​ສະດວກ ແລະ ຂໍ້​ຍຸ້ງ​ຍາກ​ ແຕ່​ກຳລັງ​ເຕັກນິກ​​ກໍ່​ສາມາດ​ຜ່ານ​ຜ່າ​ອຸປະ​ສັກ​ຕ່າງໆ ພ້ອມ​ກັນ​ນັ້ນ ​ຍັງ​ໄດ້​ເອົາໃຈໃສ່​ປະຕິບັດ​ຕາມ​ແຜນການ ແລະ ຮັບປະກັນໄດ້​ການ​ປະສານ​ງານ​ລະຫວ່າງ​ຄະນະ​ຊີ້​ນຳ​ຢູ່​ພາກ​ສະໜາມຜ່ານ​ການ​ກວດກາ​ເຕັກນິກ​ຕົວ​ຈິງ​ ເຫັນ​ວ່າ​ແຕ່​ລະ​ພາກສ່ວນ​ໄດ້​ເອົາໃຈໃສ່​ເຮັດ​ທຸກ​ວິທີ​ທາງ, ສຸມ​ສະຕິ​ປັນຍາ​ເຫື່ອແຮງ​ປະກອບສ່ວນ​ທັງ​ກາງເວັນ ແລະ ກາງຄືນ ​ເຮັດ​ວຽກ​ງານ​ຮັບປະກັນ​ເຕັກນິກ​ໃຫ້ ແກ່​ການ​ຊ້ອມ​ຮົບ ລາວ-ຣັດ​ເຊຍ ​ຄັ້ງ​ນີ້​ສຳເລັດ​ຕາມ​ຄາດໝາຍ. ເຊິ່ງ​ຕາງໜ້າ​ໃຫ້​ແກ່​ຄະນະ​ນຳ​ກົມ​ໃຫຍ່​ເຕັກນິກ​ມອບ​​ວັດຖຸ​ປັດໄຈ​ຄັ້ງ​ນີ້​ໂດຍ ສະຫາຍ ພັນ​ເອກ ລຽນ​ວິໄລ ພັນ​ທອງຄຳ ໃນ​ນັ້ນ, ມີ​ເງິນສົດ​ຈຳນວນ 22.455.000 ກີບ ແລະ ເຄື່ອງ​ອຸປະໂພກ-ບໍລິໂພກ ລວມ​ເປັນ​ເງິນ ຈຳນວນ 1.315.000 ກີບ. ໃນ​ນັ້ນ, ​ກອງ​ຂົນສົ່ງ-ທາດ​ລະເບີດ ​ມອບ​ເຄື່ອງ​ກິລາ​ຊຸກຍູ້ ລວມ​ ເປັນ​ເງິນ ຈຳນວນ 7.600.000 ກີບ, ຕາງໜ້າ​ຮັບ​ໂດຍ​ ສະຫາຍ ພັນ​ເອກ ວຽງ​ເພັດ ສົມ​ມະນີ. ພ້ອມ​ນີ້, ສະຫາຍ​ໄດ້​ກ່າວສະແດງ​ຄວາມ​ຂອບໃຈ​ມາ​ຍັງ​ຄະນະ​ພັກ ກົມ​ໃຫຍ່ເຕັກນິກກອງທັບ, ບັນດາ​ກົມ​ກອງ​ຂຶ້ນ​ກັບ​ທີ່​ໄດ້​ການ​ປະກອບສ່ວນ​ລະດົມ​ທຶນ​ຊຸກ​ຍູ້ພະນັກງານ-ນັກຮົບ​ທີ່​ກຳລັງ​ປະຕິບັດ​ໜ້າທີ່​ຢູ່​ພາກ​ສະໜາມຮົບ​ຄັ້ງ​ນີ້ ແລະ ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ນຳ​ເອົາ​ເວັດຖຸປັດໄຈຈຳນວນ​ດັ່ງກ່າວ​ໄປແຈກ​ຢາຍ​ໃຫ້​ພະນັກ ງານ-ນັກຮົບ​ພາກສ່ວນ​ຮັບປະກັນ​ເຕັກນິກ​ພາກສະໜາມ​ໃຫ້​ທົ່ວ​ເຖິງ. ໂດຍ: ຄຳ​ສອນ ພົມ​ໄຊ​ຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ