ປະກາດການແຕ່ງຕັ້ງ ຄະນະພັກຮາກຖານ ທະຫານນະຄອນຫຼວງພະບາງ
ເວລາອອກຂ່າວ: 2022-12-06 08:58:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 86 | ຄວາມນິຍົມ:
ວັນທີ 23 ພະຈິກ 2022, ກອງບັນຊາການທະຫານນະຄອນຫຼວງພະບາງ ໄດ້ປະກາດການແຕ່ງຕັ້ງຄະນະພັກຮາກຖານ ແລະ ເລຂາໜ່ວຍພັກ ທີ່ຂຶ້ນກັບ
ຄະນະພັກຮາກຖານ ກອງບັນຊາການທະຫານນະຄອນ ຫຼວງພະບາງ, ໂດຍການເປັນປະທານຂອງສະຫາຍ ບຸນລ້ຽງ ແກ້ວມະນີ ຮອງເລຂາຄະນະພັກນະຄອນ ປະທານກວດກາພັກ-ລັດ ນະຄອນຫຼວງພະບາງ, ມີ ສະຫາຍ ພັນໂທ ທອງ
ພັນ ພິຜາວົງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງພະບາງ, ແຂກທີ່ຖືກເຊີນ ແລະ ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.
ສະຫາຍ ຫຸມແພງ ຕະວະ ຮອງຫົວໜ້າຄະນະຈັດຕັ້ງນະຄອນ ຫຼວງພະບາງ ໄດ້ຜ່ານມະຕິ ຕົກລົງຂອງຄະນະປະຈຳພັກນະຄອນ ຫຼວງພະບາງ ວ່າດ້ວຍ ການ
ແຕ່ງຕັ້ງຄະນະພັກຮາກຖານ ແລະ ເລຂາໜ່ວຍພັກພະແນກການເມືອງ, ພະແນກເສນາທິການ ແລະ ພະແນກພະລາທິການ ຢູ່ກອງບັນຊາການທະຫານນະຄອນ ຫຼວງພະບາງ. ຕົກລົງແຕ່ງ ຕັ້ງ ສະຫາຍ ພັນຕີ ທອງວັນ ລັດຕະນະວັນໂນ ເປັນເລຂາໜ່ວຍພັກ ພະແນກການເມືອງ, ສະຫາຍພັນຕີ ຈັນທີ ດວງພະຈິດ ເປັນເລຂາໜ່ວຍພັກພະແນກເສນາທິການ, ສະຫາຍ ພັນໂທ ບຸນມະນີ ເນັ່ງວາເລົ່າ ເປັນເລຂາໜ່ວຍພັກ ພະແນກພະລາທິການ ກອງ ບັນຊາການທະຫານນະຄອນ ຫຼວງພະບາງ.
ໂດຍ: ສຸພາວັນ ສິດທິພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ