ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານ​ເມືອງ​ສາລະ​ວັນ ປິດ​ຊຸດອົບຮົມ-ຫັດ​ແອບ ໃຫ້​ກຳລັງ​ກອງ​ຫຼອນ ບ້ານ​ໜອງ​ບົວ​ນ້ອຍ
ເວລາອອກຂ່າວ: 2022-12-06 08:57:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ:



ວັນ​ທີ 23 ພະ​ຈີກ 2022, ກອງ​ບັນຊາ​ການ​ທະຫານ​ເມືອງ​ ສາລະ​ວັນ ແຂວງ​ສາລະ​ວັນ ໄດ້​ປິດ​ຊຸດອົບຮົມ-ຫັດແອບການເມືອງ-ການ​ທະຫານ ໃຫ້​ກຳລັງ​ກອງ​ຫຼອນ ກອງຮ້ອຍ​ທີ 7 ບ້ານ​ໜອງ​ບົວ​ນ້ອຍ ປະຈຳ​ປີ 2022, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ສຸດ​ໃຈ ແສນ​ຄຳ​ບົວ​ທອນ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ, ມີ ສະຫາຍ ພັນ​ໂທ ຄຳ​ເບັນ ແກ້ວ​ສາຍທອງ ຫົວໜ້າ​ການ​ທະຫານ​ ກອງ​ບັນຊາ​ການ​ທະຫານ​ເມືອງ​ສາລະ​ວັນ, ມີ ຄະນະ​ພັກ-ຄະນະ​ບັນຊາ, ແຂກ​ທີ່​ຖືກ​ເຊີນ, ຄູ-ອາຈານ ຕະຫຼອດ​ຮອດນັກ​ເຝິກ​ອົບຮົມ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ກີ​ດາ​ວັນ ລື​ເດດ​ມູນ​ສອນ ຮອງ​ຫົວໜ້າ​ການ​ທະຫານ​ ກອງ​ບັນຊາ​ການ​ທະ ຫານ​ເມືອງ​ສາລະ​ວັນ ໄດ້​ຜ່ານ​ບົດ​ສະຫຼຸບ​ຊຸດອົບຮົມ-ຫັດ​ແອບ ການເມືອງ-ການ​ທະຫານ ໂດຍ​ປະ​ຕິບັດ​ຕາມ​ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ​ ວ່າ​ດ້ວຍ ການຈັດຕັ້ງ ອົບຮົມ-ຫັດ​ແອບບຳລຸງ​ການ​ທະຫານ​ຂັ້ນ ​ພື້ນຖານ ປະຈຳ​ປີ 2022 ເພື່ອ​ເປັນ​ການ​ຕີ​ລາຄາ​ຄືນ. ຜ່ານ​ການ ຈັດຕັ້ງອົບຮົມ-ຫັດ​ແອບ ສາມາດ​ຕີ​ລາຄາ​ສະເລ່ຍ​ລວມ​ຄວາມ​ຮັບ ​ຮູ້​ເຂົ້າໃຈ​ຂອງ​ກຳລັງ​ກອງຫຼອນ ພາກ​ການເມືອງ ບັນ​ລຸໄດ້ 80%, ສິລະ​ປະຍຸດ 75% ແລະ ຍຸດທະ ວິທີ 75%. ໂດຍ: ພອນ​ມະນີ ລັດ​ສະ​ໜີ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ